ພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດລາວເພີ່ມຂຶ້ນເປັນ 16 ຄົນແລ້ວ

ພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດລາວເພີ່ມຂຶ້ນເປັນ 16 ຄົນແລ້ວ

ຂ່າວດ່ວນ,ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ ເພີ່ມຂຶ້ນ 1 ຄົນ ພົວພັນ ກັບກໍລະນີ ຜູ້ຕິດເຊື້ອ ຄົນທີ່ 10, ເຮັດໃຫ້ຍອດຜູ້ຕິດເຊື້ອ ທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 16 ຄົນ !!!

ວັນພະຫັດ ທີ່ 9 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ມີການຖະແຫຼ່ງຂ່າວ ໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ ຈໍານວນ 1 ຄົນ ເປັນເພດຍິງ ອາຍຸ 23 ປີ, ປະຈຸບັນ ຢູ່ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,

ມີປະຫວັດ ສໍາພັດ ກັບຜູ້ຕິດເຊື້ອ ຜູ້ທີ່ 10 ພະນັກງານ DHL ນະຄອນຫຼວງວຽງຈັນ. ກາຍເປັນຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສປປ ລາວ ຜູ້ທີ່ 16. ສະຖານະການການແຜ່ລະບາດ ຂອງເຊື້ອໂຄວິດ-19 ໄດ້ແຜ່ລາມໄປ ໃນ 209 ປະເທດ ແລະ ເຂດແຄວ້ນ.

ຍອດຜູ້ຕິດເຊື້ອສະສົມ ໃນທົ່ວໂລກ ແມ່ນ 1.5 ກວ່າຄົນ ແລະ ກໍາລັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີ ເອົາໃຈໃສ່ ຮັກສາບົວລະບັດຕົນເອງ ແລະ ປະຕິບັດຕາມມາດຕະຖານ ຄໍາແນະນໍາ ແລະ ມາດຕະການປ້ອງກັນ ຂອງລັດຖະບານລາວ ວາງອອກ ຢ່າງເຄັ່ງຄັດ. Cr: FM 90

ຂ່າວທົ່ວໄປ