ຄ່າທໍານຽມທາງປະຈໍາປີ ເປັນພັນທະຂອງເຈົ້າຂອງຍານພາຫະນະ, ເຊິ່ງການເສຍຄ່າທຳນຽມທາງແມ່ນອິງໃສ່ຄວາມແຮງຂອງລົດແຕ່ລະປະ ເພດ, ນີ້ກໍເປັນລາຍຮັບທີ່ສໍາຄັນທີ່ນໍາເງິນເຂົ້າງົບປະມານແຫ່ງລັດ ເພື່ອມາພັດທະນາເສດຖະກິດ-ສັງຄົມ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການຈັດເກັບຄ່າທໍານຽມທາງໃນແຕ່ລະປີແມ່ນບໍ່ສາມາດບັນລຸເປົ້າໝາຍໄດ້ຍ້ອນຄວາມຕື່ນຕົວຂອງອົງການຈັດຕັ້ງລັດ, ພະນັກງານ, ທະ ຫານ, ຕໍາຫຼວດ, ພໍ່-ແມ່ປະຊາຊົນທີ່ໃຊ້ຍານພາຫະນະຍັງບໍ່ທັນສູງເຮັດໃຫ້ການຈັດເກັບຄ່າທໍານຽມທາງບໍ່ບັນລຸ.
ອີງຕາມຂໍ້ມູນ, ຂອງກອງຄຸ້ມຄອງພາຫະນະຂໍ້ມູນມາແຕ່ປີ 2010 ເປັນຕົ້ນມາ ທົ່ວປະເທດມີພາຫະນະທັງໝົດ 1.404.491 ຄັນ, ປະເພດ ພາຫະນາລົດຈັກແມ່ນຕ້ອງໄດ້ເສຍຄ່າທໍານຽມທາງ 15.000-100.000 ກີບ, ລົດຂົນສົ່ງສ່ວນ ຕົວ 100.000-500.000 ກີບ, ລົດຂົນ ສົ່ງສິນ ຄ້າ 150.000-500.000 ກີບ ແລະ ລົດໂດຍສານ 50.000-400.000 ກີບ, ຜ່ານການຈັດເກັບລາຍຮັບຄ່າທໍານຽມທາງໃນແຕ່ລະປີສາມາດຈັດຕັ້ງປະຕິບັດໄດ້ດັ່ງນີ້: ໃນປີ 2017 ສາມາດຈັດເກັບໄດ້ 25,22 ຕື້ກີບ, ເຊິ່ງເຫັນວ່າສາມາດເກັບໄດ້ຫຼາຍກວ່າການເກັບປົກກະຕິຫຼາຍ ເທົ່າ ເຊິ່ງເພີ່ມຂຶ້ນປະມານ 40,19% ເປັນເງິນ 14,72 ຕື້ກີບ, ໃນປີ 2018 ສາມາດເກັບໄດ້ 102,15 ຕື້ກີບ ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນຫຼາຍເທົ່າຕົວ ຫຼື ປະມານ 76,93 ຕື້ກີບ, ໃນປີ 2019 ສາມາດ ເກັບລາຍຮັບໄດ້ 90,92 ຕື້ກີບ ລື່ນແຜນການປີ 13,65% ຫຼື ປະມານ 10,92 ຕື້ກີບທຽບໃສ່ປີ 2018 ຫຼຸດລົງ 10,99% ຫຼື ປະມານ 11,23 ຕື້ກີບ ເນື່ອງຈາກວ່າ ໃນປີ 2018 ໄດ້ມີການເສຍຄ່າທາງກວມເອົາ 2 ປີ ຊ້ອນຄືຄ່າທາງປະຈໍາປີ 2017 ແລະ 2018.
