ຫຼາຍແຂວງທາງພາກເໜືອພາກກາງແລະພາກໃຕ້ ໄດ້ຮັບຜົນກະທົບຈາກພາຍຸໂນອຶນແລ້ວ

ຫຼາຍແຂວງທາງພາກເໜືອພາກກາງແລະພາກໃຕ້ ໄດ້ຮັບຜົນກະທົບຈາກພາຍຸໂນອຶນແລ້ວ

ວັນທີ 18/9/2020 ເວລາ 09:00 ໂມງ ຜົນກະທົບຈາກພາຍຸໂນອຶນເຊິ່ງເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ຈຶ່ງກໍ່ໃຫ້ເກີດມີນ້ຳຖ້ວມທາງເຂດໃກ້ເຂົ້າສູ່ເທດສະບານ ເມືອງຕະໂອ້ຍ ບ້ານຕະຫຼຸງ ແຂວງສາລະວັນ. ແຈ້ງເຕືອນປະຈຳວັນທີ 18/09/2020 ພາຍຸໝຸນເຂດຮ້ອນ ໂນອຶນ (Noul) ຫົວທີ 11 ປະຈຳປີ 2020

ຊຶ່ງໃນເວລາ 7 ໂມງ 00 ນາທີຂອງວັນທີ 18 ກັນຍາ 2020 ມີຈຸດສູນກາງຢູ່ເສັ້ນຂະ ໜານທີ 16.4 ອົງສາເໜືອ ແລະ ເສັ້ນແວງທີ 108.1 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ. ພາຍຸຫົວນີ້ໄດ້ເຂົ້າຜ່ານພາກກາງຂອງ ສສ ຫວຽດນາມໃນຄືນຂອງວັນທີ 17 ກັນຍາ 2020 ແລະ ໃນຕອນເຊົ້າຂອງມຶ້ນີ້ຍັງຈະສືບຕໍ່ເຄື່ອນທີ່ຜ່ານແຂວງພາກໃຕ້ ຂື້ນໄປພາກກາງ ແລະ ພາກເໜືອຂອງປະເທດລາວ.

ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຼຊັນ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໜັກພ້ອມຈະມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 20 ກັນຍາ 2020 ນີີ້. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ:

ຜົ້ງສາລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ.

ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ. ຫຼ້າສຸດມີລາຍງານຈາກຫ້ອງການສຶກສາເມືອງກະລືມລະບຸວ່າ: ທີ່ບ້ານວັກເມືອງກະລືມ ແຂວງເຊກອງ ໄດ້ເກີດເຫດດິນເຮືອນປຸກໃໝ່ເຈື່ອນລົງຫຼາຍຈຸດ ເນື່ອງຈາກດິນຍັງບໍ່ທັນແໜ້ນ, ເອົາເປັນວ່າທ່ານໃດທີ່ຢູ່ຕາມເຂດທີ່ມີຄວາມສ່ຽງຕ້ອງໄດ້ລະມັດລະວັງຢ່າໄດ້ເມີນເສີຍຕໍ່ເຫດການທຳມະຊາດແບບນີ້ເພາະມີຫຍັງຫຼາຍຢ່າງທີ່ເຮົາຄາດເດົາໄດ້ຍາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ,

ຈໍາປາສັກ, ເຊກອງ ແລະ ອັດຕະປື. ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຂ່າວທົ່ວໄປ