ສາວມອງໂກເລຍທຸບສະຖິຕິ ຜູ້ຍິງຂາຍາວທີ່ສຸດໃນໂລກ

ສາວມອງໂກເລຍທຸບສະຖິຕິ ຜູ້ຍິງຂາຍາວທີ່ສຸດໃນໂລກ

ຍິງສາວຊາວມອງໂກເລຍກາຍເປັນກະແສຮືຮາຢ່າງໄວວາ ດ້ວຍຄວາມສູງທີ່ໂດດເດັ່ນມາແຕ່ໄກຊວນໃຫ້ຕາຄ້າງ ພ້ອມກັບຂະນາດຂາທີ່ຍາວສູງແຕ່ໄດ້ສັດສ່ວນ ເຮັດໃຫ້ລາວກາຍເປັນສາວຂາຍາວທີ່ສຸດໃນໂລກໄປໂດຍອັດໂຕໂລມັດ

ຍິງສາວເຈົ້າຂອງສະຖິຕິນີ້ມີຊື່ວ່າ ເຣນເຊນໂຄລູ ຫລືເອີ້ນສັ້ນໆວ່າ ເຣນນີ່ ອາໄສຢູ່ທີ່ສະຫະຣັຖອະເມຣິກາແຕ່ເປັນຊາວມອງໂກເລຍແຕ່ກຳເນີດ ລາວພາກພູມໃຈຫລາຍກັບຄວາມສູງທີ່ຫລາຍຄົນອາດເບິ່ງວ່າຜິດປົກຕິມາດຕະຖານຍິງສາວທົ່ວໄປ ເພາະລາວສູງກວ່າ 6 ຟຸຕ 9 ນິ້ວ ປະມານ200 ຊັງຕິແມດ) ອີກທັ້ງຂາທັ້ງສອງຂ້າງຍັງສູງກວ່າ 50 ນິ້ວດ້ວຍ ເຮັດໃຫ້ລາວເບິ່ງເຫັນວິວທິວທັດທີ່ບໍ່ເໝືອນຄົນອຶ່ນແບບສະບາຍໆ

ແມ້ຫລາຍຄົນເບິ່ງວ່າເປັນຄົນພິເສດ ແຕ່ກັບເຣນນິເອງການເຕີບໂຕມາພ້ອມກັບຄວາມສູງບໍ່ແມ່ນເລື່ອງງ່າຍເລີຍ ລາວກໍ່ຕ້ອງຜ່ານມໍລະສຸມຕ່າງໆນາໆມາຫລາຍກວ່າລາວຈະຍອມຮັບຄວາມສູງແຕ່ກຳເນີດນີ້ໄດ້ລາວເລົ່າວ່າ ເມື່ອສະໄໝເດັກບໍ່ເຄີຍໝັ້ນໃຈໃນຕົວເອງເລີຍ ເລີ້ມມາຮູ້ສຶກເຖິງຄວາມຜິດປົກກະຕິເວລາທີ່ລາວອອກໄປເຫລິ້ນກັບເພື່ອນຂ້າງບ້ານແລ້ວພົບວ່າ ຕົວລາວເອງສູງກວ່າເພື່ອນຕັ້ງທົບຫນຶ່ງ ຈົນເຮັດໃຫ້ລາວຄິດນ້ອຍໃຈນຶກວ່າຕົວເອງເປັນຕົວປະຫລາດ

ແຕ່ເມື່ອໃຫຍ່ຂຶ້ນເລື້ອຍໆ ຈົນອາຍຸ 29 ປີໃນວັນນີ້ ເຣນນີ່ກໍ່ຮຽນຮູ້ທີ່ຈະຢູ່ກັບມັນ ແປປ່ຽນຄວາມຜິດປົກກະຕິນີ້ໃຫ້ເປັນພະລັງເສີມສ້າງຄວາໝັ້ນໃຈແກ່ຕົວເອງ ແມ້ວ່າຈະຍັງມີປັນຫາໃນການເລືອກຊື້ເສື້ອຜ້າກໍ່ຕາມ ແຕ່ລາວກໍ່ວ່າເປັນສີສັນຂອງຊີວິດໄປ ຄິດຊະວ່າບໍ່ມີຫຍັງງ່າຍດາຍໄປໃນຊີວິດຕົວເອງ ເຣນນີ່ຈຶ່ງຢາກໃຫ້ເລື່ອງຂອງລາວເປັນແຮງບັນດານໃຈແກ່ຜູ້ຄົນທີ່ຍັງຮູ້ສຶກນ້ອຍເນື້ອຕ່ຳໃຈຢູ່ ໃຫ້ຫັນກັບມາເບິ່ງຕົວເອງວ່າຈີງໆແລ້ວ ທຸກຄົນມີຄຸນຄ່າໃນຕົວເອງຢູ່ສະເມີ…

ຂ່າວທົ່ວໄປ