ລາຍງານ 1 ມິຖນາ 2020, ໂດຍອີງຕາມຂໍ້ມູນສຳນັກຂ່າວ AP ວ່າສະຖິຕິການຈັບກຸມຜູ້ປະທ້ວງທີ່ກໍ່ຄວາມວຸ້ນວາຍ ແລະ ສ້າງສະຖານະການຄວາມຮຸນແຮງ ທີ່ມີຊະນວນເຫດຈາກການເສຍຊີວິດຂອງທ້າວ ຈອສ ຟລອຍ ຊາວຜິວສີ ອາຍຸ 46 ປີ ທີ່ຖືກຕຳຫຼວດຜິວຂາວເອົາຫົວເຂົ່າກົດຄໍຈົນຂາດອາກາດຫາຍໃຈລະຫວ່າງການຈັບກຸມ ທີ່ເມືອງມິນນິແອໂພລິສ ໃນລັດມິນນິໂຊຕາ ເພີ່ມເປັນຫຼາຍກວ່າ 4,000 ຄົນແລ້ວທົ່ວ ສ.ອາເມຣິກາ.
ຂະນະທີ່ມີການໃຊ້ອາວຸດປືນລະຫວ່າງການຊຸມນຸມປະທ້ວງຢ່າງໜ້ອຍ 4 ຄັ້ງ ມີຜູ້ເສຍຊີວິດດຢ່າງໜ້ອຍ 3 ຄົນທີ່ລັດຄາລິຟໍເນຍ ແລະ ລັດອິວນິນອຍ, ໃນດ້ານຂອງລັດຖະບານທ້ອງຖິ່ນໃນຢ່າງໜ້ອຍ 40 ເມືອງລວມເຖິງນະຄອນຫຼວງວໍຊິງຕັນ ໄດ້ປະກາດຄຳສັ່ງຫ້າມອອກນອກເຄຫາສະຖານໃນເວລາກາງຄືນ ແຕ່ເກືອບວ່າບໍ່ເປັນຜົນ ໃນດ້ານຂອງເຈົ້າຄອງລັດຢ່າງໜ້ອຍ 15 ລັດສັ່ງລະດົມກອງກຳລັງປ້ອງກັນຊາດລົງພື້ນທີ່ລວມກັນຫຼາຍກວ່າ 5,000 ຄົນ.
ເຊິ່ງພະນັກງານສືບສວນສອບສວນເຂດເຮນເນປິນ ທີ່ເປັນເຂດທີ່ຕັ້ງຂອງເມືອງມິນນິແອໂພລິສ ມີກຳນົດນຳຕົວທ້າວ ເດເຣັກ ຊໍວິນ ຊາຍຜິວຂາວ ອາຍຸ 44 ປີ ອະດີດຕຳຫຼວດປະຈຳເມືອງມິນນິເອໂພລສິ ແລະ ເປັນຜູ້ທີ່ໃຊ້ຫົວເຂົ່າກົດຄໍທ້າວ ຟລອຍ ດົນ 9 ນາທີ ຂຶ້ນສານເປັນຄັ້ງທຳອິດໃນຕອບບ່າຍຂອງວັນທີທີ 1 ມິຖຸນານີ້ ຕາມເວລາທ້ອງຖິ່ນ ເພື່ອຮັບຟັງຂໍ້ກ່າວຫາຢ່າງເປັນທາງການຄື ການຂ້າຜູ້ອື່ນໂດຍບໍ່ເຈດຕະນາ ເຊິ່ງສວນທາງກັບຄວາມຕ້ອງການຂອງຜູ້ປະທ້ວງຢ່າງຊັດເຈນ ທີ່ຮຽກຮ້ອງໃຫ້ໄອຍະການຕັ້ງຂໍຫາຂ້າຄົນຕາຍໂດຍເຈດຕະນາ ແລະ ເຈົ້າໜ້າທີ່ອີກ 3 ຄົນທີ່ປາກົດຕົວໃນວິດີໂອຕ້ອງຖືກດຳເນີນຄະດີນຳ ເຖິງແມ່ນວ່າຈະຖືກປົດຈາກລັດຖະກອນແລ້ວກໍ່ຕາມ.