ໜ້າເປັນຫ່ວງນາງເອກສາວເປັນມາສັກພັກຍັງບໍ່ຫາຍ ຈາກກໍລະນີ ໃຫມ່ ດາວິກາ ໂອເນ່ ປ່ວຍດ້ວຍອາການຫິນປູນໃນຫູຫລຸດ ຈົນເຮັດໃຫ້ເກີດອາການບ້ານຫມຸນ ຄຽດຫລາຍຢ້ານເປັນໂລກນີ້ບໍ່ຫາຍ
ໂດຍທະວີດຂໍ້ຄວາມຜ່ານທະວິດເຕີສ່ວນຕົວ ດ້ວຍຄວາມວິຕົກວ່າໃຜເຄີຍເປັນບ້ານຫມຸນ ຫິນປູນໃນຫູຫລຸດແລ້ວຜ່າຕັດຫລືບໍ່?ມີແທ້ບໍ່? ບ້ານຫມຸນຕິ້ວໆ
ລ່າສຸດເຈົ້າຕົວບອກດ້ວຍວ່າ “ສິ່ງທີ່ຢ້ານຫລາຍທີ່ສຸດຕອນນີ້ ຄືຢ້ານເປັນໂລກນີ້ບໍ່ຫາຍ ແລ້ວຈະກະທົບກັບງານ ຄຽດເລື່ອງນີ້ສຸດແລ້ວຕອນນີ້” ມີເພື່ອນໆ ແລະແຟນໆ ສະແດງຄວາມເປັນຫ່ວງ ແລະເຂົ້າມາໃຫ້ຄຳແນະນຳຫຼວງຫຼາຍ
ນາງເອກສາວ ໃຫມ່ ດາວິກາ ໂອເນ່ ປ່ວຍດ້ວຍອາການຫິນປູນໃນຫູຫລຸດ ຈົນເຮັດໃຫ້ເກີດອາການບ້ານຫມຸນຄຽດຫລາຍຢ້ານເປັນໂລກນີ້ບໍ່ຫາຍ
ໂດຍນາຍແພດນະລົງ ອະພິກຸນວະນິດ ຮອງອະທິບໍດີກົມການແພດ ແລະ ໂຄສົກກຳມະການແພດ ເປີດເຜີຍກັບທີມຂ່າວຊ່ອງ 3 ອອນໄລ ກ່ຽວກັບລາຍລະອຽດຂອງອາການ “ຫິນປູນໃນຫູຫລຸດ” ຫລື “ໂລກຕະກອນຫິນປູນໃນຫູຊັ້ນໃນຫລຸດວ່າ
ສາເຫດ ປົກກະຕິ ພາຍໃນຫູຊັ້ນໃນມີອະໄວຍະວະຄວບຄຸມການຊົງຕົວ ແລະການໄດ້ຍິນ ຊຶ່ງອະໄວຍະວະຄວບຄຸມການຊົງຕົວ ຈະມີຕະກອນຫິນປູນ ເຄື່ອນໄປມາແຕ່ບໍ່ຫລຸດ ແລະເມື່ອມີສາເຫດບາງປະການເຮັດໃຫ້ຕະກອນຫິນປູນດັງກ່າວຫລຸດ ຕະກອນຫິນປູນກໍ່ຈະ ເຄື່ອນທີ່ໄປມາ ແລະກະຕຸ້ນໃຫ້ເກີດອາການວິນຫົວແບບຫມຸນຂຶ້ນມາໄດ້
ໂດຍສາເຫດທີ່ເຮັດໃຫ້ຕະກອນຫິນປູນຫລຸດນັ້ນ ມາຈາກປັດໄຈຫລາຍປະການ ຍົກຕົວຢ່າງເຊັ່ນ ການເຄື່ອນໄຫວຫົວຊ້ຳໆ ເຊັ່ນ ການເຮັດວຽກຫນ້າຈໍຄອມພິວເຕີ ຊຶ່ງຈຳເປັນຕ້ອງກົ້ມໆ ເງີຍໆ ຢູ່ຫລາຍຄັ້ງ – ເກິດອຸບັດຕິເຫດບໍລິເວນຫົວ – ການຕິດເຊື້ອ – ຄວາມເສື່ອມໄປຕາມໄວ – ການຜ່າຕັດຫູຊັ້ນກາງ ຫລືຫູຊັ້ນໃນ
ອາການ – ວິນຫົວ ບ້ານຫມູນ ຮູ້ສຶກໂຄງເຄງ ຫລືເສຍການຊົງຕົວ – ຄລື່ນໄສ້ ອາຈຽນ – ຕາກະຕຸກ ເຮັດໃຫ້ເບິ່ງ ຫລືອ່ານບໍ່ແຈ້ງ ດົນນານປະມານວິນາທີ ຫລືນາທີ ຫລັງມີການເຄື່ອນໄຫວ ຫລືມີການປ່ຽນທ່າທາງຂອງຫົວ ຫມາຍເຫດ: ຜູ້ປ່ວຍທີ່ເປັນໂລກນີ້ ຈະບໍ່ມີອາການຫູອື້ ບໍ່ມີແຂນຂາຊາຫລືອ່ອນແຮງ
ການຮັກສາ ໂລກຕະກອນຫິນປູນໃນຫູຊັ້ນໃນຫລຸດ ສາມາດຮັກສາໄດ້ດ້ວຍວິທີການ
1.ຣັກສາດ້ວຍຢາ
2.ການເຮັດກາຍຍະພາບບຳບັດ
3.ກາຣຜ່າຕັດ ຊຶ່ງໂລກຕະກອນຫິນປູນໃນຫູຊັ້ນໃນຫລຸດ ເປັນໂລກທີ່ຮັກສາບໍ່ຫາຍຂາດ ແມ້ແພດຈະຮັກສາຜູ້ປ່ວຍ ຈົນຜູ້ປ່ວຍບໍ່ມີອາການວຽນຫົວແລ້ວ ແຕ່ຜູ້ປ່ວຍອາດກັບມາມີອາການໄດ້ອີກ ຊຶ່ງກໍ່ສາມາດຄວບຄຸມອາການໄດ້ດ້ວຍຢາແລະກາຍຍະພາບບຳບັດ
ວິທີປ້ອງກັນເບື້ອງຕົ້ນ – ເວລານອນ ຄວນໝູນໝອນສູງ ເພື່ອຫລີກລ້ຽງການນອນຫງາຍ – ຕອນຕື່ນນອນຕອນເຊົ້າ ຄວນລຸກຂຶ້ນຈາກຕຽງນອນຊ້າໆ – ຫລີກລ້ຽງການກົ້ມເກັບສິ່ງຂອງ – ບໍ່ຄວນອອກກຳລັງກາຍ ທີ່ມີການເຄື່ອນໄຫວຂອງຫົວ ຫລືລຳຕົວຫລາຍ ເວລານອນ ຫລີກລ້ຽງການນອນຫງາຍ ໃນທ່າເງີຍຄໍ ແລະຫັນໄປທາງຫູດ້ານທີ່ຈະເຮັດໃຫ້ເກີດອາການ