ທຄຕລ ອອກມາຊີ້ແຈ້ງກ່ຽວກັບຂ່າວລືທີ່ວ່າພະນັກງານຕິດເຊື້ອພະຍາດຈຸລາໂລກສາຍພັນໃໝ່ນັ້ນແມ່ນບໍ່ມີມູນຄວາມຈິງ ເຊິ່ງພະນັກງານຜູ້ທີ່ມີລາຍຊື່ກັກຕົວ 14 ວັນກໍໄດ້ອອກມາໂພສ facebook ສ່ວນໂຕວ່າໂຕເອງແມ່ນບໍ່ໄດ້ມີເຊື້ອພະຍາດຕາມທີ່ເປັນຂ່າວລືນັ້ນ ທັງນີ້ທັງນັ້ນ ທຄຕລ ໄດ້ປະຕິດບັດຕາມນະໂຍບາຍການປ້ອງກັນການແຜ່ລະບາດຂອງໂຄວິດ-19 ເພື່ອຄວາມປອດໄພຂອງລູກຄ້າທີ່ມາໃຊ້ບໍລິການ ແລະ ພະນັກງານຂອງ ທຄຕລ ນັ້ນເອງ
ກ່ຽວກັບເອກະສານແຈ້ງການຂອງທະນາຄານການຄ້າຕ່າງປະເທດລາວ ທີ່ຮົ່ວໄຫລອອກໄປຂ້າງນອກນັ້ນ ໄດ້ເຮັດໃຫ້ຫລາຍຄົນຕີຄວາມຫມາຍໄປຕ່າງໆນາໆ, ບາງຄົນກໍວ່າຂ້າພະເຈົ້າຕິດເຊື້ອໄວຣັສໂຄໂຣນາ ຂ້າພະເຈົ້າຂໍແກ້ຂ່າວເດີ້ວ່າ ມັນບໍ່ແມ່ນຄວາມຈິງ
ຂ້າພະເຈົ້າເປັນພຽງໄຂ້ຫວັດທຳມະດາ ພຽງແຕ່ 2-3 ມື້ ແລະ ຕອນນີ້ກໍເຊົາເປັນປົກກະຕິດີທຸກຢ່າງ ເນື່ອງຈາກສະພາບອາກາດຊ່ວງນີ້ເລີ່ມປ່ຽນແປງ ເຮັດໃຫ້ຫລາຍຄົນບໍ່ສະບາຍໄດ້ ຊ່ວງທີ່ເປັນຫວັດ ກໍໄດ້ໄປກວດຢູ່ໂຮງໝໍມາແລ້ວ ຂໍກວດໂຄໂຣນາ ຫມໍບອກວ່າ ຜູ້ທີ່ມີເຊື້ອໂຄໂຣນານັ້ນ ຈະມີ ຫວັດ ໄອ ຈາມ ໄຂ້ສູງ 38-39 ອົງສາຂຶ້ນໄປ, ປວດກ້າມເນື້ອ, ເມື່ອຍ ຫາຍໃຈຝືດ. ເຊິ່ງອາການຂອງຂ້າພະເຈົ້າມີແຕ່ຫວັດ, ແລະ ໄອ. ສ່ວນໄຂ້ນັ້ນ ຂຶ້ນຮອດແຕ່ 37.4 ເທົ່ານັ້ນ ເຊິ່ງເປັນໄຂ້ເບົາ ຫລື ອາດຈະເອີ້ນວ່າບໍ່ໄຂ້ຊໍ້າ ມື້ທີ່ໄປກວດມີແຕ່ 36.4 ເທົ່ານັ້ນ ຫມໍເລີຍໃຫ້ຢາດີຫວັດ ແລະ ຕ້ານເຊື້ອມາກິນ. ແລະ ບອກໃຫ້ກັບບ້ານເພື່ອຕິດຕາມອາການຢູ່ບ້ານ. ຖ້າກິນຢາແລ້ວບໍ່ເຊົາ, ຫລືໄຂ້ຂຶ້ນສູງຮອດ 39ອົງສາ ແລ້ວໃຫ້ກັບມາໂຮງຫມໍຄືນ. ແຕ່ພາຍຫລັງກິນຢາຈາກໝໍໄດ້ 2 ວັນ, ຫວັດ ແລະ ໄອ ກໍເຊົາ ຕອນນີ້ກໍເປັນປົກກະຕິ 100% ແລ້ວ
