ເມື່ອອາຍຸ 25-30 ມີ 7ເລື່ອງ ທີ່ເຮົາຄວນຢຸດໄດ້ແລ້ວ  ຖ້າເຮັດຕໍ່ໄປຊີວິດບໍ່ຈະເລີນກ້າວໜ້າ

ເມື່ອອາຍຸ 25-30 ມີ 7ເລື່ອງ ທີ່ເຮົາຄວນຢຸດໄດ້ແລ້ວ ຖ້າເຮັດຕໍ່ໄປຊີວິດບໍ່ຈະເລີນກ້າວໜ້າ

ເມື່ອອາຍຸ 25-30 ສີ່ງທີ່ເຮົາຄວນຢຸດໄດ້ແລ້ວ ກັບສີ່ງຕ່າງໆເຫຼົ່ານີ້ ຖ້າເຮັດຕໍ່ໄປຊີວິດບໍ່ກ້າວໜ້າ

ຜູ້ໃດທີ່ຄິດວ່າຊີວິດຂອງຕົນເອງປະສົບກັບຄວາມຫຍຸ້ງຍາກ ເຮັດຫຍັງກໍບໍ່ປະສົບຜົນສຳເລັດ ວຽກບໍ່ດີ ເງິນບໍ່ມີ ບໍ່ມີລາຍໄດ້ພຽງພໍກັບລາຍຈ່າຍ ກວດເບິ່ງວ່າເຮົາຍັງສົນໃຈ 7 ເລື່ອງທີ່ຖືກກ່າວເຖິງ ຫຼື ບໍ່

1. ຟຸມເຟືອຍຫຼູຫຼາຕາມເຟຊັ່ນ  ຍຸກສະໄໝໃໝ່ ສີສັນຂອງແຟຊັ່ນ ແລະ ເຕັກໂນໂລຢີມີບົດບາດຕໍ່ຊີວິດຫຼາຍ ຄົນທີ່ບໍ່ຕາມແຟຣຊັນມັກຈະຖືກເບິ່ງວ່າເປັນຄົນບໍ່ທັນສະໄໝ ຢ່າງໃດກໍ່ຕາມ ການໃຊ້ຊີວິດທີ່ຟຸມເຟືອຍ ຫຼູຫຼາ ບໍ່ໄດ້ໝາຍ ຄວາມວ່າຈະປະສົບຜົນສຳເລັດໃນຊີວິດ ແຕ່ກົງກັນຂ້າມ ມັນອາດຈະສ້າງໜີ້ໃຫ້ຕົວເອງໃນອະນາຄົດ

2. ອະນາຄົດທີ່ບໍ່ຕ້ອງການ  ອະນາຄົດທີ່ເຮົາບໍ່ຕ້ອງການເທົ່າກັບການແລ່ນທີ່ເວລາ ນອກຈາກຄວາມອິດເມື່ອຍທາງຮ່າງກາຍແລະ ລຳບາກໃຈ ສຸດທ້າຍ ເຮົາອາດຈະບໍ່ບັນລຸເປົ້າໝາຍຂອງເຮົາທີຄິດໄວ້ ສູ້ຫາອະນາຄົດ ຮູ້ສິ່ງທີ່ເຮົາຢາກເຮັດ ແລະ ສຸມໃສ່ເສັ້ນທາງນັ້ນ ຊີວິດຈະພົບກັບຄວາມສຳເລັດງ່າຍຂຶ້ນ

3. ວຽກທີ່ບໍ່ມັກ  ລອງຄິດເບິ່ງວ່າທຸກໆມື້ ຖ້າເຮົາຕ້ອງຕື່ນຂຶ້ນມາ ແລະ ຮູ້ສຶກວ່າວຽກທີ່ຕ້ອງເຮັດແມ່ນໜ້າເບື່ອເກີນໄປ ແນະນຳວ່ານີ້ແມ່ນສັນຍານອັນຕະລາຍທີ່ສາມາດດຶງໃຫ້ຊີວິດບໍ່ກ້າວໜ້າ ການເຮັດວຽກໃນສິ່ງທີ່ໂຕເອງບໍ່ມັກເຮັດໄປກໍບໍ່ມີປະໂຫຍດ ເພາະເຮົາບໍ່ສາມາດສືບຕໍ່ຍອດ ຫຼື ພັດທະນາສິ່ງໃດກໍ່ຕາມຕໍ່ໄປໄດ້ ຖ້າຄິດວ່າຈະເຮັດວຽກພຽງເພື່ອຂ້າເວລາ ທາງທີ່ດີທີ່ຄວນ“ຊອກວຽກໃໝ່” ທີ່ຫົວໃຈຂອງເຮົາຕ້ອງການທີ່ຈະເຮັດໃນສິ່ງທີ່ຕົນເອງຮັກ ມັນຈະຊຸກຍູ້ໃຫ້ເຮົາສ້າງສັນ ແລະ ພັດທະນາເພື່ອອະນາຄົດທີ່ດີກວ່າ

