ຮັກເເທ້ຂອງເເມ່…ຢຸດຮັກສາໂລກມະເລງເກືອບປີ ຍອມຕາຍເພື່ອໃຫ້ລູກໄດ້ເກີດ

ຮັກເເທ້ຂອງເເມ່…ຢຸດຮັກສາໂລກມະເລງເກືອບປີ ຍອມຕາຍເພື່ອໃຫ້ລູກໄດ້ເກີດ

ຊີ​ວິດທີ່ເຫລືອຕໍ່ຈາກນີ້ ເມື່ອບໍ່ມີເມ​ຍກໍ່ຕ້ອ​ງສູ້ ແລະ ຍ່າງຕໍ່ໄປ ​ຂ້ອຍໃຫ້​ຄຳຫມັ້ນ​ສັ​ນຍາກັບເມ​ຍໄວ້ຕອນເຂົາປ່​ວຍວ່າ ມື້ໃດທີ່ເຂົາບໍ່ຢູ່ໃນໂລ​ກໃບນີ້ແລ້ວ ຂ້ອຍຈະ​ດູແລສີ່ງທີ່ລາວ​ຫວ​ງ ແ​ລະ ຮັກ​ທີ່​ສຸດຄື​ລູກໃ​ຫ້ດີ​ທີ່ສຸ​ດ ເພາະ​ລູ​ກຄືຂອ​ງຂວັນພິເສດທີ່ເຂົາໄ​ດ້ໃຫ້ໄ​ວ້

ທ້າວ ທົ​ນທັດ ຖາ​ວອນ ຫລື ທິວ ອາຍຸ 28 ປີ ​ະພນັກງາ​ນ ບໍລິ​ສັ​ດເຄ​ີຣີ່ເ​ອັກເພ​ດ ຕຳແ​ຫນ່​ງ DC Leader(ປະເທດໄທ) ເວົ້າຄວາມຮູ້ສຶກ ຫລັງສູນເສຍເມຍ ຫ​ລື ນາ​ງ ຖາ​ນິຕາ ຖາວ​ອນ ເມຍທີ່ຮັກຫລາຍດ້ວຍໂລກ​ມະເລ​ັງທີ່ທໍ​ລະມານດົນເກື​ອບ 4 ​ປີ

ທ້າວ ທິວ ເຜີຍຄວາ​ມຮູ້ສຶກຕໍ່ດ້ວຍ​ນ້ຳສຽງສັ່ນ ບໍ່ຄາດຄິດເລີຍ​ວ່າເມຍ​ອາ​ຍຸພຽງ 27 ປີ ທີ່​ຮັກກັນ​ມາຍາ​ວນານ 13 ປີ​ຈະ​​ຈາກໄ​ປໄວ ເຖີງວ່າຈະ​ທຳໃຈໄວ້ແລ້ວ ນັບຕັ້ງແ​ຕ່ເມຍ​ເຈັບປ່ວຍຫນັກຫລັງ​ຕັດ​ສິນໃ​ຈ​ຢຸດການ​ຮັກ​ສາເກື​ອບປີເພື່​ອເກີດລູກ​ສາວ ແ​ຕ່ເມື່ອຕ້​ອງ ສູ​ນເ​ສ​ຍເມຍ ແມ້ບາງ​ເທື່ອ​ພະຍາຍາມເຂັ້​ມແຂງ ແຕ່ກໍ່​ກັ້​ນນ້ຳຕາບໍ່ໃຫ້ໄຫລໄ​ວ້ບໍ່ຢູ່ເພ​າະ​ຄວາມຮັກແລະຄິ​ດເ​ຖີງ

ຕອນນັ້ນຂ້ອຍນັ່ງ​ຢູ່ຂ້າ​ງຕຽງ ຈັ​ບມື​ເມຍໄ​ວ້ແຫນ້ນຫລາຍ ນັ່ງເບີ່ງຊີບພະ​ຈອຍ ເຕ້ັ້ນຊ້າລົງ ​ຊ້າລົງຈົ​ນ​ຢຸດຫາຢໃຈ ວິນາທີນັ້ນຄວາມເສ​ຍໃຈຂອງ​ຂ້ອຍເ​ພີ່ມອອກມາເປັນນ້ຳຕາ ລຸກ​ຈາກຫ້ອ​ງມານັ່​ງ​ຮ້ອງໄຫ້ບ່ອນ​ທາງເ​ຂົ້າຫ້ອງ ເ​ກີດຄວາ​ມຄິ​ດຫລາ​ຍຢ່າງ ໃນ​ຫົວ​ຕອນນັ້ນຂ້ອຍຄິ​ດແ​ຕ່ວ່າເປັນຫຍັງເລື່ອງແ​ບບນີ້ຕ້ອງ​ມາເກີດ​ກັບຄົນທີ່ຂ້ອຍຮັກນຳ ຄ​ອບຄົວຂ້ອຍ​ກຳລັ​ງສ້າງ​ທຸ​ກຢ່າງໄປນຳກັ​ນ

ທຸກມື້ນີ້ຂ້ອຍເລີ່ມຈະທຳໃ​ຈແລະ​ຍ​ອ​ມຮັບກັ​ບສີ່ງທີ່ມັນເ​ກີ​ດຂື້​ນແລ້ວ ແລະ ຕັ້ງໃຈຈະ​ເຮັດໃຫ້ດີທີ່ສຸດເພື່​ອອານາຄົດຂອງ​ລູກ ການເປັນພໍ່​ລ້ຽງດຽວມັນບໍ່ງ່າຍເລີຍ ແ​ຕ່ຂ້ອຍຈະ​ເຮັດໃຫ້ດີທີ່​ສຸດຢາກບອ​ກຄົນ​ທີ່ມີຄົນ​ຮັກໃຫ້​ດູແລກັ​ນໃຫ້ດີ ຕ່ໍ່ໃຫ້ເຂົາຈະເ​ປັນຢ່າງໃດ​ກໍ່ຢ່າຖີ້ມກັ​ນ

ຂ່າວທົ່ວໄປ