ໃຜເຄີຍອ່ານໃບປີວນີ້ບໍ່ ຄຳທຳນາຍໂລກມະນຸດ

ໃຜເຄີຍອ່ານໃບປີວນີ້ບໍ່ ຄຳທຳນາຍໂລກມະນຸດ

ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈະລະນະຍານໃນການຮັບຊົມ ສະລະເວລາອ່ານຄຳທຳນາຍທາຍທັກກ່ຽວກັບໂລກແຫ່ງໄພພິບັດທຳມະຊາດ ເຊິ່ງໄດ້ມີຈາກພະຮູບໜື່ງໄດ້ໂພດຂໍ້ຄວາມ ແລະ ຮູບພາບປະກອບວ່າ  ມື້ນີ້ເອົາໜັງສືເກົ່າມາອ່ານຄືນ-ຮັບຮູ້-ເຂົ້າໃຈ ແລະ ພິຈາລະນະຍານເບິ່ງ ໜັງສືພຸດທະທຳນາຍໂດຍຫຍໍ້ ຂໍ້ຄວາມຈາກ ປູ່ລືສີ ມະນີລັດ (ສົມເດັດລຸ່ງ) ຄົ້ນພົ້ບໜັງສືອິນຕະກະ ເທບທຳນາຍໂດຍຫຍໍ້ ໜັງສືໃບລານໄດ້ຖືກສືບທອດໃນວັດແຫ່ງໜຶ່ງ ໃນແຂວງອັດຕະປື ປະເທດລາວ ຂ້າພະເຈົ້າໄດ້ຮັບຮູ້ຈາກພະອາຈານຜູ້ຊົງສິນອົງໜຶ່ງ ເຜີຍແຜ່ໃຫ້ເລີຍເກີດຕາມສັດທາເຫລື້ອມໃສ ເສຍສະລະຊັບສິນພິມແຈກຢາຍເປັນທຳມະທານ ມາຍັງພີ່ນ້ອງຊາວພຸດທະທັງລາຍ ເພື່ອເປັນບຸນກຸສົນ ແລະ ເພື່ອພິຈາລະນາຍານດ້ວຍຕົນເອງເຖິງເຫດການມະຫັນຕະໄພຂອງໂລກຍຸກໂລກາວິວັດ ເຊິ່ງເກີດຂຶ້ນຕາມພຸດທະທຳນາຍໄວ້ດັ່ງນີ້

*ໂລຊັງຊະມະ ໂທໂພໂສ ອິນໂຕກະລຸນາ* ພະອິນ ພົມ ຍົມມະລາດ ໄດ້ສັ່ງໄວ້ວ່າ ຖ້າບຸກຄົນໃດໄດ້ຮູ້ແລ້ວ ຈົ່ງຮີບບອກໃຫ້ຄົນອື່ນຟັງ ຫລື ຮູ້ແລ້ວພິມແຈກຕາມກຳລັງສັດທາ ຈະເກີດມະຫາກຸສົນຊ່ວຍໃຫ້ທ່ານໄດ້ລຸດພົ້ນຈາກມະຫັນຕະໄພພິບັດທັງປວງ ຖ້າບຸກຄົນຈະລົງມາເກີດພ້ອມທັງໜັງສືໃບລານສະບັບນີ້ ຖ້າບໍ່ມີໄວ້ໃນບ້ານເຮືອນ ຈະຖືກພູດຜີປີສາດເຂົ້າມາທຳລາຍຢ່າງແທ້ຈິ່ງ. ໃນປີ ຈໍ ເຖິງປີກຸນ ເມື່ອເດືອນຫງາຍ ຈະມີງູພິດຢູ່ເທິງຫົວ ຈະເຮັດໃຫ້ເຖິງແກ່ຄວາມຕາຍ ແລະ ຜູ້ຄົນທັງຫລາຍຈະເກີດຄວາມເດືອດຮ້ອນຫລາຍປະການ

