ອຸທາຫອນ! ສຶກສາໃຫ້ດີກ່ອນເຮັດ ສາວເສຍຊີວິດ ຫຼັງໄປດູດໄຂມັນເສີມນົມມາ

ອຸທາຫອນ! ສຶກສາໃຫ້ດີກ່ອນເຮັດ ສາວເສຍຊີວິດ ຫຼັງໄປດູດໄຂມັນເສີມນົມມາ

ເປັນເລື່ອງລາວເຕືອນໄພໃຫ້ກັບບັນດາສາວໆທີ່ມັກຄວາມສວຍງາມທັງຫຼາຍ ໂດຍສະເພາະຜູ້ທີ່ມັກໃນເລື່ອງຂອງການເສີມຄວາມງາມດ້ວຍການສັນຍະກໍາ ກ່ອນຈະເຮັດຕ້ອງສຶກສາໃຫ້ດີ ບໍ່ດັ່ງນັ້ນ ອາດໂຊກຮ້າຍຄືກັບກໍລະນີນີ້ ທີ່ຕິດເຊື້ອໃນກະແສເລືອດ ຫຼັງໄປດູດໄຂມັນເສີມນົມ, ດູໄຂມັນແຂນ ແລະ ຂາ ຈົນເສຍຊີວິດ.

ເລື່ອງລາວທີ່ແອັດກ່າວມາຂ້າງເທິງແມ່ນເກີດຂຶ້ນຢູ່ປະເທດໄທ ໂດຍຜູ້ໃຊ້ເຟສບຸກຊື່ Polchana Jankaseam ໄດ້ໂພສວີດີໂອ ພ້ອມລະບຸຂໍ້ຄວາມກ່ຽວກັບການເສຍຊີວິດຂອງເມຍຕົນເອງ ຫຼັງໄປໃຊ້ບໍລິການຢູ່ຄລີນິກແຫ່ງໜຶ່ງ, ໂດຍການດູດໄຂມັນເສີມນົມ, ດູດໄຂມັນແຂນ ແລະ ດູດໄຂມັນຂາ, ເຊິ່ງຫຼັງຈາກທີ່ດູດແລ້ວ ກໍ່ກັບມາພັກຟື້ນຢູ່ເຮືອນ ແລະ ທຽວກັບໄປລ້າງບາດປົກກະຕິ ຕໍ່ມາເລີ່ມມີອາການເຈັບຫຼາຍ ທາງຄີນິກຈຶ່ງໃຫ້ນອນພັກປະມານ 10 ຫາ 15 ນາທີແລ້ວຈຶ້່ງກັບບ້ານ ເຊິ່ງອາການເຈັບກໍ່ບໍ່ໄດ້ຫາຍໄປ ເມຍຂອງຕົນຍັງເຈັບປວດຢູ່ຕະຫຼອດເວລາ ນອນບໍ່ໄດ້ ຫຼັບບໍ່ໄດ້ ແຖມມີຮາກເປັນບາງຄັ້ງ

ເຊິ່ງຫຼັງຈາກນັ້ນກໍ່ຍັງເຈັບຂຶ້ນມາເລື້ອຍໆ ຈຶ່ງມີການພົວພັນກັບຫາຄີນິກອີກຄັ້ງ ເພື່ອແຈ້ງອາການທີ່ເຈັບ ເພາະລາວເຈັບຫຼາຍ ແລະຍັງຄົງເຈັບຢູ່ເລື້ອຍໆ ເຖິງແມ່ນວ່າທາງຄີນິກຈະມີການສັກຢາແກ້ປວດ ແລະ ໃຫ້ນໍ້າເກືອ ແຕ່ອາການກໍ່ຍັງບໍ່ດີຂຶ້ນ, ສຸດທ້າຍຕ້ອງໄດ້ນໍາໂຕສົ່ງໂຮງໝໍ ເພື່ອປິ່ນປົວຕາມອາການ ແຕ່ກໍ່ບໍ່ເປັນຜົນ.

ຕໍ່ມາພາຍຫຼັງທີ່ເມຍຂອງຕົນໄດ້ເຂົ້າປິ່ນປົວຢູ່ໂຮງໝໍແລ້ວ ແຕ່ອາການກໍ່ຍັງຊົງຕົວ ແລະ ບາງຄັ້ງອາການກໍ່ຊຸດລົງເລື້ອຍໆ ຈົນໃນທີ່ສຸດ ລາວກໍ່ທົນຕໍ່ຄວາມເຈັບປວດບໍ່ໄຫວ ແລະ ຈາກໄປໃນທີ່ສຸດ.

ສ່ວນເລື່ອງຄີນິກທີ່ດູດໄຂມັນໃຫ້ນັ້ນ ໃນຊ່ວງທໍາອິດໄດ້ມີການປິດເພຈໜີ ແຕ່ຕໍ່ມາກໍ່ມີການຕິດຕໍ່ກັບມາຫາຜູ້ເສຍຫາຍເຊິ່ງກໍ່ແມ່ນເຈົ້າຂອງໂພສດັ່ງກ່າວ ແຕ່ວ່າກໍ່ຍັງບໍ່ມີການຕົກລົງໃຫ້ການຊ່ວຍເຫຼືອຫຍັງເທື່ອ ເຊິ່ງຄີນິກອ້າງລໍຖ້າຜົນກວດຫາສາເຫດການເສຍຊີວິດອອກມາກ່ອນ ຫາກເປັນຍ້ອນຄີນິກແທ້ ຈຶ່ງຈະໃຫ້ການຊ່ວຍເຫຼືອດ້ານຄ່າໃຊ້ຈ່າຍ.

ແນວໃດກໍ່ຕາມ ເລື່ອງນີ້ ຂໍໃຫ້ເປັນກໍລະນີອຸທາຫອນໃຫ້ກັບສາວໆທັງຫຼາຍ ກ່ອນຈະຕັດສິນໃຈສັນຍະກໍາສິ່ງໃດສິ່ງໜຶ່ງ ໃຫ້ຄິດດີໆ ພ້ອມສຶກສາຂໍ້ມູນໃຫ້ຄົບຖ້ວນ ແລະ ເລິກເຊິ່ງ ທັງນີ້ກໍ່ເພື່ອຄວາມປອດໄພຂອງຕົນເອງ.

ຂ່າວທົ່ວໄປ