ນັບເປັນຂ່າວທີ່ຊ໊ອກວົງການບັນເທີງໄທ ແລະ ລາວ ອີກແລ້ວ ເມື່ອ ນັກຮ້ອງລູກທຸ່ງລຸ້ນໃຫຍ່ ສຽງແຫບອຳມະຕະ ມະຫາສະເນ່ ເຈົ້າຂອງຜົນງານເພງຫຼາຍເພງດັງທັງເພງຊ້າ ເພງໄວຢ່າງ ຄິດຮອດກອດບໍ່ໄດ້, ກອດຄົນນອກໃຈ …. ນອກຈາກນັ້ນຍັງມີເງິນທອງຫຼວງຫຼາຍ ຖືກເລກດຸ ແລະ ເປັນຄົນບັນເທີງທີ່ມັກເຮັດບຸນ ສາຍບຸນອີກດ້ວຍ
ແຕ່ຫຼ້າສຸດ ສິລິພອນ ໄດ້ເປີດເຜີຍຢ່າງສຽງສັ່ນວ່າ ບໍ່ຮັບງານ ກຽມລາວົງການ ຕັ້ງໃຈຈະມີຊີວິດຢູ່ອີກພຽງ 4 ປີ
ໂຊກລາບທີ່ທຸກຄົນເຫັນວ່າມາດຸໆນັ້ນ ເພາະເປັນຄວາມໂຊກດີ ສ່ວນຜົນງານເພງຕໍ່ຈາກນີ້ຂໍບໍ່ຮັບງານແບບບໍ່ມີກຳນົດ ແລະ ຕົນເຄີຍຕັ້ງຈິດໄວ້ວ່າ ຂໍມີອາຍຸພຽງ 59 ປີເທົ່ານັ້ນ ເຊິ່ງຕອນນີ້ກໍ 55 ປີ
ເຄີຍອະຖິຖານນານແລ້ວຕອນປະມານອາຍຸ 27 ປີ ບອກກັບແມ່ວ່າບໍ່ຢາກຢູ່ດົນ ເຄີຍເຫັນຄົນແກ່ໆ ຍ່າງບໍ່ໄດ້ ມັນເບິ່ງແລ້ວທໍລະມານໃຈ ຖ້າເປັນໄປໄດ້ຂໍມີຊີວິດຢູ່ໄດ້ແຄ່ 59 ປີ ພໍ
ແລະບໍ່ຍ້ານຄວາມຕາຍເພາະທຸກຄົນຕ້ອງພົບມັນຢູ່ແລ້ວ ແລ້ວແຕ່ເວລາ ເປັນການຕອບສຳພາດທີ່ຮູ້ແລ້ວກໍບໍ່ຢາກໃຫ້ຮອດມື້ນັ້ນເນາະ ເພາະສຽງເພງ ແລະ ຄວາມດີຂອງເພິ່ນ ຍັງຄົງຢາກຕິດຕາມຕະຫຼອດໄປຢູ່ ແຕ່ເມື່ອສິລິພອນຕ້ອງການແບບນັ້ນ ແຟນຄັບກໍມີພຽງຍອມຮັບ ແລະ ເປັນກຳລັງໃຈໃຫ້
ເພາະຜ່ານມາກໍຖືວ່າພົບເລື່ອງທີ່ໜັກມາສົມຄວນ ກ່ຽວກັບລູກສາວລູກລ້ຽງ ແລະ ສາມີ ໃຜທີ່ເປັນແຟນຄັບຄົງຮູ້ດີ