-ທຸກຍາກຮ້ອນ ຍ້ອນສຶກສົງຄາມບໍ່ແລ້ວ

-ທຸກຍາກຮ້ອນ ຍ້ອນນ້ຳ-ອາກາດ ແລະ ໄຟ

-ທຸກຍາກຮ້ອນ ຍ້ອນບໍ່ມີໃຜຊິເບິ່ງໃຜ

-ທຸກຍາກຮ້ອນ ຍ້ອນອຶດເຂົ້າປາອາຫານ

-ທຸກຍາກຮ້ອນ ຍ້ອນຜົວ-ເມຍ-ລູກບໍ່ເຫັນໜ້າກັນ

-ທຸກຍາກຮ້ອນ ຍ້ອນມີຄົນຕາຍຕາມທົ່ງນາ ຕາມ ຖະໜົນຫົນທາງ

-ທຸກຍາກຮ້ອນ ຍ້ອນບໍ່ມີຜູ້ເຖົ່າຜູ້ແກ່

-ທຸກຍາກຮ້ອນ ຍ້ອນໄປຕ່າງປະເທດບໍ່ສະດວກ

-ທຸກຍາກຮ້ອນ ຍ້ອນນອນບໍ່ຫລັບ

ໃນປີຈໍນີ້ ໃນເມືອງຈັນ ຈະມີລືສີອົງທອງດຳ ສິກຂາລາເພດ ອອກມາເປັນພໍ່ຄ້າ ໃນປີຈໍນີ້ ຂຶ້ນ ໘ ຄ່ຳ ຫ້າມບໍ່ໃຫ້ຕັກນ້ຳອາບ ນ້ຳກິນ ຕາມຫ້ວຍໜອງຄອງບຶງ ຫລັງຈາກດວງຕາເວັນຕົກດິນ ພະຍາຍົມມະລາດ ຈະນຳເອົາຢາພິດພົ່ນໃສ່ໂລກມະນຸດ ໃນປີຈໍເມືອງກຸງເທບຈະແຕກພັງທະລາຍຕອນເວລາໄກ່ຂັນ, ພະແກ້ວມໍລະກົດ ຫົວຊຽງໝ້ຽງ ເຂົ້າເມັດໃຫຍ່ຈະກັບຄືນສູ່ວຽງຈັນ ນີ້ຄືພະຄາຖາຂອງອົງອິນ ໌ພະມົມ ຍົມມະລາດ ໄດ້ຂຽນໄວ້ໃສ່ໃບລານ ຈົ່ງເກັບຮັກສາໄວ້ໃຫ້ດີ ເພື່ອຈະຊ່ວຍຈາກໄພພິບັດໄດ້ໃນຍາມເກີດເຫດການມະຫັນຕະໄພ. ພະຄາຖາຂຽນໄວ້ວ່າ *ປະໂຕ ເມຕັງ ປະລະຊີມິນັງ ສຸຄະໂຕ ຈຸຕິ ຈິດຕະ ເມດຕະ ນິນະນັງ ສຸຄະໂຕ ຈຸຕິ* ພະຄາຖາບົດນີ້ ຂຽນລົງໃສ່ໃບລານ ແຜ່ນທອງ ຫລື ແຜ່ນຜ້າກໍດີຕິດໄວ້ທີ່ປະຕູບ້ານ ໜ້າເຮືອນ ຫລື ໃນລົດ ຫລື ໜ້າຜາກ-ຄຽນຫົວ ຍາມເກີດເຫດການຈະຊ່ວຍໃຫ້ລຸດພົ້ນຈາກໄພອັນຕະລາຍໄດ້ ໃນກາລະເວລານີ້ ເທຍພະເຈົ້າ ເຫລົ່າເທວະດາ ຜູ້ຮັກສາຄຸ້ມຄອງໂລກ ໄດ້ກາບທູນຕໍ່ພະອິນ ວ່າ ມະນຸດໂລກ ທຳບຸນກຸສົນພຽງ 3 ສ່ວນ ແລະ ທຳບາບເຖິງ 7 ສ່ວນ ເມື່ອເປັນເຊັ່ນນີ້ອົງພະອິນ ຈະສັ່ງລົງໂທດມະນຸດຜູ້ໃຈບາບເຖິງ 9 ຂໍ້ ນັບຕັ້ງແຕ່ປີຈໍ ເຖິງປີກຸນ ດັ່ງນີ້

