10 ວິທີໜີຈາກຄວາມບໍ່ສະບາຍໃຈ ເຮັດໃຫ້ຊີວິດສະບາຍ ຈິດໃຈຜ່ອງໃສ

10 ວິທີໜີຈາກຄວາມບໍ່ສະບາຍໃຈ ເຮັດໃຫ້ຊີວິດສະບາຍ ຈິດໃຈຜ່ອງໃສ

ວິທີຄາຍຄຽດໂດຍບໍ່ຕ້ອງໃຊ້ຢາຄາຍຄຽວ

ແຕ່ກຳລາບໂລກຄຽດໄດ້ຢູ່ໝັດພຽງສ້ຽວນາທີ

ວິທີຄາຍຄຽດສຳຫຼັບຄົນທີ່ເລີ່ມຮູ້ຕົວວ່າມີຄວາມຄຽດ

ເປັນເພື່ອນແທບຕະຫຼອດເວລາ ຫຼື ບາງຄົນອາດຄຽດລົງກະເພາະ

ກະທົບໄປເຖິງສຸຂະພາບກາຍດ້ວຍກໍມີ

ຕາຍລະ! ຢ່າປ່ອຍໃຫ້ຄວາມຄຽດວົນວຽນຢູ່ໃກ້ຕົວເຮົາ

ຂະໜາດນີ້ເລີຍດີກວ່າ ມາຄາຍຄຽດດ້ວຍ 10 ວິທີງ່າຍໆ

ວ່າກັນວ່າເປັນວິທີແກ້ຄຽດທີ່ລອງເຮັດບໍ່ຈັກນາທີກໍເອົາຢູ່ແລ້ວ ລຸຍກັນເລີຍ

1. ສູດລົມຫາຍໃຈເລີກໆ 5 ຄັ້ງ

ຮູ້ສຶກຄຽດຂຶ້ນມາເມື່ອໃດລອງຢຸດນິ້ງແລ້ວສູດລົມຫາຍໃຈເຂົ້າເລີກໆ

ຈາກນັ້ນຄ່ອຍປ່ອຍລົມຫາຍໃຈອອກຢ່າງຊ້າໆ

ເຮັດແບບນີ້ຕິດຕໍ່ກັນ 5 ຄັ້ງ ໃຫ້ຮ່າງກາຍໄດ້ຮັບອອກຊີເຈນເຂົ້າສູ່ເລືອດຫຼາຍຂຶ້ນ

ຄາວນີ້ສະໝອງກໍຈະປອດໂປ່ງ ຄວາມຂະມຸກຂະມົວຈາກຄວາມຄຽດ

ທີ່ເຄີຍມີຈະໄດ້ຈາງລົງໄປ ທີ່ສຳຄັນການໄດ້ຢຸດນິ້ງຈັກພັກ

ແບບນີ້ຍັງຊ່ວຍເອີ້ນສະຕິໃຫ້ເຮົາໄດ້ເປັນຢ່າງດີເລີຍ

2. ແດນກະຈາຍ

ເຄື່ອນໄຫວຮ່າງກາຍຕອນໃດ ອາລົມກໍປ່ຽນໄດ້ໃນຕອນນັ້ນ

ສິ່ງນີ້ຖືກພິສູດມາແລ້ວຈາກການສຶກສາທາງຈິດວິທະຍາວ່າ

ເປັນເລື່ອງຈິງເດີ ຍິ່ງຖ້າໄດ້ອອກສະເຕັບແດນໄປຕາມຈັງຫວະເພງມ່ວນໆ

ນາທີນັ້ນກໍຄືໄດ້ໄລ່ຄວາມຄຽດໃຫ້ເປີດເປີງໄປໃສແລ້ວກໍບໍ່ຮູ້

ແຖມ ວິທີຄາຍຄຽດນີ້ຍັງຖືກອົກຖືກໃຈຂາແດນທັງຫຼາຍເລີຍແມ່ນບໍ່

