ຈາກເຫດການ ທີ່ນ້ອງ 2 ຄົນໂທໄປປັ່ນປ່ວນແຈ້ງໜ່ວຍກູ້ໄພມູນນິທິຈີນນະຄອນວຽງຈັນ 1628 ອ້າງວ່າມີຄົນຖືກລົດຕຳຈົນສະໝອງອອກມາ ແຕ່ບໍ່ມີມູນຄວາມຈິງ
ສະນັ້ນ ທາງໜ່ວຍກູ້ໄພມູນນິທິ 1628 ຈຶ່ງແຈ້ງການມາວ່າ; ຂໍໃຫ້ບຸກຄົນໃນພາບດັ່ງກ່າວອອກມາມອບຕົວແລະສະແດງຄວາມຮັບຜິດຊອບນຳທາງໜ່ວຍກູ້ໄພມູນນິທິຈີນນະຄອນວຽງຈັນ 1628 ໃນສິ່ງທີ່ຕົນເອງກະທຳ ນີ້ມັນກະສະແດງເຖິງ ການກະທຳທີ່ບໍ່ເໝາະສົມແລະ ເປັນໄພອັນຕະລາຍຂອງສັງຄົມເຮົາ (ໃຫ້ເວລາ 1 ອາທິດ ) ບໍ່ສະນັ້ນທາງເຮົາຈະໄປແຈ້ງຄວາມນຳເຈົ້າໜ້າທີ່ ເພື່ອດຳເນີນຄະດີຕາມກົດໝາຍບ້ານເມືອງ
ຕໍ່ມາ…ນ້ອງສອງຄົນອອກມາຂໍໂທດກັບເຫດການທີ່ເກີດຂຶ້ນແລ້ວ ທີ່ນ້ອງໂທໄປປັ່ນປ່ວນອ້າງວ່າມີຄົນຖືກລົດຕຳສະໝອງອອກມາ ພ້ອມກັນນັ້ນ ທາງອຳນາດການປົກຄອງບ້ານໄດ້ກ່າວຕັກເຕືອນແລະສຶກສາອົບໂຮມແນວຄິດ ບໍ່ໃຫ້ມີເລື່ອງແບບນີ້ເກີດຂຶ້ນອີກ
ໂສມຫນ້າເດັກນ້ອຍ ຜູ້ບໍ່ຫວັງດີ!!——————————————-ທາງອຳນາດການປົກຄອງບ້ານໄດ້ກ່າວເຕືອນແລະສຶກສາແນວຄິດ ບໍ່ໃຫ້ເລື່ອງແບບນີ້ເກີດຂຶ້ນອີກ…ນ້ອງສອງຄົນອອກມາຂໍໂທດກັບເຫດການທີ່ເກີດຂຶ້ນ ແລ້ວທີ່ນ້ອງໂທໄປປັ່ນປ່ວນອ້າງວ່າມີຄົນຖືກລົດຕຳສະໝອງອອກມາ ໜ່ວຍກູ້ໄພມູນິທິຈີນ 🙏🙏🙏26.2.2020
Posted by ເວົ້າຈາພາສາຂ່າວ V.7 on Wednesday, February 26, 2020
ຄລິບວິດີໂອ ການສອບປາກຄຳ ຂອງໜ່ວຍກູ້ໄພ 1628