1. ຈະໃຫ້ເກີດພາຍຸລົມແຮງ ແຜ່ນດິນໄຫວ

2. ຈະເກີດອັກຄີໄພ

3. ຈະເກີດອຸທະກະໄພ

4. ຈະເກີດຟ້າຜ່າ

5. ຈະເກີດຮ້ອນຫລາຍເກີນໄປ-ໜາວຫລາຍເກີນໄປ

6. ຈະເກີດສານພິດຕ່າງໆ

7. ຈະເກີດໂລກໂລຄາພະຍາດຕ່າງໆ

8. ຈະເກີດເຂົ້າຍາກໝາກແພງ

9. ຈະເກີດອາຄາດພະຍາດບຽດບຽນກັນເອງ

ມະຫັນຕະໄພ 9 ຢ່າງນີ້ ຈະລຸດພົ້ນໄດ້ໂດຍສະເພາະຜູ້ມີບຸນ ມະນຸດ-ຄົນທີ່ປະຕິບັດຕາມພະທຳຄຳສັ່ງສອນຂອງພະອະລະຫັນຕາສຳມາສຳພຸດທະເຈົ້າ ເທົ່ານັ້ນ. ຮູ້ແລ້ວຈົ່ງບອກຕໍ່ໆກັນໄປ ໃຫ້ຮີບສ້າງ-ກະທຳດີຫລາຍໆ, ລະເວັ້ນຄວາມຊົ່ວທັງປວງ(ອະກຸສົນມູນ ຄື ໂລພະ ຄວາມຢາກໄດ້ ໂທສະ ຄວາມປະທຸດສະຮ້າຍ, ໂມຫະ ຄວາມຫລົງງົມງາຍໃນກອງສັງຂານ) ແລະ ເຮັດຈິດໃຈໃຫ້ຂາວໃສສະອາດ ບໍລິສຸດຜ່ອງໃສ ຖ້າຜ່ານປີຈໍ ປີກຸນໄປແລ້ວ ທຸກຄົນພ້ອມທັງລູກຫລານຈະໄດ້ຮັບຄວາມສຸກກາຍ ສະບາຍໃຈທຸກຄົນ ໃຫ້ທຸກຄົນເຄັ່ງຄັດໃນສິນ 5. ນອກຈາກສື “ອິນຕະກະ-ເທບທຳນາຍ” ໂດຍຫຍໍ້ ທີ່ກ່າວມາແລ້ວນີ້ ຍັງມີພະຜູ້ຊົງສິນອົງໜຶ່ງ ໄດ້ພົບເຫັນຄຳສອນທີ່ຈາລຶກໄວ້ໃນແຜ່ນຫີນສີລາ ທີ່ຖືກພົບເຫັນໃນພູເຂົາແຫ່ງໜຶ່ງ ທີ່ພະພຸດທະເຈົ້າໄດ້ເດີນຍ່າງທຸດົງວິປັດສະນາກຳມະຖານຜ່ານໄປ ພະຊົງສິນກ່າວເວົ້າວ່າ ພີ່ນ້ອງທັງຫລາຍ ຖ້າບໍ່ເຊື່ອກໍສຸດແລ້ວແຕ່ດວງຈິດ ເພາະເຖິງເວລາແລ້ວທີ່ສະຫວັນຈະບໍ່ມີຄວາມລັບ

