ສຳນັກຂ່າວຕ່າງ ປະເທດ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 31 ຕຸລາ ທີ່ຜ່ານມາ ໄດ້ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 7.0 ຣິກເຕີ່ຂື້ນ ທີ່ຢູ່ນອກແຄມຝັ່ງ ແຂວງອິນມິນ ທາງ ພາກຕາເວັນຕົກ ຂອງ ຕຣູກີ ໂດຍແຮງສັ່ນ ສະເທື່ອນ ດັ່ງກ່າວ ສາມາດຮັບຮູ້ ໄປໄກເຖິງເມືອງ ອິສຕັນບູລເຊິ່ງເປັນ ຕົວເມືອງ ຂະໜາດໃຫຍ່ທີ່ສຸດ ຂອງ ຕຣູກີ ແລະ ນະຄອນຫລວງອາແຕນ ຂອງ ເກຣັກ.
ພາບຂ່າວ
ພາບຂ່າວ
ໂດຍລາຍງານຫຼ້າສຸດ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 40 ຄົນ ແລະ ປະຊາຊົນໄດ້ຮັບບາດເຈັບຫຼາຍກວ່າ 900 ຄົນ. ຫຼັງຈາກທີ່ເກີດແຜ່ນດີນໄຫວຂື້ນກໍໄດ້ເກີດ ອັຟເຕີ່ຊ໊ອກ ອີກກວ່າ 100 ຄັ້ງ. ຂະນະນີ້ເຈົ້າໜ້າທີ່ກວ່າ 5,000 ຄົນ ໄດ້ເລັ່ງຊອກຫາຜູ້ລອດຊີວິດ ແລະ ສູນຫາຍອີກຈຳນວນໜຶ່ງ, ພ້ອມກັນນັ້ນ ເຮືອນຊານ ແລະ ສິ່ງກໍ່ສ້າງອື່ນໆ ຈຳນວນ ຫລວງຫລາຍເປ່ເພອີກດ້ວຍ.
ພາບຂ່າວ
ພາບຂ່າວ
ພາບຂ່າວ