ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໃນມື້ນີ້ໃຫ້ຮູ້ວ່າ:ຄົນເຈັບພະຍາດໂຄວິດ-19 ກໍລະນີ 14, ອາຍຸ 20 ປີ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າໂຮງໝໍວັນທີ 7ເມສາ 2020ໄດ້ຮັບການປິ່ນປົວດີ ແລະ ອອກໂຮງໝໍ ແລ້ວໃນມື້ນີ້(ວັນທີ 16ເມສາ 2020) ເຊິ່ງເປັນຄົນທີ2 ທີ່ປິ່ນປົວດີ ຕໍ່ຈາກກໍລະນີທີ12 ທີ່ອອກໂຮງໝໍໄດ້ໃນວັນທີ14ເມສາຜ່ານມາ.
ປະຫວັດການເດີນທາງຜູ້ຕິດເຊື້ອຄົນທີ14 ເພດຍິງ ຮຽນຢູ່ປະເທດອັງກິດ, ປັດຈຸບັນບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີດັ່ງນີ້: ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ; ວັນທີ 22/3/2020 ເດີນທາງຈາກບາງກອກ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574 ຮອດສະໜາມບິນວັດໄຕ; 23 ມີນາ ຫາ ວັນທີ 5 ເມສາ ຜູ້ກ່ຽວໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນຂອງ ຕົນໂດຍມີພໍ່ແມ່ ອ້າຍນ້ອງຢູ່ນຳກັນແຕ່ໄດ້ແຍກ ບ່ອນກິນ ແລະ ເຄື່ອງໃຊ້ຕ່າງໆ; ວັນທີ 5/4/2020 ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ທີ່ຮຽນຢູ່ອັງກິດກັບມາລາວຕິດເຊື້ອພະຍາດ (ຜູ້ທີ 12); ວັນທີ 6 ເມສາ 2020 ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ (ບໍ່ມີອາການ ສະແດງ), ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ 19.
ກ່ອນໜ້ານີ້ໃນວັນທີ14ເມສາ 2020ຜູ້ຕິດພະຍາດໂຄວິດ-19 ກໍລະນີທີ 12 ເພດຍິງ ອາຍຸ 20 ປີ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນເຂົ້າໂຮງໝໍວັນທີ 6 ເມສາ 2020 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍ ວັນທີ 14ເມສາ 2020 ເຊິ່ງເປັນຜູ້ທຳອິດທີ່ແພດໝໍຂອງສປປລາວປິ່ນປົວດີ ຈາກຄົນເຈັບທັງໝົດ19 ຄົນ.
ປະຫວັດການເດີນທາງກໍລະນີທີ 12 :ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ; ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕໂດຍຜ່ານ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574, ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ; ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ 19
ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ກ່າວໃນພິທີຖະແຫລງຂ່າວປະຈຳວັນທີ 14 ເມສາ 2020 ທີ່ກະຊວງສາທາລະນະສຸກວ່າ: ຄົນເຈັບ1ຄົນໄດ້ກວດວິເຄາະບໍ່ພົບເຊື້ອ 2 ຄັ້ງແລ້ວ ຊື່ງມື້ນີ້ໄດ້ພິຈາລະນາໃຫ້ອອກໂຮງໝໍ ໄປຕິດຕາມຕົນເອງ 14 ວັນ , ຈາກນັ້ນຈະນັດມາກວດອີກຄັ້ງໃນມື້ທີ14 ຫາກບໍ່ພົບເຊື້ອແລ້ວຈິ່ງຈະອະນຸຍາດໃຫ້ໃຊ້ຊີວິດປົກກະຕິໃນສັງຄົມ. ນອກນັ້ນຜູ້ປິ່ນປົວລາຍອື່ນໆອາຫານກໍດີຂຶ້ນເປັນລຳດັບ ແລະ ຄາດວ່າຈະມີຂ່າວດີມາລາຍງານໃນແຕ່ລະມື້ຕື່ມອີກ.