ຖ້າທ່ານເຊື່ອກໍເປັນບຸນກຸສົນ ຮູ້ພຽງເທົ່ານີ້ ພະເຈົ້າຂໍບອກເລົ່າສູ່ທ່ານຟັງ ຕາມຄຳກ່າວຂອງພະອົງສິນ ອົງນີ້ວ່າ ໃນແຜ່ນຫີນສີລາໄດ້ຂຽນໂດຍ ພະອະລະຫັນ ພະມາຫາກັດສະປະເຖຣະ(ສາວົກຂອງພະພຸດທະເຈົ້າ)ວ່າ ໃນປີລະກາ ປີຈໍ ປີກຸນ ເດືອນ ໗-໘ (7-8) ຈະເກີດເຫດການຮ້າຍແຮງຕາມຖະໜົນຫົນທາງ ໃນເດືອນ ໙-໑໐ (9-10) ຄົນໃຈບາບຈະຖືກລ້າງຜານໃຫ້ໝົດໄປ ມີບ້ານເຮືອນແຕ່ບໍ່ມີຄົນຢູ່ ມີເຂົ້າແຕ່ບໍ່ມີຄົນກິນ ມີທາງແຕ່ບໍ່ມີຄົນຍ່າງ… ສຸດທ້າຍພະຜູ້ຊົງສິນໄດ້ກ່າວເວົ້າຢ້ຳເຖິງຄວາມສັກສິດຂອງໜັງສື “ອິນຕະກະ-ເທບທຳນາຍໂດຍຫຍໍ້ ເພີ້ມຕື່ມອີກວ່າ ຖ້າທ່ານຜູ້ເຄົາລົບບູຊາ ຫລື ຄິດວ່າຈະບອກໃຫ້ແກ່ຜູ້ອື່ນຮູ້ ຫລື ພິມແຈກຢາຍໃຫ້ສາທຸຊົນທັງຫລາຍໄດ້ຮັບຮູ້ ແລ້ວທ່ານປາຖະໜາສິ່ງໃດຈະໄດ້ສົມໃຈປາຖະໜາ ປາສະຈາກໄພພິບັດທັງປວງຕະຫລອດໄປ ບໍ່ເຊື່ອຢ່າລົບຫລູ່ດູມິ່ນປະມາດ

ພະພຸດທະເຈົ້າທຳນາຍ ອອກຈາກສີລາຈາລຶກໃນມະຫາວິຫານເຂດວັດເຊຕະວັນ ທີ່ສວນມະລຶກຄະທາຍະວັນ ປະເທດອິນເດຍ ໂດຍຄະນະທູດໄທທີ່ໄປອັນເຊີນພະບໍລົມສາຣີຣິກາທາດ ເມື່ອປີພ.ສ ໒໔໘໕ ຕາມຄຳແປວ່າດັ່ງນີ້ ສາທຸ ອະລະຫັງຕາ ພະສຳມາສຳພຸດທະເຈົ້າ ຊົງພະເມດຕາກະລຸນາສັບພະສັດທົ່ວໂລກ ທີ່ເກີດມາແລ້ວລ້ວນແຕ່ລຳບາກ ທົ່ວໜ້າ ທຸກຊາດ ທຸກສາສະໜາຕາມທຳມະຊາດ ເມື່ອອາຕະມາເຂົ້ານິພານໄປແລ້ວ ຄົບ 5000 ພະວັດສາ(5000ປີ)ເປັນທີ່ສຸດ ໂລກຈະໝູນໄປ ໃກ້ຈະເຖິງຈຳນວນທີ່ຕະຖາຄົດທຳນາຍໄວ້, ສອງພັນຫ້າຮ້ອຍປີ(2500 ປີ) ມະນຸດ ແລະ ສັດຈະໄດ້ຮັບໄພພິບັດເສຍຄັ້ງໜຶ່ງ ໃນໄລຍະ 30 ປີ ສິ່ງທີ່ສາທຸຊົນບໍ່ເຄີຍພໍ້ຈະໄດ້ພໍ້ ບໍ່ໄດ້ເຫັນຈະໄດ້ເຫັນ ບໍ່ເຄີຍພົບຈະໄດ້ພົບ ຍັກຫີນທີ່ຖືກສາບໃຫ້ຫລັບຕື່ນຂຶ້ນມາອາລະວາດຍິ່ງໜັກ  ໃກ້ກັບ ພ.ສ2550 ຍິ່ງທະວີໃຫຍ່ຂຶ້ນທຸກທິວາລາຕີ ມະນຸດນອກສາສະໜາຈະລົບລາຂ້າພັນກັນຈົນເລືອດນອງເຕັມພື້ນດິນ ຜືນນ້ຳຈະລຸກລາມເຜົ່າມະນຸດບໍ່ຂາດໄລຍະ ຕ່າງຝ່າຍຕ່າງທຳລາຍ ເໝືອນຍັກກະຫາຍເລືອດ ແຜ່ນດິນຈະລຸກເປັນໄຟ ຈະຕາຍໄປຢ່າງລະເຄິ່ງໜຶ່ງ ເຖິງຈະເລີກລົ້ມ ຕ່າງຝ່າຍຕ່າງໝົດກຳລັງດ້ວຍກັນ ຕາມວິໄສຍັກຮ້າຍນອກສາສະໜາ ເຊິ່ງຖືກຳເນີດຈາກປ່າອຳມະຫິດ

