ແມ່ເຖົ້າອາຍຸ 83ປີ ຟື້ນຄືນຈາກຄວາມຕາຍ ເຮັດໃຫ້ແພດຕົກຕະລຶງ ນັບສິບຄົນ

ແມ່ເຖົ້າອາຍຸ 83ປີ ຟື້ນຄືນຈາກຄວາມຕາຍ ເຮັດໃຫ້ແພດຕົກຕະລຶງ ນັບສິບຄົນ

ຄົນເຣົາເກິດມາຕ້ອງຕາຍກັນທຸກຄົນ ຢູ່ທີ່ວ່າຈະຊ້າຫລືໄວເທົ່ານັ້ນ ແຕ່ວ່າແມ່ເຖົ້າທ່ານນີ້ ລາວກໍ່ຢາກອຢູ່ຕໍ່ອີກ ເພາະລາວກັບມາຈາກຄວາມຕາຍຫລັງແພດປະກາດແລ້ວວ່າຫມົດລົມຫາຍໃຈໄປດົນກວ່າ 10 ຊັ່ວໂມງ

ເມື່ອສັບປະດາທີ່ຜ່ານມາ ຄິຊາເນັຍ ພະຍາບານກະສຽນອາຍຸໄວ 83 ປີ ລົ້ມຫມອນນອນເຊື່ອ  ຈົນຕ້ອງໃຫ້ທີມແພດສະໜາມເຂົ້າມາກວດຮ່າງກາຍຢູ່ເປັນປະຈຳ ຊຶ່ງຜົນການກວດອອກມາວ່າແມ່ເຖົ້າກຳລັງຢູ່ໃນຊ່ວງ “ໄມ້ໃກ້ຝັ່ງ” ເຕັມທີແລະຂໍໃຫ້ຄົນໃນຄອບຄົວທຳໃຈ ບໍ່ມີຄວາມຈຳເປັນຕ້ອງພາລາວໄປໂຮງໜໍອີກ ຊຶ່ງທາງຄອບຄົວກໍ່ຕົກລົງນຳກັນ  ຈົນກະທັ້ງມື້ຕໍ່ມາຄຳທຳນາຍຂອງແພດກໍ່ເປັນຄວາມຈິງ ແມ່ເຖົ້າຄິຊາເນັຍຢຸດຫາຢໃຈ ກ່ອນແພດແລະຕຳລວດຈະມາກວດສອບ ວັດຊີບພະຈອນລາວທີ່ບ້ານແລະຢືນຢັນວ່າ  ແມ່ເຖົ້າຈາກໄປຢ່າງສະງົບແລ້ວ

ທາງດ້ານຄອບຄົວ ກໍ່ໂສກເສົ້າເສັຍໃຈແລະຈະເຮັດພິທີທາງສາສໜາ ອອກໃບການເສັຍຊີວິດແລະຈ້າງສັບປະເລີຂຸດຂຸມຝັງສົບ ບາດຫລວງກຽມພ້ອມກ່າວຄຳສວດ ຮ້ອງໄດ້ວ່າທຸກຢ່າງພ້ອມເຮັດພິທີທາງສາດສະໜາ  ໃນເວລານັ້ນລູກສາວຂອງແມ່ເຖົ້າສັງເກດເຫັນຄວາມຜິດປົກກະຕິ “ປະມານ 1ໂມງ ຄຣຶ່ງ ລູກສາວເອົາມືຈັບຫນ້າຜາກແມ່ເປັນຄັ້ງສຸດທ້າຍ ແລ້ວກໍ່ຣູ້ສຶກແປກຫລາຍຕົວແມ່ອຸ່ນໆ ບໍ່ຄືຄົນທີ່ເສັຍຊີວິດເລີຍ ແລ້ວຕໍ່ມາປະຕິຫານແມ່ເຖົ້າກໍ່ກັບມາຫາຍໃຈອີກເຂົາເຈົ້າເລີຍຕ້ອງຍົກເລິກການກຽມງານທັ້ງຫມົດ ເອາໃບເສັຍຈີວິດຈິກຖິ້ມໝົດເລີຢ ລູກສາວແມ່ເຖົ້າແລະພີ່ນ້ອງກໍ່ພາກັນຕົກຕະລິງກັນໝົດ

ວະລາດິເມັຍ ເຊໂບທາເຣບ ແພດຜູ້ຣັບຜິດຊອບຮູ້ເລື້ອງ ກໍ່ຮິບບອກພະຍາບານງໄປທີ່ບ້ານຂອງແມ່ເຖົ້າຄິຊາເນັຍທັນທີ ຫລັງພາມາໂຣງໝໍແລະກວດສອບກໍ່ເຫັນວ່າແມ່ເຖົ້າຢູ່ໃນອາການໂຄມ່າຂັ້ນທີ່ 3 ໃກ້ຈະບໍ່ມີສັນຍານຊີບ ແລະດ້ວຍການເບິ່ງແຍງຢ່າງດີຂອງແພດເຮັດໃຫ້ແມ່ເຖົ້າຟື້ນຈາກໂຄມ່າ ແລະກັບມາມີສຸຂພາບຣ່າງກາຍດີຢ່າງໜ້າປະຫລາດໃຈ

ແລະແນ່ນອນຄຳຖາມຍອດຮິດ  ທີ່ຫລາຍຄົນຢາກຮູ້ນັ້ນຄື “ໂລກຫນ້າເປັນແນວໃດແດ່?  ແມ່ເຖົ້າຄິຊາເນັຍຕອບວ່າລ່ວໄດ້ໄປເຫັນສະຫວັນເອີ້ນຫາພໍ່ຕົວເອງ ເພາະຢາກຮູ້ວ່າຢູ່ທາງນັ້ນເປັນແນວໃດແດ່  ຈົນກະທັ້ງລືມຕາຂຶ້ນມາເຫັນຄົນສວມຊຸດຂາວຢືນລ້ອມຢູ່ ທຳອິດຄິດວ່າເປັນເທວະດາແຕ່ຄວາມຈິງຄືທີມແພດແລະພະຍາບານ ດຣ.ວລາດິເມັຍເວົ້າວ່າ ຕົນເປັນຫມໍມາດົນກວ່າ 20 ປີ ຫາກໍ່ເຄີຍເຫັນແບບນີ້ເປັນຄັ້ງທຳອິດ  ຕໍ່ມາຫລັງຈາກພັກຣັກສາຕົວຈົນຫາຍດີແລ້ວ ແມ່ເຖົ້າຄິຊາເນັຍ ກໍ່ໄດ້ຣັບອະນຸຍາດໃຫ້ກັບບ້ານໄປຢູ່ພ້ອມຫນ້າກັບຄອບຄົວ

ສາລະໜ້າຮູ້