ເປັນເລື່ອງຈາກຕ່າງປະເທດ ປະເທດອີຕາລີ ທີ່ບໍ່ໜ້າຈະເປັນແບບນີ້ເລີຍ ນອກຈາກເຊື້ອໂຄວິດທີ່ວ່າຮ້າຍແລ້ວ ທີ່ຮ້າຍກວ່າກໍຄືໃຈຄົນເຮົານິແຫຼະ ເມື່ອໜຸ່ມຂາດສະຕິຕັດສິນໃຈຈົບຊີວິດແຟນສາວ ທີ່ມີອາຊີບເປັນໝໍ ເນື່ອງຈາກຫາວ່ານາງນຳເອົາເຊື້ອໄວລັດໂຄວິດມາຕິດໃສ່ຕົນ
ຊາຍໜຸ່ມຄົນນີ້ ອາຍຸ 28 ປີ ເຮັດວຽກຢູ່ໂຮງໝໍໃນເມືອງ ເມສຊີນາ ແຄວ້ນ ຊິຊີລີ ທາງຕອນໃຕ້ຂອງປະເທດ ອີຕາລີ ໄດ້ໂທຫາຕຳຫຼວດໃຫ້ມາຈັບຕົນເອງ ຫຼັງກໍ່ເຫດຂ້າຕະກຳແຟນສາວ ເປັນແພດຄືກັນ ອາຍຸ 27 ປີ ທີ່ເຮັດວຽກນຳກັນ ເຊິ່ງຕອນນີ້ເສຍຊີວິດແລ້ວ…
ສ່ວນໜຸ່ມຄົນນັ້ນກໍປາດຂໍ້ມືຕົນເອງໄດ້ຮັບບາດເຈັບ ແພດສາມາດຊ່ວຍຊີວິດໄວ້ໄດ້ ຫຼັງເກີດເຫດກໍໄດ້ມີການກວດຫາເຊື້ອໄວລັດໂຄວິດ ຂອງໜຸ່ມຄົນນັ້ນ ເຊິ່ງກໍບໍ່ພົບເລີຍ
ເລື່ອງນີ້ເປັນບົດຮຽນວ່າ ຢ່າຕື່ນຕົກໃຈຫຼາຍເກີນໄປ ຫຼື ຢ່າຄິດໄປເອງ ທຸກຢ່າງມີທາງແກ້ໄຂ ເຮົາຕ້ອງມີສະຕິ ປຶກສາກັບພາກສ່ວນທີ່ກ່ຽວຂອງ ເພາະເຊື່ອວ່າ ສິ່ງທີ່ຮ້າຍກວ່າພະຍາດໂຄວິດ ກໍຄືຈິດໃຈຄົນເຮົາ ທັງໆທີ່ບໍ່ໄດ້ຕິດເຊື້ອກໍເຂົ້າໃຈວ່າຕິດ ຢ້ານຕົນເອງລາໂລກ ຈົນສັງຫານຄົນທີ່ເປັນທີ່ຮັກຂອງຕົນ ບໍ່ແຄກັບເລື່ອງໃດເລີຍ ສຸດທ້າຍກັບຕ້ອງດັບຊີວິດດ້ວຍຄົນທີ່ຮັກ ບໍ່ແມ່ນພະຍາດຮ້າຍ