ສາວສຸດສິ້ນຫວັງ ຖືກແຟນຖີ້ມລຽ້ງລູກຄົນດຽວ ພົບປັນຫາຮອບດ້ານ ປີນສະພານພຸດທະ ຫວັງດັບຊີວິດພ້ອມລູກບັງເອີນມີພົນລະເມືອງດີເຂົ້າຊ່ວຍເຫລືອ ນາທີຊີວິດແທ້ໆ
ເປັນເລື່ອງສຸດສະເທືອນໃຈຂອງໃຜຫລາຍຄົນ ໄດ້ມີສາວລາຍຫນຶ່ງ ເຖິງທາງຕັນຂອງຊີວິດ ພົບປັນຫາລຸມເລົ້າຮອບດ້ານ ຈົນຫອບລູກມາສະພານພຸດທະ ຫວັງໂດດນ້ຳຈົບຊີວິດພ້ອມລູກ ໂຊກດີທີ່ມີພົນລະເມືອງດີເຫັນແລະ ຊ່ວຍໄວ້ທັນ ນັ່ງຮ້ອງໄຫ້ ລະບາຍຄວາມຄຽດ ຍິ່ງຊ່ວງນີ້ມີສະຖານະການໂຄວິດ ວຽກກໍ່ບໍ່ມີຫາເງິນກໍ່ບໍ່ໄດ້ ແລະ ຍັງຕ້ອງລ້ຽງລູກອີກ ເຮັດໃຫ້ລາວມີອາການຄຽດຢ່າງໜັກໜ່ວງ
ໂດຍຜູ້ໃຊ້ເຟຊບຸກ ເຊື່ອດິ. ບັງເອົາຢູ່ ເຜີຍເລື່ອງລາວວ່າ “ສາວຄົນນີ້ພົບປັນຫາຊີວິດຮອບດ້ານ ແຟນຖີ້ມບໍ່ມີວຽກ ເພາະຊ່ວງນີ້ມີພະຍາດໂຄວິດ ແລະແຟນໃຫ້ລ້ຽງລູກຄົນດຽວ ມີຄົນເຫັນຕອນທີ່ລາວກຳລັງຈະໂຍນລູກລົງຈາກສະພານ ພົນລະເມືອງດີໄດ້ເຂົ້າຊ່ວຍທັນ” ຊຶ່ງກໍ່ມີຊາວເນັດຫລາຍຄົນເຫັນໃຈ ແລະ ເຂົ້າໃຈດີວ່າ ຊ່ວງນີ້ສະຖານະການໄວຣັສທີ່ລະບາດຢ່າງຫນັກ ສົ່ງຜົນກະທົບກັບທຸກຄົນເປັນຢ່າງໝາກເລີຍກໍ່ວ່າໄດ້