ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການປົກຄອງແຂວງອັດຕະປື ແລະ ເມືອງ ສະໜາມໄຊ ເພີ່ມທະວີການກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆໃນການຄຸ້ມຄອງທຶນຮອນ,ຊັບສິນ,ງົບປະມານຊົດເຊີຍ,ຊ່ວຍເຫຼືອຜູ້ຖືກຜົນກະທົບ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນວັນທີ່23ກໍລະກົດ2018ບໍ່ໃຫ້ເກີດມີຊ່ອງວ່າງສວຍໂອກາດຕ່າງໆ.
ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານ ຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມຖອດຖອນ ບົດຮຽນກ່ຽວກັບຜົນການກວດກາ, ການສືບສວນ- ສອບສວນ ສາເຫດຄູກັນນ້ຳ ເຂື່ອນ ໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງ
ແຂວງອັດຕະປື.ເນື່ອງໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ເນັ້ນໃຫ້ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ ແລະ ມີຄວາມ ຮັບຜິດຊອບສູງໃນການ ອະນຸມັດ, ຮັບຮອງການກໍ່ສ້າງໂຄງການພັດທະນາໄຟຟ້າໃນຕໍ່ໜ້າ, ຫຼີກລ່ຽງການເຮັດແບບຟ້າວຟັ່ງ ຫຼື ເອື່ອຍອີງໃສ່ແຕ່ການສະໜອງຂໍ້ມູນຈາກເຈົ້າຂອງ ໂຄງການ ຫຼື ບໍລິສັດພຽງແຕ່ຝ່າຍດຽວ, ຕ້ອງເພີ່ມທະວີວຽກງານຄຸ້ມຄອງບັນດາ ໂຄງການໄຟຟ້າ, ບ່ອນໃດທີ່ ໄດ້ມີການ
ອະນຸຍາດໃຫ້ພັດທະນາ ກໍຕ້ອງມີການຄຸ້ມຄອງ, ຕິດຕາມ-ກວດກາໃຫ້ເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງມີລະບຽບການ ແລະ ມາດຕະການລະອຽດຈະແຈ້ງ, ຄະນະຮັບຜິດຊອບ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ປະສານສົມທົບກັບແຂວງອັດຕະປື ກໍຄືເມືອງສະໜາມໄຊ ກວດກາຄືນການຈັດສັນທີ່ຢູ່ອາໄສ ແລະ ບ່ອນທໍາການຜະລິດຂອງປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກການແຕກຂອງເຂື່ອນໃຫ້ໄວຂຶ້ນຕື່ມ ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນ
ແລະ ໄດ້ດໍາລົງຊີວິດທໍາມາຫາກິນເປັນປົກກະຕິໂດຍໄວ, ຄະນະພັກ, ອົງການປົກຄອງ ແຂວງອັດຕະປື ແລະ ເມືອງສະໜາມໄຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບຈາກຄູກັນນ້ຳຂອງເຂື່ອນແຕກ ໃຫ້ກັບຄືນສູ່ສະພາບປົກກະຕິໄວເທົ່າໃດຍິ່ງເປັນການດີ.