ຄົງມີຫຼາຍຄົນຢາກຮູ້ວິທີສັງເກດຕົນເອງແນວໃດຈິ່ງຮູ້ວ່າຕິດໂຄວິດ ຫຼື ຕ້ອງເຂົ້າຫາໝໍດ່ວນເພື່ອກວດຫາເຊື້ອ ຄວາມຈີງແລ້ວພະຍາດໂຄວິດໃນແຕ່ລະຄົນຈະມີອາການທີ່ແຕກຕ່າງກັນໄປ ບາງຄົນກໍ່ເປັນໄອກ່ອນ ບາງຄົນຖອກທ້ອງກ່ອນບາງກໍລິ້ນ ດັງບໍ່ໄດ້ກິ່ນບໍ່ໄດ້ລົດຊາດກ່ອນ ແລ້ວແຕ່ກໍລະນີ ແລະສຸຂະພາບຂອງແຕ່ລະຄົນ.
ແຕ່ຕາມຫຼັກການແພດແລ້ວ ຖ້າທ່ານມີອາການຜິດປົກກະຕິຈາກລະບົບທາງເດີນຫາຍໃຈ ຮ່ວມກັບມີຄວາມສ່ຽງໃນການສຳຜັດຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນແລ້ວ ກໍ່ຕ້ອງຮີບຮ້ອນໄປຫາໂຮງໝໍທີ່ໃກ້ບ້ານທີ່ສຸດ ເພື່ອກວດຫາຄວາມເປັນຈີງເປັນຕົ້ນການສອບຖາມປະຫວັດ ເພື່ອຄັດກອງກ່ອນເຂົ້າຮັບການປິ່ນປົວກໍ່ຄືເກັບຕົວຢ່າງໄປກວດ ສຳຄັນຄືຖ້າທ່ານໄດ້ໃກ້ຊິດກັບຄົນຕິດເຊື້ອແລ້ວຕ້ອງແຈ້ງໂຮງໝໍຮັບຊາບທັນທີ ເປັນໄປໄດ້ເພິ່ນຈະສົ່ງລົດໄປຮັບທ່ານເຖິງເຮືອນ ເພື່ອເຂົ້າຮັບເພື່ອກັກບໍລິເວນຕິດຕາມອາການໂດຍໄວທີ່ສຸດ
ແນວໃດກໍ່ຕາມ ເພື່ອໃຫ້ທ່ານໝັ້ນໃຈວ່າ ອາການແບບໃດແທ້ທີ່ຕ້ອງໄປກວດໃຫ້ໄດ້ເພາະເຂົ້າຂ່າຍຕິດໂຄວິດແລ້ວ ຕາມການບັນທຶກຂອງຫຼາຍໆໂຮງໝໍຜູ້ທີ່ຢູ່ໃນເກນການຕິດເຊື້ອໂຄວິດກໍ່ຄືມີ 7 ອາການດັ່ງນີ້
1 ມີໄຂ້ສູງ 37 ອົງສາຂຶ້ນໄປ
2 ມີອາການຂອງລະບົບທາງເດີນຫາຍໃຈໄດ້ແກ່ໄອ, ຈາມ, ຕັນດັງ
3 ມີປະຫວັດເດີນທາງມາຈາກພື້ນທີ່ສ່ຽງກໍ່ຄືບ່ອນທີ່ຕິດເຊື້ອແລ້ວ
4 ກຸ່ມຜູ້ປະອກບອາຊີບທີ່ກ່ຽວຂ້ອງກັບນັກທ່ອງທ່ຽວຕ່າງປະເທດ
5 ກຸ່ມທີ່ເດີນທາງໄປສະຖານທີ່ຊຸມຊົນ ສະຖານທີ່ແອອັດເຊັ່ນ: ຕະຫຼາດໜັດ ຫ້າງຊັບພະສິນຄ້າ, ສະຖານທີ່ບໍລິການຂົນສົ່ງສາທາລະນະ
6 ມີຜະຫວັດສຳຜັດກັບຜູ້ປ່ວຍໂຄວິດທີ່ໄດ້ຮັບການຢັ້ງຢືນຈາກທ່ານໝໍແລ້ວ
7 ເປັນບຸກຄະລາກອນທາງການແພດ ແລະສາທາລະນະສຸກທີ່ມີປະຫວັດສຳຜັດຜູ້ປ່ວຍ ຫຼື ມີໄຂ້ສູງເກີນ 37,5 ອົງສາ
ອ່ານແລ້ວ ສາມາດແບ່ງປັນໃຫ້ຄົນອຶ່ນ ແລະ ໝູ່ຄູ່ໄດ້ອ່ານນຳດ້ວຍການກົດແຊຣ໌.