70 ປີ​ ແຫ່ງ​ການ​ເຕີບ​ໃຫຍ່​ ຂອງ​ສື່ມວນ​ຊົນ ​ແລະ ​ການ​ພິມ​ຈຳ​ໜ່າຍ​ລາວ ຊົມ​ເຊີຍ​ອ້າຍ​ນ້ອງ​ສື່ມວນ​ຊົນ

70 ປີ​ ແຫ່ງ​ການ​ເຕີບ​ໃຫຍ່​ ຂອງ​ສື່ມວນ​ຊົນ ​ແລະ ​ການ​ພິມ​ຈຳ​ໜ່າຍ​ລາວ ຊົມ​ເຊີຍ​ອ້າຍ​ນ້ອງ​ສື່ມວນ​ຊົນ

​ໃນ​ຂະ​ບວນວິວັດ​ແຫ່ງ​ການກຳ​ເນີ​ດ​ ແລະ​ ຂະຫຍາຍຕົວ​ຂອງ​ສັງຄົມ​ມະນຸດ​ແມ່ນ​ເລີ່​ມມີ​ພາສາ​ປາກ​ເວົ້າ ​ແລະ​ ຕົວ​ໜັງສື, ຄົນ​ເຮົາ​ກໍ​ເລີ່​ມມີ​ການ​ຕິດ​ຕໍ່​ພົວພັນ​ສົ່ງ​ຂ່າວທາງ​ຈົດໝາຍ, ກ້າວ​ຂື້ນ​ມີ​ໃບ​ຂ່າວ,​ ໃບ​ປີວ​ ແລະ​ ມີໜັງສືພິມ, ວິທະຍຸ,​ ໂທລະພາບ​ຕາມ​ລຳດັບ. ນັ້ນ​ແມ່ນ​ທີ່​ມາ​ຂອງ​ການ​ກຳ​ເນີ​ດສື່​ມວນ​ຊົນ​ຂອງ​ແຕ່ລະ​ປະ​ເທດ.


ສະ​ເພາະ​ ສປປ ລາວເຮົາ ປະຫວັດ​​ສື່​ມວນ​ຊົນ​ລາວ​ຍາມ​ໃດ​ກໍ​ຕິດ​ພັນ​ສະໜິດ​ແໜ້ນ​ກັບ​ປະຫວັດສາດ​ຂອງ​ຊາດ, ຂອງ​ພັກ, ຂອງ​ກາ​ນປະ​ຕິ​ວັດ​ ແລະ ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ. ສະ​ແດງ​ອອກ​ໃນ​ມື້​ສ້າງ​ຕັ້ງ​ແນວ​ລາວ​ອິດ​ສະລະ, ພັກ​ເຮົາ​ກໍ​ໄດ້​​ໃຫ້​ກຳ​ເນີ​ດໜັງສືພິມ​ປະຕິວັດ​ສະບັບ​ທຳ​ອິດ​​ ແລະ​ ສ້າງ​ຕັ້ງ​ໂຮງພິມ​ປະຕິວັດ​ຂື້ນໃນ​ວັນ​ດຽວ​ກັນ​ຄື​ວັນ​ທີ 13 ສິງຫາ 1950 ຊຶ່ງ​ແມ່ນ​ທີ່​ມາ​ຂອງ​ວັນສື່​ມວນ​ຊົນ ແລະ​ ການ​ພິມ​ຈຳໜ່າຍ​ມາ​ຮອດ​ປະຈຸ​ບັນ.

ພາຍໃຕ້ລະບອບໃໝ່ ແລະ ພາຍໃຕ້ການຊີ້ນຳ ແລະ ນຳພາຂອງພັກ ປປ ລາວ ວຽກງານສື່ມວນຊົນໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ, ໜັງສືພິມ ແລະ ວາລະສານກໍມີ 100 ກວ່າສະບັບ, ສະເພາະໜັງສືພິມລາຍວັນມີ 11 ສະບັບ, ທຽບໃສ່ກ່ອນປົດປ່ອຍມີພຽງສອງສະບັບ.

