ແມ່ຊາວຈີນສ້າງສະຖິຕິໃຫມ່ໃຫ້ແກ່ວົງການແພດ ເມື່ອລາວອຸ້ມທ້ອງລູກແຝດ 4 ຄົນໃນຄັນດຽວ ແພດພາກັນຕົກໃຈແລະແປກປະຫລາດຫລາຍ ຊຶ່ງໂອກາດຈະເກີດໄດ້ພຽງ 1 ໃນ 70 ລ້ານຄົນເທົ່ານັ້ນ
ສຳນັກຂ່າວ DailyMail ລາຍງານຂ່າວວ່າ ເຫດການເກີດສຸດມະຫັດສະຈັນນີ້ເກີດຂຶ້ນເມື່ອວັນທີ່ 12 .8. 2563 ທີ່ຜ່ານມາ ທີ່ໂຮງພະຍາບານໃນແຂວງຫູເປີຍປະເທດຈີນ ໂດຍເດັກທັ້ງຫມົດເປັນແຝດແທ້ທັ້ງ 2 ຄູ່ຊຶ່ງເກີດຕາມວິທີທາງທຳມະຊາດທັ້ງໝົດ ແບ່ງເປັນຊາຍ 2 ຍິງ 2 ໂດຍຜູ້ເປັນແມ່ ຊື່ວ່ານາງເກົາ ອາຍຸ 31 ປີ ຊຶ່ງພາຍຫລັງສາມີຮູ້ຂ່າວ ກໍ່ດີໃຈຫລາຍ ແລະປຽບການເກີດລູກຂອງພັນລະຍາໃນຄັ້ງນີ້ວ່າ ພອນຈາກພະເຈົ້າສົ່ງມາເກີດແທ້ໆ
ເພາະທີ່ຜ່ານມານັ້ນພັນລະຍາຕົນເອງໄດ້ແທ້ງລູກໄປແລ້ວເຖິງ 3 ຄັ້ງ ນັບເປັນຄວາມເຈັບປວດຂອງຄົນເປັນພໍ່ແມ່ຢ່າງໜັກ ຈົນໄດ້ມາຕັ້ງທ້ອງຄັ້ງລ່າສຸດນີ້ທີ່ໄດ້ລູກນ້ອຍມາເຖີງແຝດ 4ຄົນ ສ້າງຄວາມປື້ມປິຕິຢ່າງລົ້ນເຫຼືອ ທັ້ງນີ້ແຝດຊາຍຍິງຄູ່ທຳອິດທີ່ເກີດມາກົງກັບເວລາ 09:28 ນ. ຂອງວັນທີ່ 12 ສິງຫາ ຕໍ່ມາປະມານ 1 ນາທີກໍ່ເກີດຕາມກັນອອກມາເປັນແຝດຄູ່ທີ່ 2
ແຕ່ເນື່ອງຈາກເດັກໆທັ້ງຫມົດໄດ້ເກີດກ່ອນກຳນົດ ແພດຈຶ່ງຈຳເປັນຕ້ອງເຝົ້າເບິ່ງອາການຢ່າງຕິດແທດ ສວມໃສ່ເຄື່ອງຊ່ວຍຫາຍໃຈພັກຟື້ນຢູ່ໃນຫ້ອງອະພິບານເດັກເກີດໃໝ່ ສຳລັບແພດແລະພະຍາບານທີ່ຕິດຕາມເກີດໃນມື້ນັ້ນ ໄດ້ເວົ້າວ່າ ນີ້ເປັນປາກົດການທີ່ສຸດຫາຍາກ ໂອກາດທີ່ຈະເກີດແຝດ 4ຄົນ ແບບນີ້ມີພຽງ 1 ໃນ 70 ລ້ານຄົນເທົ່ານັ້ນ ເຮັດໃຫ້ຫ້ອງຄອດລູກໃນເວລານັ້ນແມ່ນຮືຮາຟົດຟື້ນຫລາຍ