ພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ໃນລາວ ເຊິ່ງເປັນຄົນລາວທີ່ເດີນທາງມາຈາກຕ່າງປະເທດ ຫຼັງຈາກທີ່ໄປຮ່ວມການແຂ່ງຂັນໃນຄະນະບັນຊາລົດຕັງທີ່ຣັດເຊຍຕັ້ງແຕ່ເດືອນສິງຫາ 2020.
muan.la ໄດ້ສະຫຼຸບເອົາເນື້ອໃນບາງສ່ວນຈາກຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ເມື່ອວັນທີ 11 ກັນຍາ 2020 ກ່ຽວກັບຜູ້ຕິດເຊື້ອດັ່ງກ່າວ ວ່າມີການເຄື່ອນໄຫວແນວໃດແກ່ກ່ອນທີ່ຈະກວດພົບວ່າຕິດເຊື້ອເປັນກໍລະນີທີ 23 ຂອງລາວ. ຜູ້ກ່ຽວເປັນນັກກີລາທະຫານຂອງກອງທັບ ເຊິ່ງເດີນທາງໄປແຂ່ງຂັນລົດຕັງຢູ່ທີ່ຣັດເຊຍເມື່ອເດືອນສິງຫາ 2020.
1. ກ່ອນໜ້າເດີນທາງໄປຣັດເຊຍ ຜູ້ກ່ຽວແມ່ນພັກຢູ່ຫໍພັກຢູ່ບ້ານດົງສະຫວາດ ເມືອງໄຊທານີ ໂດຍມີການກັກໂຕຢູ່ສູນກັກກັນ ເນື່ອງຈາກຜູ້ກ່ຽວມີພະຍາດປະຈຳໂຕຄືພະຍາດອັກເສບຕັບດີ.
2. ວັນທີ 8 ສິງຫາ 2020 ໄດ້ເດີນທາງຈາກ ສປປ ລາວ ໄປແຂ່ງບັນຊາລົດຕັງຢູ່ຣັດເຊຍໂດຍຜ່ານປະເທດຫວຽດນາມ ເຮືອບິນເຊົ່າເໝົາລຳຫວຽດນາມໄປຣັດເຊຍ. ກ່ອນໜ້າເດີນທາງໄປຣັດເຊຍໄດ້ກວດຫາເຊື້ອໂຄວິດຄັ້ງທີ 1 ແມ່ນບໍ່ພົບເຊື້ອ.
3. ວັນທີ 9 ສິງຫາ 2020 ເດີນທາງຮອດຣັດເຊຍ ທີມແພດໄດ້ເກັບຕົວຢ່າງກວດຫາເຊື້ອໃນມື້ທຳອິດ ແລະ ກັກໂຕຢູ່ໂຮງແຮມ. ວັນທີ 9 ຫາ 11 ສິງຫາ, ຜົນການກວດແມ່ນບໍ່ພົບເຊື້ອເປັນຄັ້ງທີ 2.
4. ຮອດວັນທີ 12 ສິງຫາ – 7 ກັນຍາ ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອເປັນຄັ້ງທີ 3 ກໍບໍ່ພົບເຊື້ອ. ຄະນະນັກກີລາໄດ້ອາໄສຢູ່ຄ້າຍທະຫານຈົນຮອດມື້ເດີນທາງກັບ ສປປ ລາວ ເຊິ່ງເວລາກິນອາຫານແມ່ນກິນແບບບຸບເຟ. ໃນໄລຍະທີ່ຢູ່ຣັດເຊຍ ບໍ່ໄດ້ໄປຮ່ວມກຸ່ມກັບທີມງານຊາດອື່ນໆ. ຮອດວັນທີ 26 ສິງຫາ 2020 ມີອາການໄຂ້ ຄີງຮ້ອນ ແລະ ໄປພົບແພດ ໄດ້ກິນກິນຢາດີໄຂ້ຫວັດ ແລະ ຢາຕ້ານເຊື້ອ 2 ແຜງ ຫຼັງຈາກນັ້ນ ອາການກໍດີຂຶ້ນ.