ສ່ວນພຸດທະສາສະນິກະຊົນຜູ້ທຳແຕ່ບຸນ ເດີນຕາມທາງຕະຖາຄົດ ສາມາດລະງັບຮ້ອນ ບໍ່ຮຸນແຮງ, ບ້ານໃດໄດ້ບູຊາພະໂພທິສັດ-ຜ້າກາສາວະພັດ ກໍຈະໄດ້ຮັບໄພພິບັດເບົາບາງ ແຕ່ກໍໜີໄພທຳມະຊາດບໍ່ພົ້ນ ໄຟຈະລຸກລາມມາທາງທິດຕາເວັນອອກ ໄໝ້ວັດວາອາລາມ ສະມະນະ-ຊີພາມຈະອົດຢາກຍາກເຂັນ ລູກໄຟຈະຕົກຈາກຟ້າ ເຫລັກກ້າຈະຜຸດຈາກນ້ຳ ສົງຄາມຈະເກີດທົ່ວທິດ ພະຍານາກຈະພົ້ນພິດເປັນໄຟ ທະຫານຈະເປັນເຈົ້າ ເຂົ້າສານຈະຂາດແຄນ ທຸກແຄວ້ນຈະອົດຍາກ ພູໝາກຈະໝົດເປືອງ ສີເຫຼືອງຈະຊະນະ ພະຍັງຢູ່ຄູ່ເມືອງອີກຕໍ່ໄປ ສີຂາວຈະແພ້ໄພໃນທີ່ສຸດ ຄຸດຈະບິນກັບຖານ ຄົນຈະກັບບຳລຸງ

ພະພຸດທະເຈົ້າວ່າດັ່ງນີ້ *ຊາ ຕະ ມະ ສະ ລະ ວາ* ພຣະພຸທທະຊິນນະລິຕນີ້ ທ່ານໃຫ້ຂຽນໃສ່ເຈ້ຍ ຫລື ຜ້າຂາວຕິດໄວ້ໜ້າເຮືອນ ຫລື ຫົວນອນ ດັ່ງນີ້ ຈະມີອາຍຸຍືນຍາວ ຈະທັນຮູ້ຜູ້ມີບຸນຊື່ ພຣະຍາທັມມິກະຣາຊາ ເມື່ອທຳທິດສະຖິດຢູ່ເຂດອາຍຸດທະຍາ ບັດນີ້ທ່ານສະເດັດຢູ່ລານກາງ (ພາກອີສານໃນປັດຈຸບັນ) ພຣະຍາທັມມິກະຣາຊາ ເຂົ້າມາໃນປີກຸນ ເດືອນ ໑໑ ເປັນທ່ຽງແທ້ໜັກໜາ ທ່ານສະເດັດມາໃນປີຣະກາ ແຮມ ໕ ຄ່ຳ ມະຫາກະສັຕຣິຍ໌ມາທາງທິດຕາເວັນຕົກ ສະມະນະ-ຊີພຣາມຕາມມາປະມານໄດ້ 76,500 ອົງຄ໌ທົ່ວອານາຈັກ, ສົມເດັດພຣະບໍຣົມນັກປຣາດໄດ້ປະກາດພຣະຄາຖາວ່າ ດັ່ງນີ້: *ນະ ສັຈຈັງທະ ຄະຍັງ ມະສັມຄຳປັງ* ຄອຍເບິ່ງໃນປີມະໂຣງ ຄົນຍ່າງເດີນໂກ່ງໂຄ່ງຄານ. ຜູ້ໃດຢາກພົບຜູ້ມີບຸນຊື່ພຣະຍາທັມມະກະຣາຊາ ໃຫ້ພາວະນາ ໃຫ້ໝັ້ນຮັກສາສິລ ຢ່າທ່ຽວໄປກາງແຈ້ງ ທ່ານມາໃນປີປີກຸນເດືອນ ໘ (8) ເປັນທ່ຽງແທ້ ຜູ້ໃດບໍ່ເຊື່ອຈະໄດ້ຮັບອັນຕະລາຍ ຄອຍເບິ່ງໃນປີຈໍ ຄົນຈະພົ້ນໄພ

