ຂ່າວ ເສຍ​ໃຈ​ກັບການ​ຈາກ​ໄປ​ຂອງ​ແມ່​ຕູ້​ໄວ 107 ປີ ຂອງສາວຕ່າຍ ອໍລະໄທ

ຂ່າວ ເສຍ​ໃຈ​ກັບການ​ຈາກ​ໄປ​ຂອງ​ແມ່​ຕູ້​ໄວ 107 ປີ ຂອງສາວຕ່າຍ ອໍລະໄທ

ຂໍ​ສະ​ແດງ​ຄວາມ​ໄວ້​ອາ​ໄລ ເສຍ​ໃຈ​ນຳ​ສາວ ຕ່າຍ ອໍ​ລະ​ໄທ ນັກ​ຮ້ອງ​ລູກ​ທຸ່ງ​ຂວັນ​ໃຈ​ມວນ​ຊົນ​ໄທ ກັບ​ການ​ສູນ​​ເສຍ​ຍາຍ ຫຼື ແມ່​ຕູ້​ໄປ​ໃນ​ຕອນ​ຫົວ​ຄ່ຳ​ມື້​ວານ​ນີ້ 15 ເມ​ສາ 2020

ສາວ​ຕ່າຍ​ໄດ້​ໂພ​ສ​ຄວາມ​ໃນ​ໃຈ​ວ່າ:

ຍາຍ​ຄື​ທຸກ​ສິ່ງ

ຖື​ເປັນ​ການ​ສູນ​ເສຍ​ຄັ້ງ​ໃຫຍ່​ໃນ​ຊີ​ວິດ​ຂອງ​ຕ່າຍ ຄຸນ​ຍາຍ​ຈາກ​ໄປ​ຢ່າງ​ສະ​ຫງົບ ເມື່ອ​ຫົວ​ຄ່ຳ​ວານ​ນີ້ ດ້ວຍ​ໂລກ​ສະ​ລາ ລວມ​ອາ​ຍຸ​ໄດ້ 107 ປີ

(ບໍ່​ໄດ້​ເສຍ​ໃຈ​ຈົນ​ຟູມ​ຟາຍ ຮູ້​ແຄ່​ວ່າ​ຈຳ​ຄວາມ​ໄດ້​ຢູ່​ກັບ​ຍາຍ​ມາ​ຕະຫຼອດ ຈົນ​ປີ​ນີ້ 40 ປີ​ແລ້ວ ມັນ​ແອບ​ແຄວ່ງໆ ແກວ້ງໆ ໃນ​ໃຈ​ນະ​ຄະ ຍາຍ​ໃຫ້​ກຳ​ລັງ​ໃຈ​ໜູດ້ວຍນ່າ)

ເຖິງ​ວ່າ​ຍາຍ​ຈະ​ບໍ່​ໄດ້​ເປັນ​ຜູ້​ກຳ​ເນີດ ແຕ່​ຕ່າຍ​ກໍ​ຜູກ​ພັ​ນ​ກັບ​ຍາຍ ແລະ ຮັກ​ຄື​ແມ່ ແລະ ຖືກ​ດູ​ແລ​ດ້ວຍ​ຄວາມ​ຮັກ ຄວາມ​ເຂົ້າ​ໃຈ​ມາ​ຕະຫຼອດ

