ຈີນຟ້ອງອະເມລິກາແລ້ວຕໍ່ສານໂລກ ຖານປ່ອຍເຊື້ອໂຄວິດ-19 ສ້າງຄວາມເສຍຫາຍແກ່ຈີນ ແລະຈີນຍັງເວົ້າວ່າປ່ອຍຜ່ານທະຫານທີ່ເຂົ້າແຂ່ງກິລາທະຫານໂລກ ພ້ອມລະບຸທາງການສະຫະລັດ ຍອມຮັບເອງວ່າມີພົນລະເມືອງຕາຍຈາກໄຂ້ຫວັດໃຫຍ່ ລວມທັ້ງໂຄໂລນ່າ2019 ດ້ວຍຕັ້ງແຕ່ເດືອນກັນຍາຍົນ2019
ສຳນັກຂ່າວໃນຈີນລາຍງານວ່າ ທະນາຍຄວາມຈາກເມືອງອູ່ອັ່ນ ປະເທດຈີນໄດ້ຍື່ນຄຳຮ້ອງຕໍ່ສານໂລກ ກ່າວໂທດວ່າປະເທດສະຫະລັດອະເມລິກາເປັນຕົ້ນເຫດຂອງການປ່ອຍເຊື້ອໂຄວິດ19 ແລະໄດ້ສ້າງຄວາມເສຍຫາຍແກ່ຈີນແລະໄປທັ່ວໂລກໃນປັດຈຸບັນ
ໃນຄຳຟ້ອງລະບຸວ່າ ລະຫວ່າງເດືອນກັນຍາຍົນ 2019 ປະເທດອະເມລິກາໄດ້ປະກາດວ່າເກີດລະບາດໂລກໄຂ້ຫວັດໃຫຍ່ ຊຶ່ງມີຜູ້ຄົນເສຍຊີວິດຫລາຍກວ່າ 2 ຫມື່ນຄົນແລະຕິດເຊື້ອ 360,000ຄົນ ຕໍ່ມາປະເທດຈີນມີຈັດງານກີລາສຳລັບທະຫານທັ່ວໂລກ ລະຫວ່າງເດືອນ ຕຸລາຄົມ2019 ປະເທດອະເມລິກາໄດ້ສົ່ງທະຫານຈຳນວນ 369 ຄົນຮ່ວມເຂົ້າແຂ່ງຂັນກີລາດ້ວຍກັນ ຕໍ່ມາກ່ອນທີ່ງານກີລາຈະຢຸດຕິລົງ ປາກົດວ່າມີທະຫານ 5 ຄົນ ເປັນຊາວອະເມລິກາມີອາການເປັນໄຂ້ຢ່າງໜັກ ປະເທດອະເມລິກາໄດ້ສົ່ງເຄື່ອງບິນສ່ວນຕົວຮິບມາຮັບຄົນປ່ວຍ 5 ຄົນກັບປະເທດເຂົາ
‘ທາງຈີນເຂົ້າໃຈວ່າທະຫານອະເມລິກາ 5 ຄົນ ຄົງຈະຕິດເຊື້ອໄວລັສໂຄວິດ19 ຄົງບໍ່ແມ່ນການເຈັບປ່ວຍທຳມະດາ ຈື່ງເປັນເຫດໃຫ້ປະເທດອະເມລິກາຈຶ່ງຕ້ອງຮີບສົ່ງເຄື່ອງບິນມາຮັບຢ່າງທັນດ່ວນຂນາດນັ້ນ ຫລັງຈາກຄົນປ່ວຍ 5 ຄົນຖືກສົ່ງຕົວກັບເຂົ້າປະເທດອະເມລິກາແລ້ວ ອີກບໍ່ຈັກມື້ວັນງານກີລາກໍ່ໄດ້ຢຸດຕິລົງ ທະຫານອະເມລິກາທີ່ເຫລືອ 360 ຄົນກໍ່ໄດ້ເໝົາເຄື່ອງບິນກັບປະເທດ
ຄຳຟ້ອງຍັງລະບຸວ່າ ທະຫານອະເມລິກາ ໄດ້ເຂົ້າພັກໃນໂຮງແຮມໃກ້ກັບຕະຫລາດສົດຂາຍອາຫານທະເລໃນເມືອງອູ່ຮັ່ນ ຊຶ່ງຕໍ່ມາຫລັງຈາກທະຫານອະເມລິກາກັບ ຊາວເມືອງອູ່ອັ່ນກໍ່ກວດຈັບໄດ້ວ່າຊາວອູ່ຮັ່ນຕິດເຊື້ອໂຄວິກ 19 ຫລາຍຄົນ ແລະເລີ້ມຮຸນແຮງຫຼາຍຂຶ້ນເຮັດໃຫ້ເກີດຄວາມເສຍຫາຍ ທັ້ງດ້ານເສດຖະກິດແລະອຸດສາຫະກຳໜັກເບົາ ຂອງເມືອງອູ່ຮັ່ນ
ຕາມລາຍງານຂອງສື່ຈີນ ລະບຸວ່າ ຊ່ວງທີ່ອູ່ຮັ່ນເກີດໂລກລະບາດໂກວິດ 19 ກົມຄວບຄຸມໂລກຂອງອະເມລິກາໄດ້ອອກມາເວົ້າ 2-3 ຄັ້ງຢືນຢັນວ່າກ່ອນໜ້າເດືອນກັນຍາຍົນຄ.ສ 2019 ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຕາຍໄປ 20,000 ຄົນ ແຕ່ແທ້ທີ່ຈິງແລ້ວໃນ ຈ່ຳນວນ 2ໝື່ນຄົນນີ້ແມ່ນມີຜູ້ຕິດເຊື້ອໂຄວິດ-19 ຈ່ຳນວນຫລາຍຄົນ ສະແດງໃຫ້ເຫັນວ່າ ເຊື້ອໂຄວິດ 19 ໄດ້ເກິດຂຶ້ນເມື່ອເດືອນກັນຍາຍົນ 2019 ທີ່ສະຫະລັດອະເມລິກາກ່ອນທີ່ຈະມາແພ່ເຊື້ອທີ່ອູ່ຮັ່ນໃນເດືອນພືດສະຈິກາຍົນ 2019
ໂຈດຕ້ອງການໃຫ້ສານເອົາຄົນປ່ວຍຊາວອະເມລິກາ 5 ຄົນທີ່ອອກຈາກອູ່ຮັ່ນໃຫ້ມາສະແດງຕົວ ເພື່ອພິສູດວ່າເຂົາເຫຼົ່ານັ້ນຍັງມີຊີວິດຢູ່ບໍ່ ໂຈດບໍ່ພໍໃຈຢ່າງຍິ່ງທີ່ປະທານາທິບໍດີອະເມລິກາໄດ້ປະກາດເອີ້ນຊື່ໂຄວິດ-19 ວ່າ ເປັນ ໂຄວິດ ໄຊນ່າ ການທີ່ປະເທດອະເມລິກາໃຫ້ການໃສ່ຮ້າຢປ້າຍສີຕໍ່ປະເທດຈີນຖືວ່າເປັນການກະທຳທີ່ບໍ່ຊອບທຳ ທາງເມືອງອູ່ຮັ່ນຈຶ່ງໄດ້ຍື່ນຟ້ອງຕໍ່ສານໂລກ