ຊົມ​ເຊີຍ ເດັກ​ກະ​ຕັນ​ຍູ ​ອົດ​ຊື້ເຂົ້າ​ໜົມ ທ້ອນ​ເງິນ 8 ເດືອນ ຊື້​ໂທ​ລະ​ສັບ​ໃຫ້​ແມ່ ເດັກ​ດີແບບ​ນີ້​ຕ້ອງເອົາເປັນແບບຢ່າງ

ຊົມ​ເຊີຍ ເດັກ​ກະ​ຕັນ​ຍູ ​ອົດ​ຊື້ເຂົ້າ​ໜົມ ທ້ອນ​ເງິນ 8 ເດືອນ ຊື້​ໂທ​ລະ​ສັບ​ໃຫ້​ແມ່ ເດັກ​ດີແບບ​ນີ້​ຕ້ອງເອົາເປັນແບບຢ່າງ

ຈາກ​ຜູ້​ໃຊ້​ເຟດ​ບຸກ มีพอน ลินพูมีไช  ໂພ​ສ​ເລື່ອງ​ລາວ​ສຸດ​ປະ​ທັບ​ໃຈ​ຂອງ​ເດັກ​ນ້ອຍ​ທີ່​ຮູ້​ຈັກ ຕອບ​ບຸນ​ແທນ​ຄຸນ ແລະ ຮູ້​ປະ​ຢັດ ວ່າ

ຕາແພງເດທ້ອນເງີນ 8 ເດືອນ ເພືອມາຊື້ໂທລະສັບ OPPO A31 ລາຄາ1.899.000 ອາ​ຍຸ​ບໍ່​ຮູ້​ປະ​ມານ​ຈັກ​ປີ ເດົາ​ເບິ່ງ​ເດີ້

ມີລູກສອນລູກມີຫລານສອນຫລານເດີໃຫ້ເກັບອອມໄວ້ແຕ່ນ້ອຍຍາກໄດ້ເດີຊື້ເອົາ

ເປັນ​ໜຶ່ງ​ເລື່ອ​ງ​ລາວ​ສຸດ​ປະ​ທັບ​ໃຈ ທີ່​ຖ້າ​ຫາກ​ເດັກ​ນ້ອຍ​ຮູ້ ເກັບ​ທ້ອນ​ແຕ່​ຍັງ​ນ້ອຍໆ ແຖມ​ຍັງ​ກະ​ຕັນ​ຍູ​ຮູ້​ຄຸນ​ແບບ​ນີ້ ໃຫຍ່​ມາ​ເປັນ​ຄົນ​ດີ​ຂອງ​ສັ​ງ​ຄົມ ມີ​ແຕ່​ຈະ​ເລີນ​ຍິ່ງໆ​ແທ້

ຊົມ​ເຊີຍ​ເດີ້

ຂ່າວທົ່ວໄປ