4. ໝູ່ຄູ່ທີ່ຕ້ອງຄອຍປອບໃຈ   ບາງຄົນຕິດໝູ່ຫຼາຍ ໝູ່ຄືພະເຈົ້າ ການມີໝູ່ເປັນສິ່ງທີ່ດີ ແຕ່ມັນບໍ່ແມ່ນວ່າເຮົາຕ້ອງໄດ້ຕາມໃຈໝູ່ ທຸກຄົນທຸກໆຄັ້ງ ຫຼາຍຄົນເລືອກທີ່ຈະເຮັດສິ່ງອື່ນທີ່ບໍ່ແມ່ນຕົວເອງເຮັດໃຫ້ເສຍເວລາ ແລະ ພາດໂອກາດດີໆທີ່ຈະເຂົ້າສູ່ຊີວິດ ເພາະສະນັ້ນ ພວກເຮົາບໍ່ຄວນໃສ່ໃຈທຸກຄຳຂອງໝູ່ເພື່ອນ ໝູ່ເພື່ອນທີ່ດີຕ້ອງເປັນຄົນທີ່ດຶງດູດເຮົາໄປໃນທາງທີ່ດີ ເປັນກຳລັງໃຈໃຫ້ເຮົາ ແລະ ພາເຮົາເດີນໄປໃນເສັ້ນທາງທີ່ຖືກຕ້ອງ

5. ໂຕເອງໃນອາດີດ  ຄົນເຮົາບໍ່ສາມາດເລືອກເກີດໄດ້ແຕ່ເລືອກທີ່ຈະເປັນ ເລືອກທີ່ຈະເຮັດໄດ້ ຢ່າປ່ອຍໃຫ້ອະດີດຕົນເອງມາຖ່ວງດຶງອະນາຄົດ ບໍ່ມີເຫດຜົນທີ່ຈະເວົ້າວ່າຖ້າເຮົາທຸກຍາກ ແລະ ຈະຕ້ອງທຸດຍາກແບບນັ້ນຕະຫຼອດໄປ ຫລື ບໍ່ມີໃຜສາມາດເວົ້າໄດ້ວ່າຖ້າເຮົາເກີດມາເປັນຄອບຄົວທີ່ອອກແຮງງານ, ເຮົາຈະບໍ່ສາມາດເປັນໝໍ ທະຫານ ເປັນນາຍ ໄດ້ ສິ່ງທີ່ສຳຄັນແມ່ນເຮົາຕ້ອງພະຍາຍາມເອົາຊີວິດທີ່ບໍ່ດີມາເປັນ ກຳລັງແຮງຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ ອະດີດແມ່ນສິ່ງທີ່ເຮົາແກ້ໄຂບໍ່ໄດ້ ແຕ່ເຮົາສາມາດເຮັດໃນປະຈຸບັນໃຫ້ດີເພື່ອຈະມີອະນາຄົດທີ່ດີໄດ້

6. ຄຳປຽບທຽບ ແລະ ຄຳເວົ້າດູຖູກຂົມເຫັງ  ຈົ່ງຈື່ໄວ້ສະເໝີຄຳເວົ້າທີ່ດູຖູກເຮົາບາງສ່ວນແມ່ນຍ້ອນວ່າເຂົາຢ້ານວ່າເຮົາຈະໄດ້ດີກວ່າ ມະນຸດແມ່ນສິ່ງທີ່ມີຊີວິດທີ່ມີແນວຄິດຂົ່ມຄົນອື່ນເພື່ອໃຫ້ຕົນເອງດູດີກວ່າ ເຖິງວ່າຄວາມຈິງເຂົາອາດຈະບໍ່ດີກວ່າ ສິ່ງທີ່ສຳຄັນແມ່ນບໍ່ຕ້ອງເກັບຄຳເວົ້າເຫລົ່ານີ້ມາໃສ່ໃຈ ຢ່າໂຕ້ແຍ້ງທີ່ຈະເສຍເວລາ ພິສູດວ່າ ເຮົາສາມາດເຮັດໄດ້

7. ແນວຄວາມຄິດທີ່ດຶງໃຫ້ຕ່ຳລົງ   ຮ້ອຍຄົນ ຮ້ອຍແນວຄິດ ເຮົາບໍ່ສາມາດປ່ອຍໃຫ້ທຸກຄົນມາຄິດແບບທີ່ເຮົາຕ້ອງການໄດ້ ສິ່ງທີ່ສຳ ຄັນແມ່ນເຮົາບໍ່ຕ້ອງຄິດໃນແງ່ລົບ ຢ່າໃຊ້ຄວາມຄິດທີ່ບໍ່ດີຂອງຄົນອື່ນ ມາເກັບໄວ້ໃນສະໝອງຄວາມຄິດໃນແງ່ລົບແມ່ນເງົາທີ່ຈະເຮັດໃຫ້ຈິດໃຈຂອງເຮົາອ່ອນແອ, ຫງຸດຫງິດແລະບໍ່ຢາກເຮັດຫຍັງ

ສິ່ງທີ່ດີທີ່ສຸດແມ່ນການຕາມກະແສແບບພຽງພໍ ບໍ່ວ່າເຄື່ອງນຸ່ງ ໂທລະສັບ ລົດ ຖ້າຍັງໃຊ້ໄດ້ຢູ່, ຄວນໃຊ້ກ່ອນ ການຕາມເຕັກໂນໂລຢີລາຄາແພງ ແຕ່ບໍ່ສາມາດໃຊ້ເປັນການຊື້ເພື່ອປະດັບບາລະມີ ກໍຄືຄົນໂງ່ທີ່ອວດສະຫຼາດ ອຸປະກອນທີ່ມີຢູ່ໃນມື ເຖິງແມ່ນວ່າບໍ່ແມ່ນລຸ້ນລ້າສຸດ ແຕ່ມີປະໂຫຍດເຕັມທີ່ ຜົນປະໂຫຍດເທົ່າທຽມກັນແຕ່ເຮັດໃຫ້ຊີວິດຂອງເຮົາມີຄຸນນະພາບຫລາຍຂື້ນ

ຂ່າວທົ່ວໄປ