ກຳລັງເປັນກະແສມາແຮງ! ຈາກຂ່າວ ຄວາມສໍາພັນຂອງນາງເອກສາວ ແຕ້ວ ນັດຕະພອນ ຫຼັງຈາກທີ່ເລິກລາກັບແຟນໜຸ່ມ ຕົ້ນ ທີ່ຄົບຫາດູໃຈກັນເປັນເວລາດົນກວ່າ 14 ປີ ແລ້ວ ແຕ່ກໍມີກະແສອອກມາວ່າ ມີໄຮໂຊຫຼາຍຄົນຕາມຈີບ ຈົນຫຼ້າສຸດໄດ້ມີວົງໃນອອກມາເວົ້າວ່າ ໜຸ່ມທີ່ກຳລັງແອບຄົບກັບແຕ້ວນັ້ນກໍຄື ໄຮໂຊ “ໄນ ປະໄນ ພອນປະພາ” ໜຸ່ມຕີ໋ ທຸລະກິດແຖວໜ້າຂອງປະເທດໄທ ແຟນເກົ່າຂອງສາວ “ວຸ່ນເສັ້ນ ທີ່ເປັນອະດີດພັນລະຍາຂອງ ໝຸ່ມ ຊາຄິດ ແຍ້ມນາ” ນັ້ນເອງ ເຊິ່ງຕອນນີ້ເຮັດໃຫ້ເປັນກະແສວິພາກວິຈານໃນ Social ບໍ່ໜ້ອຍເລີຍທີດຽວ
ຫຼ້າສຸດເພສດັງ ໃຕ້ຕຽງດາລາ ກໍໄດ້ເຜີຍຂໍ້ຄວາມຈາກເອື້ອຍແທ້ໆຂອງສາວ ແຕ້ວ ກ່ຽວກັບເລື່ອງນີ້ ແລະ ສາເຫດທີ່ ແຕ້ວເລິກກັບຕົ້ນ ຍ້ອນວ່າທັງສອງຄົບກັນມາດົນແຕ່ຍັງເບິ່ງຄວາມສໍາພັນຂອງທັ້ງສອງບໍ່ເຫັນຊັດເຈນໃນຂັ້ນຕໍ່ໄປ ກໍເລີຍຕັດສິນໃຈຫຼຸດຄວາມສໍາພັນລົງ ເລິກລາກັນດ້ວຍດີ ແລະ ຍັງຫ່ວງໃຍກັນຄືເກົ່າ!!! ທັງ ຍອມຮັບວ່ານາງເອກສາວ ກຳລັງປຸກຕົ້ນຮັກ ກັບໄຮໂຊດັງ ໄນ ຈາກປະເດັນທັ້ງໝົດນີ້ ທາງແຕ້ວຈື່ງເລືອກທີ່ຈະບອກທັ້ງອະດີດແຟນໜຸ່ມ ຕົ້ນ ແລະ ວຸ້ນເສັ້ນ ທີ່ເປັນແຟນເກົ່າຂອງ ໄຮໂຊ ໄນ ເປັນທີ່ຮຽບຮ້ອຍແລ້ວ ເພາະວ່າຫ່ວງຄວາມຮູ້ສຶກຂອງອີກຝ່າຍ ບໍ່ຢາກໃຫ້ຮູ້ຈາກປາກຄົນອື່ນ
ເອົາເປັນວ່າ ເຮົາມາຕິດຕາມກັນຕໍ່ໄປວ່າຄວາມສໍາພັນຂອງ ນາງເອກສາວ ແຕ້ວ ນັດຕະພອນ ແລະ ໄຮໂລໜຸ່ມ ໄນ ປະໄນ ວ່າຄວາມຮັກຂອງທັ້ງຄູ່ຈະເປັນແນວໃດ?