ສະໂລນະກາ ໂທສາຍະໂມ ພຸດທະຕະຍະ ພາວະນາທຸກເຊົ້າ-ຄໍ່າວັນຄືນ ຜູ້ນັ້ນຈະມີອາຍຸຍືນຍາວ ຈະໄດ້ເຫັນພະຍາທຳມະກິລາຊາ(ພະໂພທິສັດສີອະລີຍະເມດໄຕ) ໃນປີກຸນທ່ານຈະເຂົ້າມາອີກ ຖ້າບໍ່ເຫັນໜັງສືບ້ານໃດ ຜູ້ນັ້ນຈະໄດ້ຮັບອັນຕະລາຍ ຮູ້ແລ້ວຈົ່ງບອກຕໍ່ໆກັນດ້ວຍ ຄຳເຕືອນ ໂລກມະນຸສກຳລັງຈະກ້າວເຂົ້າສູ່ “ກາລີຍຸຄ” ຈະເຮັດໃຫ້ເກີດໄຟທັມມະຊາຕຈາກ ດິນ ນ້ຳ ລົມ ໄຟ ຈະເຮັດໃຫ້ເກີດມະຫາສົງຄາມໂລກຄັ້ງທີ 3  ສຳຫລັບປະເທດໄທຈະເລີ່ມເກີດຕັ້ງແຕ່ປີ ພ.ສ 2550 ຄາດວ່າຈະໄດ້ຮັບໄພທາງນ້ຳ ແລະ ໄຟ ໂດຍສະເພາະຈັງຫວັດທີ່ມີຊາຍແດນຕິດກັບທະເລ ແລະ ກຸງເທບ ແຜ່ນດິນຈະຫຍຸບຕົວ-ຄື້ນນ້ຳຈະພັດເຂົ້າຖະຫລົ່ມ ມະນຸດຈະຕາຍຫລາຍກວ່າເຄິ່ງ ນ້ຳຈະເຂົ້າເຊາະແຄບສະລະບຸລີ ແລະ ດ້ານລ່າງຂອງໂຄລາດບາງສ່ວນ ໄພພິບັດຈະເກີດຂຶ້ນຢ່າງຕໍ່ເນື່ອງໄປເລື້ອຍໆ ສຸດທ້າຍປະເທດໄທຈະເຫລືອປະຊາກອນປະມານ 30%

ສ່ວນປະເທດອື່ນທົ່ວໂລກທີ່ມີຊາຍແດນຕິດກັບທະເລຈະເຫລືອພຽງ 50%-10% ເທົ່ານັ້ນ ບຸກຄົນທີ່ລອດຊີວິດ ສ່ວນຫລາຍແມ່ນຈະເສຍສະຕິສຳປະຊັນຍະ ບໍ່ປອດໄພເໝືອນເມືອງທີ່ນັບຖືພະພຸດທະສາສະໜາ ເພາະບໍ່ເຂົ້າໃຈບຳເພັນທານ ສິນ ພາວະນາ ສະນັ້ນຢ່າຫລົງໄຫລໃນຊັບສິນຂອງຕົນເອງຫລາຍ ເພາະເມື່ອກ້າວເຂົ້າສູ່ຍຸກສີວິໄລ ເງິນທອງຈະບໍ່ມີຄ່າເລີຍ ເພາະມະນຸດຄົນຍຸກນັ້ນ ວັນນັ້ນ ວັດກັນທີ່ຄວາມດີ ສິນລະທຳ ບຸນກຸສົນ ເທົ່ານັ້ນ ປີມະໂຣງ ພ.ສ 2555 ປີມະເສັງ ພ.ສ 2556 ປີຣະກາ 2560 ເຖິງປີຈໍ ພ.ສ 2561 ປີກຸນ ພ.ສ 2562-2563…(ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈະລະນະຍານໃນການຮັບຊົມ)

Cr: ຊາວນາສະຕູດີໂອ

ຂ່າວທົ່ວໄປ