ຍາຍ​ພາ​ປະ​ຕິ​ບັດ​ໃນ​ສິ່ງ​ທີ່​ດີ​ທີ່​ໂບ​ລານ​ປູກ​ຝັງ ແຕ່​ຄວາມ​ຄິດ​ຄວາມ​ອ່ານ​ຍາຍ​ທັນ​ສະ​ໄໝ ບໍ່​ເຄີຍ​ປິດ​ກັ້ນ ໃຫ້​ລູກຫຼານ​ຮູ້​ຈັກ​ເອົາ​ໂຕ​ລອດ ໃຫ້​ຄິດ​ດີ ແລະ ທຳ​ດີ ເຮັດ​ໃນ​ສິ່ງ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ຜູ້​ອື່ນ ເພາະ​ຄວາມ​ເຢັນ​ຂອງ​ຈິດ​ໃຈ ການ​ເຮັດ​ໃຫ້​ເປັນ​ແບບ​ຢ່າງ ເຖິງ​ເຮັດ​ໃຫ້​ຕ່າຍ​ເປັນ​ຕ່າຍ​ຄົນ​ນີ້ ເປັນ​ຄົນ​ອົດ​ທົນ ໃນ​ທຸກ​ສັບ​ພະ​ສິ່ງ​ຈົນ​ເຖິງ​ທຸກ​ມື້​ນີ້

ບໍ່​ໄດ້​ເຂັ້ມ​ແຂງ​ທຸກ​ເລື່ອງ ແຕ່​ກໍ​ເຮັດ​ໃຫ້​ເດັກ​ນ້ອຍ​ຄົນ​ນີ້​ເຂົ້າ​ໃຈ​ທີ່​ຈະ​ຮຽນ​ຮູ້ ແລະ ຜ່ານ​ຄວາມອ​່ອນ​ແອ​ໄປ​ໃຫ້​ໄດ້ ເພາະ​ຍາຍ​ຄື​ກຳ​ລັງ​ໃຈ ແມ້​ແຕ່​ສຸດ​ທ້າຍ​ທີ່​ຍາຍ​ຈະ​ຈາກ​ໄປ ຍາຍ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ມີ​ສະ​ຕິ ແລະ ການ​ກຽມ​ຕົວ​ຂອງ​ບາຍ

ພວກ​ເຮົາ​ກຽມ​ໃຈ​ມາ​ຕະຫຼອດ ເພາະມີຫຼາຍ​ເທື່ອ​ທີ່​ຍາຍ​ປ່ວຍ​ໜັກ​ເຂົ້າ​ໂຮງ​ໝໍ ແຕ່​ທຸກ​ເທື່ອ​ຍາຍ​ກໍ​ຍັງ​ແຂງ​ແຮງ​ຢູ່​ເປັນ​ຮົ່ມ​ໂພ ຮົ່ມ​ໄຊ​ໃຫ້​ລູກຫຼານ ຈົນ​ເຖິງ​ທຸກ​ມື້​ນີ້.

ແຕ່​ປ່ວຍ​ໜັກ​ຄັ້ງ​ນີ້ ເຖິງວາ​ລະ​ສຸດ​ທ້າຍ​ຂອງ​ຍາຍ​ແລ້ວ​ແທ້​ໆ
ຄວາມ​ຈິງ​ຕ່າຍ​ຮູ້​ຢູ່​ແລ້ວ ວິ​ນາ​ທີ​ທີ່​ຮູ້​ບໍ່​ໄດ້​ຮ້ອງ​ໄຫ້​ເລີຍ ແຕ່​ຕອນ​ນີ້​ນ້ຳ​ຕາ​ມັນ​ໄຫຼ ໄຫຼ​ເປັນ​ທາງ (ດຽວ​ຄົງ​ຢຸດ)

ດີ​ໃຈ​ທີ່​ໄດ້​ເຮັດ​ບາງ​ຢ່າງ​ຕາມ​ຄວາມ​ປະ​ສົງ​ຂອງ​ຍາຍ ຈົນ​ສຳ​ເລັດ ແລະ ຄວາມ​ໃຈ​ນ​ໃຈ​ທີ່​ຍາຍ​ປາດ​ຖະ​ໜາ​ກ່ອນ​ຈາກ​ໄປ ລູກຫຼານ​ຈະ​ເຮັດ​ຕາມ ບ​ໍ່​ຕ້ອງ​ຫ່ວງ​ຫຍັງ​ຍາຍ​ຫຼັບ​ໃຫ້​ສະ​ບາຍ​ເລີຍ

ຮັກ​ຍາຍສະເໝີ​…

ຂ່າວທົ່ວໄປ