ຄົນທີ່ເຮັດໃຫ້ ຊິວິຄົນອື່ນຫຼົ້ມຈົມ ຄືຄົນທີ່ເຫັນຄົນອື່ນມີຄວາມສຸກບໍ່ໄດ້

ຄົນທີ່ເຮັດໃຫ້ ຊິວິຄົນອື່ນຫຼົ້ມຈົມ ຄືຄົນທີ່ເຫັນຄົນອື່ນມີຄວາມສຸກບໍ່ໄດ້

ຄົນທີ່ກ້າເຮັດຜິດ ເຂົ້າໄປທຳຮ້າຍຄອບຄົວຄົນອື່ນຈົນຫຼົ້ມຈົມ ກໍ່ຄືຄົນທີ່ໂຫຍຫາຄວາມຣັກ ເຫັນຄົນອື່ນເປັນສຸກບໍ່ໄດ້ ຢາກເເຍ່ງ ຢາກໄດ້ ຢາກມີ ຢາກຄອບຄອງມາເປັນຂອງຕົນເອງ ປາກເວົ້າວ່າບໍ່ຢາກໄດ້ ບໍ່ຢາກທຳລາຍຄອບຄົວຄົນອື່ນ ແຕ່ການກະທຳສວນທາງ ພໍມີໂອກາດກໍ່ເຮັດທຸກວິທີທາງເພື່ອໃຫ້ໄດ້ມາ ປາກເວົ້າວ່າເຂົາຖິ້ມຄອບຄົວເພາະບໍ່ຮັກແລ້ວ ແນ່ໃຈຫຼືບໍ່ວ່າເຂົາຈະກ້າຖິ້ມຄອບຄົວທີ່ຮ່ວມທຸກຮ່ວມສຸກກັນມາຢູ່ນຳເຮົາ ແນ່ໃຈໄດ້ແນວໃດວ່າຄົນໆ ນີ້ເປັນຄົນດີແທ້ ? ສະຫຼຸບແລ້ວຢາກໄດ້ຂອງຄົນອຶ່ນມາເປັນຂອງຕົວເອງ ເຖິງໄດ້ມາກໍ່ບໍ່ໝັ້ນຄົງ

ຈະເອິ້ນວ່າ ເຮັດຊົ່ວຝ່າຍດຽວກໍ່ບໍ່ແມ່ນຕ້ອງມີອີກຝ່າຍຮ່ວມມືນຳ  ຄົນໃຈບໍ່ໜັກແໜ້ນ ເຫັນຂອງໃຫມ່ມາໃຈຕື່ນເຕັ້ນ ໂຫຍຫາ ຢາກມີ ຢາກໄດ້ມາຄອງ ເຖິງຈະຮູ້ວ່າຜິດກໍ່ຕາມ ຍ້ອນກິເລດຕັນຫາເລີຍເຮັດຜິດຕໍ່ຄອບຄົວເຮັດຜິດສິນທຳ ຄົນແບບນີ້ຊີວິດຈະບໍ່ຈະເລີນ ເງິນທອງຫາມາທໍ່ໃດກໍ່ບໍ່ພໍຈ່າຍ ເປັນໜີ້ເປັນສິນຫາຄວາມສຸກທີ່ແທ້ຈີງບໍ່ມີເລີຍ ພໍເຫັນຄົນໃໝ່ອີກກໍ່ຈະໂຫຍຫາໄປເລື້ອຍໆ ເພາະເກີດຈາກຄວາມບໍ່ໍພໍ  ເປັນເຫດໃຫ້ທັງສອງຄົນສ້າງເວນສ້າງກຳໃຫ້ຄົນອື່ນ  ສຸດທ້າຍກໍ່ໄດ້ຮັບກຳນຳສະໜອງ

ຫາກຣູ້ວ່າຜິດຍັງເດິນຫນ້າ ເຕືອນໃຫ້ກັບຕົວກັບໃຈ ເພາະບາບກຳ ບໍ່ເຄີຍປານີໃຜ  ມັນສົ່ງຜົນໃຫ້ພົບພໍ້ແຕ່ຄວາມທຸກກາຍ ທຸກໃຈແບບບໍ່ຄາດຝັນ ຫລືເອີ້ນວ່ານາລົກຢູ່ເທິງດິນ ຕາຍໄປກໍ່ຢັງບໍ່ມົ້ມຕ້ອງໄປປີນຕົ້ນງິ້ວ ຫົນທາງສູ່ດົງງິ້ວມັນບໍ່ໄດ້ຫອມຫວນຄືດັ່ງກິ່ນກຸຫລາບ   ທຳມາຄ້າຂາຍບໍ່ຂຶ້ນບໍ່ເກີນ ມັກເຈັບມັກເປັນຢູ່ເລື້ອຍ ຖ້າສອງຄົນຫາກໄດ້ມາຢູ່ກິນນຳກັນຢ່າງເປິດເຜີຍ ສິ່ງທີ່ຕາມມາຫລັງຈາກທີ່ທັ້ງຄູ່ເຂ້າໃຈວ່າສຸກ ຄືຄວາມທຸກມະຫັນ ກິເລດຝ່າຍຕ່ຳດຶງດູດກັນແລະກັນ

ຂ່າວທົ່ວໄປ