5. ວັນທີ 7 ກັນຍາ 2020, ເດີນທາງຈາກຣັດເຊຍມາທີ່ຫວຽດນາມ ເຊິ່ງໃນຖ້ຽວບິນດັ່ງກ່າວມີຜູ້ໂດຍສານທັງໝົດປະມານ 200 ກວ່າຄົນ, ໃນນັ້ນມີຄົນສັນຊາດຫວຽດນາມ 100 ກວ່າຄົນ. ເຮືອບິນໄດ້ລົງຈຶດທີ່ສະໜາມບິນໃນຫວຽດນາມ ເພື່ອໃຫ້ຜູ້ໂດຍສານຫວຽດນາມລົງ ແຕ່ຜູ້ໂດຍສານລາວໄດ້ນັ່ງຖ້າໃນເຮືອບິນ.
6. ມາຮອດວັນທີ 8 ກັນຍາ 2020 ຢູ່ທີ່ຫວຽດນາມ, ຜູ້ໂດຍສານເຮືອບິນທັງໝົດໄດ້ໃສ່ຊຸດປ້ອງກັນການຕິດເຊື້ອ (PPE) ຜູ້ກ່ຽວນັ່ງຕັ່ງ 51E. ໃນຖ້ຽວບິນຈາກ ສສ ຫວຽດນາມ ມາ ສປປ ລາວ ມີຜູ້ໂດຍສານທັງໝົດ 101 ຄົນ, ມີນັກກີລາກອງທັບ 42 ຄົນ, ນັກຮຽນທະຫານ 43 ຄົນ, ຈຸບິນ 7 ຄົນ, ແພດ 4 ຄົນ ແລະ 5 ຄົນແມ່ນນັກສຶກສາຝ່າຍປົກຄອງ ແລະ ພົນລະເມືອງ. ທັງໝົດເດີນທາງມາຮອດ ສປປ ລາວ ເວລາ 9 ໂມງເຊົ້າ ແລະ ໄດ້ເດີນທາງໄປສູນກັກກັນທີ່ທາງການກຳນົດໄວ້ໃຫ້ດ້ວຍລົດເມຂົນສົ່ງ. ຜູ້ໂດຍສານທັງໝົດໄດ້ແກ້ຊຸດປ້ອງກັນເຊື້ອອອກຢູ່ລົດເມ ກ່ອນລົງຢູ່ສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງເພື່ອກວດຫາເຊື້ອໂຄວິດ-19 ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ. ໃນສູນຈຳກັດບໍລິເວນດັ່ງກ່າວນັ້ນ ຜູ້ກ່ຽວແມ່ນໄດ້ອາໄສຢູ່ຮ່ວມກັບໝູ່ຄົນອື່ນໆອີກ 2 ຄົນ.
7. ວັນທີ 9 ກັນຍາ 2020 ຜົນການກວດຫາເຊື້ອບໍ່ຊັດເຈນ. ວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງຄັ້ງທີ 2 ເວລາ 9:30 ໂມງ ມາຮອດ ສູນວິເຄາະ ແລະ ລະບາດວິທະຍາ ໃນເວລາ 11 ໂມງ ຜົນອອກມາແມ່ນພົບເຊື້ອໂຄວິດ-19.
8. ໃນນັ້ນການລະບຸຜູ້ສຳຜັດ ແມ່ນປະກອບມີຜູ້ໂດຍສານເຮືອບິນລຳດຽວກັນ 101 ຄົນ ເຊິ່ງມີຄວາມສ່ຽງທັງໝົດ, ຄັນຂັບລົດໄປຮັບແມ່ນ 3 ຄົນ. ມີ 4 ຄົນທີ່ໄດ້ສຳຜັດໃກ້ຊິດກັບກໍລະນີຢັ້ງຢືນ ໂດຍໃນນັ້ນ 2 ທ່ານແມ່ນນອນຮ່ວມຫ້ອງດຽວກັນ ແລະ ອີກ 2 ທ່ານແມ່ນນັ່ງໃກ້ຊິດເທິງເຮືອບິນ. ຜົນກວດຂອງຜູ້ໃກ້ຊິດທັງໝົດແມ່ນບໍ່ພົບເຊື້ອ.
9. ປັດຈຸບັນ ຍອດສະສົມຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນໃນລາວແມ່ນ ມີທັງໝົດ 23 ກໍລະນີ ເຊິ່ງຍັງມີ 2 ກໍລະນີທີ່ຍັງຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ປະກອບດ້ວຍ ຄົນເຈັບກໍລະນີທີ 22 ແລະ ກໍລະນີທີ 23 ເຊິ່ງເປັນລາຍຫຼ້າສຸດ.