ພາທຸກຄົນມາສ່ອງສາວນໍ້າ ຍິ້ມຫວານໄອດໍ້ສາວລາວ. ປັດຈຸບັນມີຜູ້ຕິດຕາມໃນເຟສບຸກສູງເຖິງ 180,220 ຄົນ. ເຊິ່ງໂດ່ງດັງຈາກຄລິບນໍ້າຍິ້ມຫວານ ນັ່ງໄຫ້ຖືກຖິ້ມໄວ້ກາງທາງເຮັດໃຫ້ມີຄົນກົດເຂົ້າໄປເບິ່ງ ແລະ ໄປແຊຣ໌ຢ່າງສະໜັ່ນຫວັ່ນໄຫວໃນຫຼາຍປີທີ່ຜ່ານມາ ແລະ ເຮັດໃຫ້ເລີ່ມມີແຟນຄລັບ ແລະ ມີຄົນຕິດຕາມສູງຂຶ້ນເລື້ອຍໆ ບໍ່ວ່າຈະເຮັດຫຍັງກໍເປັນທີ່ຈັບຕາມອງ ແລະ ໄດ້ຮັບຄວາມສົນໃຈຢູ່ສະເໝີ. ດ້ວຍໜ້າຕາທີ່ງົດງາມ ແລະ ເປັນຕາແພງ ພ້ອມຄວາມສາມາດ ຈຶ່ງໄດ້ຮັບໂອກາດດີໆຈາກຜູ້ໃຫຍ່ເຮັດໃຫ້ປັດຈຸບັນໄດ້ຜັນໂຕມາເປັນນັກສະແດງ.
ສຳລັບນ້ອງມະລິສາວນ້ອຍຍິ້ມຫວານຈາກເມືອງຫິນເຫີບ ມີຄວາມຝັນຢາກມາສຶກສາທີ່ເມືອງໃຫຍ່, ຮັບບົດໂດຍ “ນໍ້າ ຍິ້ມຫວານ” ທີ່ຈະມາແຈກຄວາມສົດໃສ ໃຫ້ທຸກຄົນໄດ້ຍິ້ມໄປຕາມໆກັນ. ສຳລັບຕົວລະຄອນມະລິ ທີ່ນໍ້າໄດ້ຮັບເປັນບົດຂອງຍິງສາວຜູ້ໜຶ່ງທີ່ສັດທາໃນເລື່ອງຂອງຄວາມຮັກ ແລະ ມັກອ່ານນະວະນິຍາຍ ມີຄວາມໃຝ່ຝັນຢາກຮຽນຢູ່ມະຫາວິທະຍາໄລທີ່ນະຄອນຫຼວງເພື່ອໄດ້ເຈິກັບອັດສະວິນດາລາໃນດວງໃຈ ແລະ ສາມາດຂໍພອນໄດ້ 3 ຂໍ້ເຊິ່ງໃຜໄດ້ເບິ່ງຕົວຢ່າງ ແລະ ຕອນທຳອິດກໍຈະຮູ້ວ່າເປັນຊີຣີແນວແຟນຕາຊີ.
ຊີຣີປະຕິຫານດອກໄມ້ ແມ່ນຊີຣີໄວໜຸ່ມ ທີ່ເລົ່າເລື່ອງລາວຂອງນັກສຶກສາຕ່າງແຂວງມາຮຽນໃນຕົວເມືອງ ເວົ້າເຖິງເລື່ອງຄວາມສຳພັນຂອງຫມູ່ເພື່ອນ ແລະ ຄວາມຮັກສົດໃສຂອງຕົວລະຄອນ, ເປັນຊີຣີທີ່ຕ່າງຈາກທຸກໆເລື່ອງທີ່ເຄີຍເຮັດມາຂອງໜຸ່ມຊູໂມ້ ເພາະເປັນຊີຣີແນວແຟນຕາຊີທີ່ມີພອນວິເສດທີ່ສາມາດຂໍພອນຫຍັງກໍ່ໄດ້ແລ້ວເປັນຈິງ ຖືວ່າເປັນບົດເລື່ອງທີ່ແປກໃຫມ່ຂອງຊີຣີລາວ. ເຊິ່ງຕອນຕໍ່ໄປຈະເປັນແນວໃດນັ້ນຕ້ອງຕິດຕາມກັນເບິ່ງໄດ້ທີ່: ເພຈ Acnes Laos ຫຼື ທີ່ລິ້ງ https://www.facebook.com/AcnesLaos ອອກອາກາດທຸກໆວັນເສົາເດີ້!