ສ່ວນປີ 2020, ນັບແຕ່ເດືອນມັງກອນ ຮອດວັນທີ 15 ກໍລະກົດຜ່ານມາ, ສາມາດເກັບໄດ້ທັງໝົດ 63,36 ຕື້ກີບ ເທົ່າກັບ 35,95% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -18,04% ຫຼື ປະມານ 13, 94 ຕື້ກີບ ມີພາຫະນະເສຍຄ່າທາງທັງໝົດ 317.718 ຄັນ ເທົ່າກັບ 22,62% ຂອງພາຫະນະໃນຈໍານວນລົດທັງໝົດ 1.404.491 ຄັນ ໃນທົ່ວປະເທດ. ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາຫຼຸດລົງ 15,50% ຫຼື ປະມານ 58, 266 ຄັນ ສາເຫດຫຼັກທີ່ເກັບຫຼຸດຈາກປີຜ່ານມາ ແມ່ນເນື່ອງຈາກຢູ່ໃນໄລຍະທີ່ມີການແພ່ລະບາດຂອງພະຍາດ COVID-19 ຢູ່ໃນໄລຍະຕົ້ນປີ ເຮັດໃຫ້ການໂຄສະນາ ແລະ ລົງຊຸກຍູ້ລາຍຮັບ ໄດ້ຢຸດຊົ່ວຄາວໄລຍະໜຶ່ງ.
ຈາກຂໍ້ມູນກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ຮູ້ວ່າ: ບັນຫາການເກັບລາຍຮັບບໍ່ໄດ້ຕາມເປົ້າໝາຍມີຫຼາຍດ້ານ ເປັນຕົ້ນແມ່ນໂຄສະ ນາຜ່ານຊ່ອງທາງຕ່າງໆຍັງບໍ່ທັນເຮັດເປັນປົກກະຕິຕໍ່ເນື່ອງ ແລະ ການເຂົ້າເຖິງເປົ້າໝາຍຍັງໜ້ອຍ, ປະສານສົມທົບກັບອົງການຈັດຕັ້ງແຕ່ລະຂັ້ນຍັງບໍ່ທັນລົງເລິກຕິດແທດ, ເຂົ້າເຖິງຜູ້ຊໍາລະຄ່າທາງໃນແຕ່ລະບ້ານ ແລະ ບໍ່ສາມາດເກັບກໍາຂໍ້ມູນສະຖິຕິພາຫະນະໃນແຕ່ລະບ້ານໄດ້ ເນື່ອງຈາກການແພ່ລະບາດຂອງພະ COVID-19 ໃນໄລຍະຕົ້ນປີ ເຮັດໃຫ້ການໂຄສະນາລົງຊຸກຍູ້ລາຍຮັບໄດ້ຢຸດຊົ່ວຄາວໄລຍະໜຶ່ງ, ພະນັກງານສ່ວຍສາອາກອນທີ່ເຮັດວຽກງານດັ່ງກ່າວ ຍັງບໍ່ທັນເຂົ້າໃຈເລິກເຊິ່ງໃນສິດ ແລະ ໜ້າທີ່ຂອງຕົນມີຄວາມສັບສົນໃນການໃຫ້ຂໍ້ມູນ ຫຼື ໂຄສະ ນາການຊໍາລະຄ່າທໍານຽມທາງແບບທັນສະໄໝໃຫ້ບຸກຄົນ, ນິຕິບຸກຄົນຮັບຮູ້, ຄຽງຄູ່ ກັນນີ້ ຄວາມຕຶ່ນຕົວໃນການຊໍາລະຄ່າທາງຍັງບໍ່ສູງ; ການເປັນຕົວແທນຮັບຊໍາລະຄ່າທໍານຽມທາງຢູ່ໃນກອງຄຸ້ມຄອງພາຫະນະຂອງແຕ່ລະແຂວງ ຍັງບໍ່ເປັນເອກະພາບກັນວ່າຈະໃຫ້ຜູ້ໃດ ຮັບຜິດ ຊອບໃນການເກັບຄ່າທໍານຽມທາງລະຫວ່າງສ່ວຍສາອາກອນປະຈໍາຢູ່ຈຸດກັບກົມຕໍາຫຼວດຈະລາຈອນ ຫຼື ກອງຄຸ້ມຄອງພາຫະນະ, ຂອງອົງ ການຈັດຕັ້ງລັດ, ທະຫານ ແລະ ຕໍາຫຼວດຕໍ່ການຊໍາລະຄ່າທໍານຽມທາງແມ່ນຍັງບໍ່ທັນສູງ; ໃຊ້ສະຕິກເກີຍັງພົບຄວາມຫຍຸ້ງຍາກໃຫ້ແກ່ຜູ້ຊໍາລະຄ່າທໍານຽມທາງຜ່ານມືຖືຍັງໄປເອົາໃບເສຍຄ່າທໍານຽມທາງຢູ່ທະນາຄານ ໃນເວລາກໍານົດ 15 ວັນ ຖ້າບໍ່ມາເອົາກໍຈະມີການປັບໃໝ.
