ເຫດການທີ່ແອັດກໍາລັງຈະນໍາສະເໜີຕໍ່ໄປນີ້ ເປັນເຫດການທີ່ເກີດຂຶ້ນຢູ່ປະເທດໄທ ແຕ່ຍ້ອນເຫັນວ່າມັນເປັນເລື່ອງໃກ້ຕົວຫຼາຍຈຶ່ງຍົກມາເປັນອຸທາຫອນເຕືອນພໍ່ແມ່ທີ່ລ້ຽງລູກດ້ວຍໂທລະສັບໃນຕອນນີ້ ເພາະມັນອັນຕະລາຍຫຼາຍ ມັນສາມາດສ້າງຜົນເສຍໃຫ້ລູກຂອງທ່ານໄດ້ຫຼາຍໆຢ່າງໂດຍທີ່ຄາດບໍ່ເຖິງເລີຍ.
ໂດຍມີຜູ້ເປັນພໍ່ຂອງເດັກນ້ອຍຄົນໜຶ່ງໄດ້ໂພສຂ້ຄວາມເຕືອນໄພໄວ້ວ່າກ່ອນທີ່ເດັກນ້ອຍຄົນນີ້ຈະຍິ້ມແລ້ວໃບໜ້າບ້ຽວຜິດຮູບແບບນີ້ນັ້ນ ເປັນຜົນກະທົບມາຈາກການຫຼິ້ນໂທລະສັບມືຖືຫຼາຍເກີນໄປ ຈົນພັກຜ່ອນບໍ່ພຽງພໍ ສົ່ງຜົນກະທົບເຖິງລະບົບປະສາດ ໂດຍພໍ່ຂອງນ້ອງຝາກມາເປັນອຸທາຫອນໃຫ້ສໍາລັບພໍ່ແມ່ຜູ້ປົກຄອງ ທີ່ມັກປ່ອຍໃຫ້ລູກຫຼິ້ນໂທລະສັບຕະຫຼອດເວລາ ເຊິ່ງຕົວເດັກຄົນນີ້ເອງຕິດໂທລະສັບຈົນເຮັດໃຫ້ພັກຜ່ອນບໍ່ພຽງພໍ ສົ່ງຜົນໃຫ້ປາຍປະສາດອັກເສບ ເວລາຍິ້ມ ປາກຈະບ້ຽວຜິດຮູບແບບເຫັນໄດ້ຊັດເຈນ ແຕ່ຖ້າບໍ່ຍິ້ມຈະເປັນປົກກະຕິ ເຊິ່ງຂະນະນີ້ກໍາລົງຢູ່ລະຫວ່າງຂັ້ນຕອນການປິ່ນປົວ.
ຂະນະດຽວກັນກໍ່ມີອີກເຟສບຸກນໍາເອົາພາບເດັກນ້ອຍຄົນນີ້ມາໂພສອີກພ້ອມຂໍ້ຄວາມ ອຸທາຫອນໃຊ້ມືຖືຫຼາຍເກີນໄປ ຝາກເຖິງລູກຂອງຫຼາຍໆຄົນ ນີ້ເປັນຮອບທີສອງແລ້ວ ຫຼິ້ນໂທລະສັບຫຼາຍເກີນໄປນອນໜ້ອຍກໍ່ມີສ່ວນເຮັດໃຫ້ປາຍປະສາດອັກເສບໄດ້ ເບິ່ງລູກຂ້ອຍໄວ້ເປັນຕົວຢ່າງ.