ແຕ່ສຳຫຼັບໃຜທີ່ຄຽດຕອນຢູ່ໃນທີ່ສາທາລະນະຫຼືບ່ອນເຮັດວຽກ

ກໍລະນີນີ້ອາດຕ້ອງແອບຂະຫຍັບໂຍກເບົາໆ ຫຼື ຫາມຸມສະຫງົບໆ

ໄປປົດປ່ອຍຄວາມຄຽດກັນແລ້ວລະ ບໍ່ຢ່າງນັ້ນຄົງເຂີນໜ້າດູ

3. ຫຼົບໜີຈາກສະຖານະການຕືງຄຽດ

ຄຽດຍ້ອນຫຍັງ ຄຽດຈາກບ່ອນໃດກໍຫຼົບໄປ

ຈາກບ່ອນນັ້ນໃຫ້ໄວເລີຍ ເຊື່ອເລີຍວ່າ

ພຽງແຕ່ເຈົ້າຍ່າງອອກມາຈາກຈຸດທີ່ເຮັດໃຫ້ຄຽດ

ໄດ້ ອອກມາສູດອາກາດໃນທີ່ປອດໂປ່ງ

ໄດ້ເຫັນທັດສະນີຍະພາບທີ່ຫ່າງມາຈາກບັນຫາ

ເທົ່ານີ້ກໍບັນເທົາຄວາມຄຽດລົງໄປໄດ້ກ່ວາເຄິ່ງແລ້ວລະ

4. ຄາຍຄຽດດ້ວຍກິ່ນອາໂລມາ

ກິ່ນອາໂລມາຫອມໆ ຢ່າງກິ່ນລາເວນເດີ

ຫຼືກິນສຸນເບົາໆຢ່າງຂີງ ສາມາດໂນ້ມນ້າວປະສາດສະໝອງ

ໃຫ້ຮູ້ສຶກຄຽດຫຼາຍໆ ກໍລອງຄາຍຄຽດດ້ວຍອາໂລມາເບິ່ງເດີ

5. ຍິ້ມ, ຫົວ

ຫົວລະແມຊິຖ້າຫຍັງ ເຖິງແມ່ນເຈົ້າຈະຮູ້ສຶກຄຽດແທບຈະບ້າ

ແຕ່ລອງປ່ອຍສຽງຫົວອອກມາດັງໆ ກໍຊ່ວຍຄາຍຄຽດໄດ້ທັນທີແລ້ວ

ເພາະການຫົວສາມາດກະຕຸ້ນໃຫ້ສະໝອງຫຼັ່ງเอ็นด อร์ฟิน  ອອກມາໄດ້

ແມ້ຂະນະນັ້ນສຽງຫົວຂອງເຈົ້າຈະ

ບໍ່ໄດ້ ອອກມາຈາກຄວາມຮູ້ສຶກຢາກຫົວແທ້ໆ ເລີຍກໍຕາມ

6. ກອດ ຊ່ວຍໄດ້

ການໄດ້ກອດໃຜຈັກຄົນແໜ້ນໆ ໃນຂະນະທີ່ເຮົາຮູ້ສຶກບໍ່ໂອເຄ

ກັບຊີວິດປານໃດ ຄວາມຮູ້ສຶກໃນຂະນະນັ້ນຈະຊ່ວຍບັນເທົາ

ຄວາມຄຽດ ແລະ ຄວາມເສົ້າໄດ້ເປັນຢ່າງດີ

ແລະ ພຽງແຕ່ໄດ້ຢູ່ໃນອ້ອມກອດຂອງຄົນທີ່ເຮົາຮູ້ສຶກໄວ້ໃຈ

ເຄມີໃນຮ່າງກາຍຢ່າງອອກຊີໂຕຊິນ(Oxytocin) ແລະ ໂດພາມິນ(Dopamine)

ກໍຈະພາກັນຫຼັ່ງອອກມາລົດລະດັບຮໍໂມນคอร์ติซอล (Cortisol)