ດ້ານສະຖານວິທະຍຸ ແລະ ສະຖານີໂທລະພາບກໍມີການຂະຫຍາຍຕົວທັງຢູ່ສູນກາງ ແລະ ຕ່າງແຂວງ.​ ໃນດ້ານວຽກງານການພິມ ກໍຄືໂຮງພິມຈາກປີ 1975 ມີພຽງບໍ່ເທົ່າໃດແຫ່ງ, ແຕ່ປະຈຸບັນໂຮງພິມກໍໄດ້ມີການພັດທະນາທັງຈຳນວນ ແລະ ຄຸນນະພາບການພິມໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພ້ອມນັ້ນ,​ ພາກສ່ວນເອກະຊົນກໍຍັງມີສ່ວນຮ່ວມຢ່າງຕັ້ງໜ້າໃນການພັດທະນາວຽກງານສື່ມວນຊົນ ແລະ ການພິມ ຊຶ່ງເປັນການປະກອບສ່ວນໃນການເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ, ລັດ ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດທັງສາມາດສະໜອງຂໍ້ມູນຂ່າວສານຕ່າງໆໄດ້ຢ່າງແມ້ນຢຳ.


ຜົນສຳເລັດດັ່ງກ່າວນີ້, ສະແດງໃຫ້​ ເຫັນເຖິງຄວາມເປັນຫວ່ງເປັນໃຍຂອງພັກ ແລະ ລັດຖະບານເຮົາໃນການພັດທະນາສື່ມວນຊົນລາວກ້າວໄປສູ່ຄວາມທັນສະໄໝ, ສີ​ວິ​ໄລ​ ແລະ​ ຍືນ​ຍົງທັງມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງຄ່ອງຕົວ.​ ຕີ​ລາ​ຄາ​ໄດ້​ວ່າ​: ໃນ​ປະ​ຫວັດ​ສາດ​ຂອງ​ສື່ມວນ​ຊົນ​ລາວ​ຍັງ​ບໍ່​ທັນ​ມີ​ຍຸກ​ໃດ​ ແລະ​ ສະ​ໃໝ​ໃດ​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາໄວ​ຄື​ໃນ​ປະ​ຈຸ​ບັນ​ນີ້.

ແຜນ​ການ​ຕໍ່​ໜ້າ.
​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ກວ່າ​ເກົ່າ​ນັ້ນ. ​ໃນ​ຊຸມ​ປີ​ຕໍ່ໜ້າ, ກະຊວງ​ໄດ້​ມີ​ແຜນ​ພັດທະນາ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ຕາມ​ຄຳ​ຂວັນ​ທີ່​ວ່າ: ພັດ​ທະ​ນາ​ສື່ມວນ​ຊົນ​ລາວ​ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ, ສີ​ວິ​ໄລ​ແລະ​ຍືນ​ຍົງ​ທັງ​ມີ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ ແລະ​ ສາ​ກົນ​ຢ່າງ​ຄ່ອງ​ຕົວ.​​ ໃນ​ນັ້ນແມ່ນ​ສຸມ​ໃສ່
ພັດທະນາສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ,ເປັນກະບອກສຽງທີ່ແຫລມຄົມຂອງພັກ-ລັດ, ເປັນເວທີສົ່ງເສີມປະຊາທິປະ ໄຕປະຊາຊົນ, ເປັນແຫລ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຄວາມບັນເທິງ, ຕອບຕ້ານຖ້ອຍທໍານອງຂອງຄົນບໍ່ດີ ແລະ ອິທິກຳລັງປໍລະປັກ.

ປະຈຸບັນ, ວຽກງານສື່ມວນຊົນມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ຂໍ້ສະດວກຄືມີເຕັກໂນໂລຊີທີ່ທັນສະໄໝ, ຮັບຂໍ້ມູນຂ່າວສານວ່ອງໄວທັນການ, ການພິມກໍສວຍງາມ. ສ່ວນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍແມ່ນຂໍ້ມູນຂ່າວສານທີ່ບໍ່ເປັນທາງການຜ່ານສື່ສັງຄົມອອນລາຍ ໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ. ຢ່າງ​ໃດ​ກໍ​ຕາມ, ໜັງສືພິມ, ວາລະສານ ແລະ ປຶ້ມທີ່ຜະລິດດ້ວຍເຈ້ຍ ຍັງຈະ​ສືບ​ຕໍ່ມີຄຸນຄ່າຫຼາຍທີ່ສຸດໃຫ້ແກ່ສັງຄົມໃນປະຈຸບັນ ແລະ ອະນາຄົດ.

ຂ່າວທົ່ວໄປ