ເກົາຫຼີເໜືອປະກາດພາວະສຸກເສີນ ຫຼັງພົບຜູ້ຕ້ອງສົງໃສປ່ວຍໂຄວິດ-19 ຄົນທຳອິດຂອງປະເທດ
ເວັບໄຊຂ່າວ ມະຕິຊົນ ລາຍງານວ່າ ເມື່ອວັນທີ 26 ກໍລະກົດ ທີ່່ຜ່ານມາ ສຳນັກຂ່າວກາງເກົາຫຼີເໜືອ ໃຫ້ຮູ້ວ່າ ພົບຜູ້ຕ້ອງສົງໃສວ່າປ່ວຍເປັນໂຣກໂຄວິດ-19 ກໍລະນີທຳອິດຂອງປະເທດ ໂດຍທ່ານ ຄິມ ຈອງ ອຶນ ຜູ້ນຳເກາຫຼີເໜືອ ໄດ້ຮຽກປະຊຸມສຸກເສີນ ຄະນະໂປລິດບູໂຣ ເມື່ອວັນທີ 25 ກໍລະກົດ ເພື່ອ
ປະກາດໃຊ້ມາດຕະການສຸກເສີນລະດັບສູງສຸດ ແລະ ປະກາດເຕືອນໄພລະດັບສູງເພື່ອຄວບ ຄຸມການແຜ່ລະບາດຂອງໄວຣັດ.ທັງນີ້, ຫາກຢືນຢັນວ່າຜູ້ຕ້ອງສົງໃສດັ່ງກ່າວປ່ວຍເປັນໂຣກໂຄວິດ-19 ແທ້ ກໍ່ຈະຖືເປັນຜູ້ປ່ວຍໂຄວິດ-19 ຢ່າງເປັນທາງການກໍ ລະນີທີ 1 ຂອງປະເທດເກົາຫຼີເໜືອ.ສຳນັກຂ່າວເຄຊີອັນ
ເອັນ ລະບຸວ່າ ຜູ້ຕ້ອງສົງໃສວ່າປ່ວຍໂຄວິດ-19 ຄົນນີ້ເປັນຊາວເກົາຫຼີເໜືອທີ່ແປພັກໜີໄປເກົາຫຼີໃຕ້ເມື່ອ 3 ປີກ່ອນ ແລະ ເດີນທາງກັບເກົາຫຼີເໜືອເມື່ອວັນທີ 19 ກໍລະກົດທີ່ຜ່ານມາ ໂດຍການລັກຂ້າມຊາຍແດນກັບເຂົ້າປະເທດແບບຜິດກົດ ໝາຍ ແລະ ຖືກຈັບໄດ້ທີ່ເມືອງແກຊອງ ເຊິ່ງເປັນເມືອງຊາຍແດນ
ຕິດກັບເກົາຫຼີໃຕ້ ຫຼັງພົບວ່າບຸກຄົນດັ່ງກ່າວມີອາການສົງໃສວ່າປ່ວຍເປັນເປັນໂຣກໂຄວິດ-19 ຈິ່ງໄດ້ຖືກກັກຕົວເພື່ອຕິດຕາມອາການ ລວມໄປເຖິງການ
ກັກຕົວບຸກຄົນທີ່ໃກ້ຊິດກັບຜູ້ຕ້ອງສົງໃສລາຍນີ້.ກ່ອນໜ້ານີ້, ລັດຖະບານເກົາຫຼີເໜືອໄດ້ຢືນຢັນວ່າ ບໍ່ພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ໃນປະເທດ ເຖິງແມ່ນວ່າທົ່ວໂລກຈະມີການລະບາດຢ່າງໜັກຕັ້ງແຕ່ຕົ້ນປີຈົນເຖິງເວລານີ້ກໍ່ຕາມ.