ອາເມຣິກາມີຜູ້ເສຍຊີວິດເກືອບ 2 ພັນຄົນໃນມື້ດຽວ ລັດເຊຍ ສປຈີນ,ສສຫວຽດນາມ ໃຫ້ການຊ່ວຍເຫຼືອເຄື່ອງມືການແພດແລະຢາປິ່ນປົວ

ອາເມຣິກາມີຜູ້ເສຍຊີວິດເກືອບ 2 ພັນຄົນໃນມື້ດຽວ ລັດເຊຍ ສປຈີນ,ສສຫວຽດນາມ ໃຫ້ການຊ່ວຍເຫຼືອເຄື່ອງມືການແພດແລະຢາປິ່ນປົວ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 9 ເມສາ 2020 ວ່າ ສະຖານະການລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ຫລືໂຄວິດ-19 ໃນອາເມຣິກາ ຍັງຄົງສ້າງຄວາມຫວັ່ນວິຕົກ ໂດຍມະຫາວິທະຍາໄລຈອນ ຮ໊ອບກິນສ ໃນອາເມຣິກາລາຍງານຊ່ວງ 24 ຊົ່ວໂມງທີ່ຜ່ານມາ ມີຜູ້ຕິດເຊື້ອເສຍຊີວິດເຖິງ 1973 ລາຍ ຈົນນັບເປັນສະຖິຕິຜູ້ເສຍຊີວິດຫລາຍທີ່ສຸດພາຍໃນວັນດຽວ ແລະເຮັດໃຫ້ຍອດສະສົມຜູ້ເສຍຊີວິດດ້ວຍໄວຣັດໂຄວິດໃນປະເທດອາເມຣິກາ ເພີ່ມຂື້ນເປັນຢ່າງຫນ້ອຍ 14.695 ລາຍແລ້ວ

ຂະນະຍອດສະສົມຜູ້ຕິດເຊື້ອແລ້ວກ່ວາ 4 ແສນລາຍ ວັນທີ 8 ເມສາ 2020, ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດອາເມລິກາ ເກັບອາລົມບໍ່ຢູ່ ແລະ ເປີດວາຈາຕໍານິອົງການອະນາໄມໂລກ ວ່າ ອົງການດັ່ງກ່າວໃຫ້ຄໍາແນະນໍາຊັກຊ້າ ແລະ ໃຊ້ການບໍ່ໄດ້ ເຊິ່ງເປັນເຫດເຮັດໃຫ້ເຊື້ອພະຍາດໂຄວິດ-19 ແຜ່ລະບາດໂດຍມີຜູ້ຕິດເຊື້ອທົ່ວໂລກ 1.412.500 ກວ່າຄົນ ແລະ ເສຍຊີວິດ 81.500 ຄົນ

ຂະນະທີ່ ມື້ນີ້ ພະຍາດໂຄວິດຂ້າຊາວອາເມລິກາ 1.800 ຄົນພາຍໃນ 24 ຊົ່ວໂມງ ເຊິ່ງເຮັດໃຫ້ຍອດຜູ້ຕິດເຊື້ອໂຄວິດ ພາຍໃນສະຫະລັດເພີ່ມຂຶ້ນສູງຢ່າງຕໍ່ເນື່ອງປະມານເກືອບ 400.000 ຄົນ ແລະເສຍຊີວິດເກືອບ 13.000 ຄົນ.

ເຫດດັ່ງກ່າວເຮັດໃຫ້ ປະທານາທິບໍດີສະຫະລັດ ນັ່ງບໍ່ຕິດຕັ່ງອອກມາຂູ່ອົງການອະນາໄມໂລກວ່າ ຈະຕັດງົບປະມານການຊ່ວຍເຫລືອຢ່າງບໍ່ຕ້ອງສົງໃສເພາະສະຫະລັດເປັນຜູ້ປະກອບສ່ວນກອງທຶນຫລາຍກວ່າປະເທດອື່ນໆໃນໂລກ ນອກຈາກນັ້ນ

ທ່ານ ໂດໂນ ທຣຳ ຍັງຍົກຄໍາເຫັນແບບທັດສະນະສ່ວນຕົວຄ້າຍຄືຄົນໃຈນ້ອຍວ່າ ອົງການອະນາໄມໂລກ ຟັງຄວາມ ແລະສະໜັບສະໜູນພຽງແຕ່ຝ່າຍ ສປ ຈີນ. ປະທານາທິບໍດີໂດຣນັລທຣັ້ມ ຫຼັ່ງນໍ້າຕາ ຫຼັງຈາກເກີດໄພຄຸກຄາມຈາກການລະບາດເຊື້ອພະຍາດໂຄວິດ-19 ເນື່ອງຈາກແພດໝໍໄດ້ລາອອກເປັນຈຳນວນຫຼວງຫຼາຍ ຍ້ອນຂາດແຄນເຄື່ອງມືອຸປະກອນການແພດ ແລະ ຊຸດປ້ອງກັນຕົນເອງ ໃນເວລາປະຕິບັດໜ້າທີ່

ດັ່ງນັ້ນ ລັດເຊຍ, ສປ ຈີນ, ສສ ຫວຽດນາມ(ສາມປະເທດຄອມມຸຍນິສ)ຈິ່ງໄດ້ໃຫ້ການຊ່ວຍເຫຼືອ ເຄື່ອງມື ອຸປະກອນການແພດ ແລະ ຢາປິ່ນປົວ ເພື່ອນມະນຸດຮ່ວມໂລກເພື່ອມະນຸດສະທຳໃຫ້ແກ່ລັດຖະບານ ແລະ ປະຊາຊົນອາເມລິກາ ຫຼັງມີການແພ່ລະບາດພະຍາດອັກເສບປອດຮຸນແຮງຈາກເຊື້ອຈຸລະໂລກສາຍພັນໃໝ່(COVID-19)

ຕາມຄຳຮ້ອງຂໍຂອງລັດຖະບານສະຫະລັດເມກາ ເຊິ່ງປະຈຸບັນ ລັດຖະບານອາເມລິກາເອງບໍ່ສາມາດຮັບມືກັບໄພຄຸກຄາມດັ່ງກ່າວໄດ້ແລ້ວ ຂໍເປັນກຳລັງໃຈໃຫ້ປະທານາທິບໍດີ ແລະ ປະຊາຊົນຊາວອາເມລິກາຈົ່ງຜ່ານຜ່າວິກິດນີ້ໄປໃຫ້ໄດ້ ສູ້ໆໆ ສົງສານເພື່ອນມະນຸດດ້ວຍກັນ

ຜູ້ນຳອາເມລິກາ ອອກມາປະກາດ ໜັກແໜ້ນຫ້າມສົ່ງອອກໜ້າກາກອານາໄມລຸ້ນ n95 ອອກໄປທົ່ວໂລກ ເພາະຕອນນີ້ທາງອາເມລິກາກຳລັງວິກິດໜັກໃນການຮັບມືກັບໂລກລະບາດໂຄໂລນາໄວຣັສ ຫລືວ່າໂຄວິດ-19 ຕອນນີ້ທາງປະເທດມະຫາອຳນາດມີຜູ້ຕິດເຊື້ອຫລາຍທີ່ສຸດໃນໂລກ ແລະຕ້ອງການອຸປະກອນການແພດແລະການປ້ອງກັນເປັນ ຈຳນວນຫລວງຫລາຍ Cr: Facebook

ຂ່າວທົ່ວໄປ