ສະຫຼົດພົບສົບຍິງສາວຖືກຄາດຕະກໍາ ທີ່ຫາດແຄມຂອງເມືອງຕົ້ນເຜິ້ງ

ສະຫຼົດພົບສົບຍິງສາວຖືກຄາດຕະກໍາ ທີ່ຫາດແຄມຂອງເມືອງຕົ້ນເຜິ້ງ

ບໍ່ແກ້ວ: ລາຍງານຈາກໜ່ວຍກູ້ຊີບອົງການກາແດງລາວ ແຂວງບໍ່ແກ້ວໃຫ້ຮູ້ ໄດ້ຮັບແຈ້ງເຫດຈາກປະຊາຊົນ ໃນວັນທີ່ 15 ກັນຍາ 2020 ພົບສົບຍິງເສຍຊີວິດ ເຂດແຄມ ຂອງ .

ຂຸດພົບສົບແມ່ນຫາດແຄມຂອງ ເຂດ ບ້ານວຽງສະຫວັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ສະພາບສົບແມ່ນຖືກທຳຮ້າຍຮ່າງກາຍຈົນເສຍຊີວິດ.

ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ກວດສອບສົບ ຍັງບໍ່ທັນມີຂໍ້ມູນຜູ້ກໍ່ເຫດ ແລະ ຈະດໍາເນີນການສືບຫາຄາດຕະກອນຕໍ່ໄປ. ຄວາມຄືບໜ້າຈະແຈ້ງໃຫ້ຮູ້ອີກພາຍຫຼັງ.

 

ຂ່າວທົ່ວໄປ