ນອກນັ້ນ, ບັນດາຮ້ານຄ້າຂາຍລົດມືສອງ ຍັງບໍ່ທັນປະຕິບັດການຊໍາລະຄ່າທໍານຽມທາງໃນແຕ່ລະປີເຖິງວ່າ ຈະມີພະນັກງານສ່ວຍສາອາກອນລົງຊຸກຍູ້ແລ້ວກໍຕາມ; ລົດທີ່ຍັງບໍ່ມີປ້າຍ ຫຼື ລົດເຖື່ອນສ່ວນຫຼາຍມີຢູ່ນໍາບັນດາເມືອງ ແລະ ເຂດທ້ອງຖິ່ນຈໍານວນຫຼາຍເຮັດໃຫ້ມີການປຽບ ທຽບກັບລົດທີ່ມີປ້າຍ ແລ້ວໄດ້ເສຍຄ່າທໍານຽມທາງ; ການປະຕິບັດໜ້າທີ່ຂອງພາກສ່ວນສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ ຕໍ່ກັບການບໍລິການໃຫ້ບຸກຄົນ, ນິຕິບຸກຄົນທີ່ຊໍາລະຄ່າທໍານຽມທາງຍັງຜິດພາດ ຫຼື ເກີນຈາກຂໍ້ມູນຕົວຈິງເຮັດໃຫ້ຜູ້ຊໍາລະມີຄວາມບໍ່ພໍໃຈ; ຂໍ້ມູນພາຫະນະທີ່ມີການເຊື່ອມຕໍ່ກັບກອງຄຸ້ມຄອງພາຫະນະຍັງບໍ່ສາມາດແຍກລາຍລະອຽດໄດ້, ເຊິ່ງມີຄວາມຫຍຸ້ງຍາກໃນການສົມທຽບກັບການ ເກັບກໍາສະຖິຕິຢູ່ແຕ່ລະເມືອງ.
ຢ່າງໃດກໍຕາມ, ໃນໄລຍະ 6 ເດືອນທ້າຍປີ 2020 ກົມສ່ວຍສາອາກອນຈະສຸມໃສ່ເກັບລາຍຮັບຄ່າທໍານຽມທາງໃຫ້ໄດ້ 79,45 ຕື້ກີບ ລວມໝົດປີເທົ່າກັບ 140,25 ຕື້ກີບ ຫຼື ປະມານ 97,40% ໂດຍສຸມໃສ່ການໂຄສະນາຜ່ານຊ່ອງທາງຕ່າງໆເປັນປົກກະຕິຕໍ່ເນື່ອງໃຫ້ເຂົ້າເຖິງເປົ້າໝາຍພ້ອມທັງປະສານສົມທົບກັບອົງການຈັດຕັ້ງແຕ່ລະຂັ້ນ ເພື່ອລົງເລິກຕິດແທດເຂົ້າເຖິງຜູ້ ຊໍາລະຄ່າທາງໃນຮູບການຕ່າງໆ ເປັນຕົ້ນແມ່ນມອບໃຫ້ພະນັກງານສ່ວຍສາອາກອນທີ່ຂຶ້ນສໍາມະໂນຄົວຢູ່ໃນບ້ານນັ້ນເຮັດການໂຄສະນາ ແລະ ຊຸກຍູ້ລາຍຮັບໂດຍກົງ ຫຼື ການໂຄສະນາເຄື່ອນທີ່ ແລະ ການໂຄສະນາຜ່ານຊ່ອງທາງຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, ປ້າຍໂຄສະນາ, ແຜ່ນພັບ… ເພື່ອໃຫ້ສັງຄົມຮັບຮູ້ ແລະ ຕື່ນຕົວໃນການເສຍຄ່າທໍານຽມທາງ.