ກາຍເປັນອີກຫນຶ່ງເລື່ອງລາວໜ້າເຫລືອເຊື່ອ ທີ່ເກິດຂຶ້ນແທ້ຈິງໃນຍາມທີ່ໄວຣັສໂຄວິດ – 19 ແພ່ລະບາດທົ່ວໂລກ ເມື່ອເວັບໄຊ workpointnews ລາຍງານວ່າ ໃນຂະນະທີ່ທົ່ວໂລກຕື່ນຢ້ານເລື່ອງໂລກລະບາດໂຄວິດ-19 ຊຶ່ງຕອນນີ້ສະຖານການໃນໂລກມີຜູ້ຕິດເຊື້ອທັ້ງສິ້ນລວມເກືອບລ້ານຄົນແລ້ວ
ແຕ່ດ້ານເຈ້າຫນ້າທີ່ລະດັບສູງຂອງເກົາຫລີເຫນືອອອກມາຢືນຢັນວ່າ ຕອນນີ້ໃນເກົາຫລີເຫນືອບໍ່ມີຜູ້ຕິດເຊື້ອແມ້ແຕ່ຄົນດຽວ ໂດຍເກົາຫລີເຫນືອແຈ້ງວ່າໄດ້ປິດຊາຍແດນມາຕັ້ງແຕ່ຊ່ວງເດືອນມະກະລາຄົມທີ່ຜ່ານມາ ຊຶ່ງຕອນນັ້ນເລິ່ມມີການແພ່ລະບາດໂຄວິດ-19 ທີ່ຈີນແລ້ວ ແລະທາງເກົາຫລີເຫນືອເອງກໍ່ມີມາດຕະການທີ່ເຂັ້ມງວດໃນການຄັດກອງມາຕະຫລອດ
ພັກມະຍອງ ຊູ ຜູ້ອຳນວຍການສຳນັກງານຕໍ່ຕ້ານໂລກລະບາດຂອງເກົາຫລີເຫນືອ ບອກວ່າ ຄວາມພະຍາຍາມຂອງເກົາຫລີເຫນືອໃກລ້ສຳເລັດແລ້ວ ໂດຍເຂົາກ່າວຢືນຢັນກັບສຳນັກຂ່າວ AFP ວ່າ “ບໍ່ມີໃຜໃນເກົາຫລີເຫນືອຕິດເຊື້ອແມ້ແຕ່ຄົນດຽວ” ແລະຢ້ຳອີກວ່າ “ເຮົາໄດ້ດຳເນີນມາດຕະການປ້ອງກັນລ່ວງຫນ້າດ້ວຍມາດຕະການທາງວິດທະຍາສາດທັ້ງການກວດຄັດກອງແລະການກັກກັນໂລກແລະຂ້າເຊື້ອສິນຄ້າທຸກປະເພດທີ່ເຂົ້າມາໃນເກົາຫລີເຫນືອ ລວມເຖິງປິດພົມແດນທາງບົກ ທາງນ້ຳ ແລະ ທາງອາກາດ ດ້ວຍ”
ກ່ອນຫນ້ານີ້ນ້ອງສາວທ່ານຄິມ ຈອງ ອຶນ ຜູ້ນຳເກົາຫລີເຫນືອ ອອກຖະແຫລງການຜ່ານສຳນັກຂ່າວແຫ່ງຊາດເກົາຫລີເຫນືອ ລະບຸວ່າ ປະທານາທິບໍດີໂດນັລທຣຳ ຜູ້ນຳສະຫະລັດ ສົ່ງຈົດຫມາຍເຖິງທ່ານຄິມ ຈອງ ອຶນ ສະແດງຄວາມປາຖະໜາດີແລະສະເໜີຄວາມຮ່ວມມືດ້ານໂລກລະບາດ ພ້ອມທັງຊື່ນຊົມສັກຂະຍະພາບຂອງເກົາຫລີເຫນືອ ທີ່ສາມາດປົກປ້ອງປະຊາຊົນໃນປະເທດຈາກໄພຄຸກຄາມຂອງໂຄວິດ-19 ໄດ້ຢ່າງມີປະສິດທິພາບ
ໃນເມື່ອເດືອນກຸມພາທີ່ຜ່ານມາ ລັດຖະບານລັດເຊຍສົ່ງຊຸດກວດຫາໂລກໂຄວິດ 1,500 ຊຸດໄປຍັງເກົາຫລີເຫນືອຕາມຄຳຮຽກຮ້ອງ ສ່ວນຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຜ່ອນຜັນມາດຕະການຄວ້ຳບາດບາງສ່ວນໃຫ້ກັບເກົາຫລີເຫນືອ ເພື່ອໃຫ້ອົງການແພດໄຮ້ພົມແດນ ແລະກອງທຸນເພື່ອເດັກແຫ່ງສະຫະປະຊາຊາດ (UNICEF) ຈັດສົ່ງເວດຊະພັນແລະຊຸດກວດໂລກໄປຍັງເກົາຫລີເຫນືອ ລວມທັ້ງອົງການອານາໄມໂລກ (WHO) ກໍ່ຈັດສົ່ງງົບປະມານຈ່ຳນວນ 9 ແສນດອນລາ ຫລືເກືອບ 30 ລ້ານບາດ ເພື່ອຊ່ວຍເກົາຫລີເຫນືອໃນເລື່ອງໂຄວິດ-19 ໂດຍສະເພາະ