ຕົວການທີ່ເຮັດໃຫ້ຮູ້ສຶກຄຽດໄດ້ ຄວາມສະບາຍໃຈກໍເຂົ້າມາແທນທີ່

7. ມະໂນຄາຍຄຽດ

ວິທີຄາຍຄຽດທີ່ດີທີ່ສຸດຕ້ອງເລີ່ມຈາກຕົວເຮົາເອງ

ຖ້າເຮົາສາມາດສະລັດຄວາມຄຽດໄປຈາກສະໝອງໄດ້

ແລ້ວແທນທີ່ດ້ວຍຈິນຕະນາການເຖິງຄວາມສຸກ ຄວາມສົດໃສ

ສະຖານທີ່ທ່ອງທ່ຽວທີ່ເຄີຍໄດ້ໄປ ຫຼືຍ້ອນອະດີດໄປຄິດເຖິງຊ່ວງເວລາ

ແຫ່ງຄວາມສຸກທີ່ເຄີຍໄດ້ສຳພັດຮ່າງກາຍ ແລະ ກ້າມເນື້ອ

ທີ່ເຄີຍຕຶງຄຽດ ແລະ ເກຣງເພາະຄວາມຄຽດຈະຮູ້ສຶກຜ່ອນຄາຍໄດ້ງ່າຍໆແລ້ວ

8. ຄາຍກ້າມເນື້ອ

ເທັກນິກແກ້ຄຽດນີ້ມີຂຶ້ນຕັ້ງແຕ່ປີ 1920 โดย Edmund Jacobson

ຜູ້ລິເລີ່ມບຳບັດຄວາມຄຽດດ້ວຍການຜ່ອຍຄາຍກ້າມເນື້ອ ເລີ່ມຈາກຢຽດເທົ້າ

ແຂນ ຂາ ຈາກນັ້ນນວດຫຼືສະບັດເບົາໆ ຕາມຊ່ວງຄໍ ບ່າໄຫລ່

ທິດສະດີນີ້ບອກວ່າເມື່ອຮ່າງກາຍຮູ້ສຶກຜ່ອນຄາຍຫຼາຍຂຶ້ນ

ຄວາມຄຽດທີ່ສະໝອງຮັບຮູ້ຢູ່ຈະຜ່ອນຄາຍເປັນລຳດັບຕໍ່ມາເອງໂດຍອັດຕະໂນມັດ

9. ຟັງເພງ

ຈາກການສຶກສາຊິ້ນໜຶ່ງຍືນຢັນວ່າ ພຽງໄດ້ຟັງເພງທີ່ມັກ

ກໍຊ່ວຍຄາຍຄຽດ ແລະ ເຮັດໃຫ້ຮູ້ສຶກ ດີຂຶ້ນໄດ້ງ່າຍໆ

ໂດຍເພງມ່ວນໆ ທີ່ໄດ້ຟັງຈະຊ່ວຍລົດຄວາມດັນເລືອດ

ອີກທັງຍັງຊ່ວຍລົດລະດັບຮໍໂມນคอร์ติซอล ໄດ້ອີກດ້ວຍ

ຟັງເພງເພີນໆ ໄດ້ສັກພັກເຈົ້າອາດຈະຮູ້ສຶກ

ຢາກແດນສະບັດຄວາມຄຽດດ້ວຍກໍເປັນໄດ້

10. ຄ້ຽວໝາກຝຣັ່ງ

ໝາກຝຣັ່ງຫຼືລູກອົມມີນໍ້າຕານຊ່ວຍໃຫ້ຮູ້ສຶກສົດຊື່ນຂຶ້ນໄດ້

ນອກຈາກນີ້ການສຶກສາທາງວິທະຍາສາດຊິ້ນໜຶ່ງຍັງຊີ້ຊັດເລີຍວ່າ

ການຄ້ຽວໝາກຝຣັ່ງຈະຊ່າຍລົດລະດັບຮໍໂມນແຫ່ງຄວາມຄຽດ

ທັງຫຼາຍໃນຮ່າງກາຍເຮົາ ແລະ ການຄຽວໝາກຝຣັ່ງຍັງຈັດວ່າ

ເປັນການເຄື່ອນໄຫວຢ່າງໜຶ່ງເຊິ່ງຊ່ວຍໃຫ້ເຮົາ

ຫຼຸດພົ້ນຈາກຄວາມຄຽວດ້ວຍເດີ

ວິທີຄາຍຄຽດງ່າຍໆ 10 ຂໍ້ນີ້ຈະຊ່າຍໃຫ້ຄວາມຄຽດ

ທີ່ເຈົ້າມີລົດລົງ ແລະ ຫາຍໄປໄດ້ຢ່າງວ່ອງໄວທັນໃຈ

ແຕ່ທັງນີ້ກໍຕ້ອງຂຶ້ນຢູ່ກັບຕົວເຮົາເອງດ້ວຍ ວ່າຈະຍອມປ່ອຍມື

ຈາກເລື່ອງທີ່ຄຽດຫຼືຈະກຳຄວາມຄຽດໄວ້ກັບຕົວເອງຕໍ່ໄປ

ຢ່າລືມວ່າຊີວິດເຮົາເລືອກເອງໄດ້ຢ່າງນ້ອຍ

ກໍເລືອກເອົາຄວາມສະບາຍໃຈໃສ່ຕົວເອງກ່ອນດີກວ່າ

ຂ່າວທົ່ວໄປ