ຜົວເກົ່າສຸດຊ້ຳ ຂໍບວດຕະລອດຊີວິດ ຫລັງເມຍແລະລູກ ໄປກັບຜູ້ຊາຍໃຫມ່

ຜົວເກົ່າສຸດຊ້ຳ ຂໍບວດຕະລອດຊີວິດ ຫລັງເມຍແລະລູກ ໄປກັບຜູ້ຊາຍໃຫມ່

ຜົວເກົ່າຊ້ຳສຸດຫົວໃຈ ຂໍບວດຕະລອດຊີວິດ ຫລັງຮູ້ວ່ເມຍແອບມີຊູ້ ຫອບລູກໄປຢູ່ກັບຊາຍໃຫມ່ ອວຍພອນທັ້ງນ້ຳຕາ ຂໍໃຫ້ເຈົ້າມີຄວາມສຸກ ຂໍໃຫ້ຮັກກັນຕະລອດໄປ

ຈາກກໍລະນີໃນໂລກໂຊຊ່ຽວ ກ່ອນຫນ້ານີ້ ກໍລະນີພົບສົບຜູ້ຍິງຕາຍລອຍນ້ຳຂຶ້ນຢູ່ທີ່ປະຕູນ້ຳ ຊຶ່ງທາງຍາດຢືນຢັນວ່າເປັນ ສົບ ນ.ສ.ວະນິດາ ວົງສະກູນ ອາຍຸ30 ປີ ຊຶ່ງຫນີອອກຈາກບ້ານພ້ອມ ດ.ຍ.ການຕະນາ ວົງສະນຸກູນ ຫລືນ້ອງອິຫວາ ອາຍຸ 6ປີ ຊຶ່ງໜີອອກຈາກບ້ານເມື່ອວັນທີ່ 26 ກ.ພ ຊຶ່ງທາງເພື່ອນບ້ານ ຢືນຢັນວ່າໄດ້ຂັບລົດໄປສົ່ງ ນ.ສ.ວະນິດາ ແລະລູກ ທີ່ ບຂສ. ແຕ່ຫລັງຈາກເຈົ້າໜ້າທີ່ກວດສອບເສັ້ນທາງ ຈາກກ້ອງວົງຈອນປິດ ແລະໄດ້ພົບວ່າ ນ.ສ.ວະນິດາ ແລະດ.ຍ.ການຕະນາ ຫລືນ້ອງອິຫວາ ໄດ້ໜີໄປຢູ່ກັບທ້າວບຸນມີ ປູດວົງຮຳ ອາຍຸ 36 ປີ ແລະໄດ້ນຳຕົວທັ້ງຄູ່ມາພົບແມ່

ໂດຍຜູ້ເປັນແມ່ໂຜກອດລູກສາວ ແລະຫລານ ດີໃຈທີ່ຍັງມີຊີວິດຢູ່ ໂດຍ ນ.ສ.ວະນິດາ ຍອມຮັບວ່າ ໜີມາຢູ່ກັບທ້າວບຸນມີ ສາມີໃຫມ່ ເພາະຕົນໄດ້ແອບຄົບຫາດູໃຈກັບທ້າວບຸນມີ ມາໄດ້ 2 ປີກວ່າແລ້ວ ໂດຍຍາດຕິດຕໍ່ໃຫ້ ຈົນໜັ້ນໃຈວ່າທ້າວບຸນມີຮັກຕົນແທ້ ແມ້ກະທັ້ງຕົນປ່ວຍກໍ່ຍັງໂທມາສອບຖາມ ຈຶ່ງໄດ້ຕັດສິນໃຈພາລູກຫນີໄປຢູ່ກັບທ້າວບຸນມີ ຊຶ່ງພໍ່ແມ່ແລະຍາດພີ່ນ້ອງທ້າວບຸນມີກໍ່ດີກັບຕົນ ແລະພາກັນໄປເຮັດວຽກໂຮງງານທີ່ ຈ.ສະແກ້ວ ຊຶ່ງຕົນຮູ້ວ່າຜິດທີ່ຄົບຊາຍຊູ້ ແຕ່ຕົນຢາກເລີ້ມຕົ້ນຊີວິດໃຫມ່ກັບທ້າວບຸນມີ ຂໍສາບານວ່າຈະຮັກກັນຕະລອດໄປ ແລະຈະຂໍຍ່າງຄຽງຂ້າງແລະຢູ່ກັບສາມີໃຫມ່ຕະລອດໄປ ຂອບໃຈສາມີເກົ່າທີ່ເບິ່ງແຍງຕົນແລະລູກມາຕະລອດ ສ່ວນສາເຫດທີ່ບໍ່ໂທສັບຕິດຕໍ່ກັບມາຫາແມ່ແລະຍາດ ເພາະໂທລະສັບແລະຊິມກາດເພ ກໍ່ວ່າຈະເຮັດວຽກຫາເງິນຊື້ໂທລະສັບໃຫມ່ ແລ້ວຈະໂທມາຫາແມ່

ແລະ ນ.ສ.ວະນິດາ ຍັງໄດ້ເຮັດພິທີຂໍຂະມາ ກາບຕີນຂໍຂະມາທ້າວໄຊນະລົງສາມີເກົ່າ ຊຶ່ງທ້າວໄຊນະລົງກໍ່ອວຍພອນ ວ່າຂໍໃຫ້ຄອງຮັກກັນຕະລອດໄປ ຂໍໃຫ້ລູກຕັ້ງໃຈຮຽນຫນັງສື ຝາກທ້າວບຸນມີໃຫ້ເບິ່ງແຍງເມຍແລະລູກໃຫ້ດີ ໃຫ້ທຳມາຫາກິນລ້ຳລວຍ ສ່ວນຕົນຈະຂໍໄປບວດຕະລອດຊີວິດ

 

ສາລະໜ້າຮູ້