ນັບຖືນໍ້າໃຈ ໃນແນວທາງສາຍໄຍໂລມາຄໍາ ໃຫ້ທຶນແທນເງິນຊ່ວຍເຫຼືອຜູ້ທຸກຍາກ

ນັບຖືນໍ້າໃຈ ໃນແນວທາງສາຍໄຍໂລມາຄໍາ ໃຫ້ທຶນແທນເງິນຊ່ວຍເຫຼືອຜູ້ທຸກຍາກ

ແອັດເຊື່ອວ່າຫຼາຍທ່ານທີ່ຕິດຕາມຂ່າວຕາມສື່ສັງຄົມອອນລາຍຈະຮັບຮູ້ມາແລ້ວບໍ່ຫຼາຍກໍ່ໜ້ອຍກ່ຽວກັບການຊ່ວຍເຫຼືອຄົນທຸກຍາກ ຂອງທ່ານ ເກຍ ອູ໊ສິດທິເດດ ນັກທຸລະກິດໃຈບຸນ ປ່ຽນຊີວິດຂໍທານສູ່ການຮູ້ທໍາມາຫາກິນລ້ຽງຕົນເອງ ໂດຍການນໍາພາສ້າງອາຊີບ ເຮັດໃຫ້ເຂົາເຈົ້າເຫຼົ່ານັ້ນ ຫຼຸດພົ້ນອອກຈາກການເປັນຂໍທານຢ່າງເຕັມຕົວ ແລະ ສ້າງເງິນດ້ວຍເຫື່ອແຮງຂອງຕົນເອງຢ່າງໜ້າພາກພູມໃຈ

ຮ່ວມໃຈ ສາຍໄຍໂລມາຄໍາ ເຊິ່ງເປັນໂຄງການຊ່ວຍເຫຼືອ ຂອງບໍລິສັດນໍ້າດື່ມ ໂລມາຄໍາ ທີ່ໃຫ້ການຊ່ວຍເຫຼືອປະຊາຊົນເຂດທຸກຍາກຂາດເຂີນຢ່າງແທ້ຈິງ ແຕ່ສິ່ງທີ່ພິເສດຂອງໂຄງການນີ້ ຈາກການຕິດຕາມຂໍ້ມູນຂ່າວສານການເຄື່ອນໄຫວກິດຈະກໍາຕ່າງໆຜ່ານເຟສບຸກ ຂອງທີມງານໂຄງການດັ່ງກ່າວ ໃຫ້ຮູ້ວ່າ ແນວທາງການຊ່ວຍເຫຼືອຂອງໂຄງການນີ້ ແມ່ນການສະໜອງດ້ານເຄື່ອງມື, ອຸປະກອນຕ່າງໆ,  ສັດລ້ຽງ, ແນວພັນພືດ ພ້ອມນໍາພາເຂົາເຈົ້າລົງມືປະຕິບັດຕົວຈິງ

ຕໍ່ກັບແນວທາງການຊ່ວຍເຫຼືອແບບນີ້ ຖືເປັນການໃຫ້ຕົ້ນທຶນທີ່ດີແກ່ປະຊາຊົນ ເພາະນອກຈາກຈະໄດ້ນໍາໃຊ້ຢ່າງຍາວນານ ສາມາດເສີມຂະຫຍາຍໄດ້ຢ່າງບໍ່ມີມື້ສິ້ນສຸດແລ້ວຍັງເປັນການສ້າງຄວາມດຸໝັ່ນໃຫ້ກັບຜູ້ທີ່ຖືກຊ່ວຍເຫຼືອນໍາອີກ

ແນວໃດກໍ່ດີ ທຸກໆການຊ່ວຍເຫຼືອ ບໍ່ວ່າຈະເປັນທັງດ້ານວັດຖຸ ຫຼື ເງິນຄໍາ ຖືເປັນເລື່ອງລາວດີໆທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະໃນສະພາບເສດຖະກິດທີ່ຝືດເຄືອງໃນປັດຈຸບັນ ຍິ່ງເຮັດໃຫ້ການຊ່ວຍເຫຼືອຕ່າງໆ ອາດຫຼຸດໜ້ອຍຖອຍລົງ ແຕ່ບໍ່ແມ່ນກັບບຸລຸດທ່ານນີ້ ທ່ານ ເກຍ ຍັງຄົງສະເໝີຕົ້ນສະເໝີປາຍ ໃຫ້ໃຈຊ່ວຍເຫຼືອສັງຄົມຢ່າງແທ້ຈິງ

ຂ່າວທົ່ວໄປ