ທີ່ທາງທະນາຄານເຮັດແຈ້ງການອອກໃຫ້ຂ້າພະເຈົ້າພັກນັ້ນ ມັນເປັນມາດຕະການປ້ອງກັນໜຶ່ງຂອງອົງກອນຢ່າງເຂັ້ມງວດ. ໃຜທີ່ມີອາການໄຂ້ ຫວັດ ໄອ ຫລື ມາແຕ່ຕ່າງປະເທດ ທາງທະນາຄານເຮົາກໍມີມາດຕະການໃຫ້ບຸກຄົນດັ່ງກ່າວພັກຜ່ອນຕິດຕາມອາການຢູ່ບ້ານ ເປັນເວລາ 14 ວັນ ເພື່ອເປັນການປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ອົງກອນ ແລະ ສັງຄົມ ເຊິ່ງຫຼາຍອົງກອນກໍເລີ່ມນໍາໃຊ້ມາດຕະການນີ້ເຊັ່ນກັນ. ເຊິ່ງຖ້າທຸກທ່ານອ່ານແຈ້ງການດັ່ງກ່າວໃຫ້ລະອຽດ ກໍຈະຮູ້ວ່າໃນແຈ້ງການລະບຸແຕ່ວ່າຂ້າພະເປັນເປັນໄຂ້ຫວັດ ບໍ່ໄດ້ລະບຸວ່າຕິດເຊື້ອແຕ່ຢ່າງໃດ ສ່ວນເລື່ອງທີ່ວ່າຄົນໃນຄອບຄົວຂ້າພະເຈົ້າມາແຕ່ຈີນໄດ້ 2 ອາທິດ ແລ້ວເຮັດໃຫ້ຂ້າພະເຈົ້າອາດຈະມີຄວາມສ່ຽງຕໍ່ເຊື້ອນັ້ນ ມັນບໍ່ແມ່ນຄວາມຈິງ, ເພາະທາງຄອບຄົວກັບມາລາວໄດ້ເປັນເດືອນປາຍແລ້ວ ແລະ ພວກເຂົາກໍແຂງແຮງດີຫມົດທຸກຄົນ
ເຊິ່ງຕໍ່ກັບບັນຫາດັ່ງກ່າວ ທາງທ່ານຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກໍໄດ້ອອກຫນັງສືແຈ້ງການ ເພື່ອຊີ້ແຈງ ກ່ຽວກັບ ແຈ້ງການການລາພັກຕິດຕາມອາການຂອງພະນັກງານ ໃຫ້ສັງຄົມເຂົ້າໃຈຈະແຈ້ງຂຶ້ນຕື່ມ ແລະ ຢືນຢັນວ່າ ພະນັກງານການຄ້າທຸກຄົນທີ່ໄດ້ພັກຕິດຕາມອາການຢູ່ບ້ານນັ້ນ ບໍ່ໄດ້ມີໃຜຕິດເຊື້ອດັ່ງກ່າວເທື່ອ
ສະນັ້ນ, ຂໍໃຫ້ທຸກຄົນທີ່ຮູ້ຂ່າວ ຫລື ອ່ານຂ່າວນັ້ນ ພິຈາລະນາຄວາມຈິງກ່ອນ ມີສະຕິຕໍ່ຂ່າວສານໃນໂລກອອນລາຍໃຫ້ຫຼາຍຂຶ້ນດ້ວຍ ແລະ ກະລຸນາຢ່າເຜີຍແຜ່ຂ່າວທີ່ບໍ່ເປັນຄວາມຈິງ ເພາະມັນຈະສົ່ງຜົນກະທົບດ້ານລົບ ຕໍ່ຫລາຍພາກສ່ວນ ທັງຂ້າພະເຈົ້າເອງ ຄອບຄົວ ອົງກອນທີ່ຂ້າພະເຈົ້າສັງກັດຢູ່ ລວມທັງພາບລັກຂອງປະເທດເຮົາ ເພາະເລື່ອງໄວຣັສນີ້ ມັນເປັນເລື່ອງທີ່ຮ້າຍແຮງໃນປະຈຸບັນ ສະຖານະການແບບນີ້ ແລະ ເຊື້ອໄວຣັສນີ້ໃຜກໍ່ຢ້ານຕິດ ແຕ່ເຮົາຕ້ອງມີສະຕິ ແລະ ເສບຂ່າວທີ່ເປັນຄວາມຈິງ