ຄົນຕິດເຊື້ອໄວຣັດໂຄໂລນາ ບໍ່ມີມູນຄວາມຈີງ ຢູ່ເຄື່ອນໄຟຟ້ານ້ຳອູ 7

ຄົນຕິດເຊື້ອໄວຣັດໂຄໂລນາ ບໍ່ມີມູນຄວາມຈີງ ຢູ່ເຄື່ອນໄຟຟ້ານ້ຳອູ 7

ພະແນກສາທາລະນະສຸກແຂວງຜົ້ງສາລີຢືນຢັນໃນວັນທີ 7/02/2020 ນີ້ວ່າ ເພື່ອບໍ່ໃຫ້ສັງຄົມແຕກຕື່ນ ແລະກັງວົນຕໍ່ສະພາບການລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃຫ່ມ (Corona virus-ncov) ເວົ້າລວມ ເວົ້າສະເພາະ, ຕໍ່ກັບຂໍ້ມູນພາບຂ່າວ ທີ່ທາງກຸ່ມຄົນຈຳນວນໜຶ່ງໄດ້ລົງໃນທາງ Faceebook ວ່າຢູ່ແຂວງຜົ້ງສາລີ,

ພະຍາດໂຄໂຣນາໄວຣັດມາຮອດ ບ້ານຢາວຟາງ ແລະບ້ານຕ່າແສນຜົ້ງ ເມືອງຜົ້ງສາລີ ແຂວງຜົ້ງສາລີແລ້ວ ລະມີຜູ້ເສຍຊີວິດແລ້ວ 4 ຄົນ ກວດພົບຜູ້ຕ້ອງສົງໄສຕິດໄວຣັດໂຄໂຣນາ 26 ຄົນ ປັດຈຸບັນສົ່ງຕົວຢ່າງໄປວິໄຈຢູ່ວຽງຈັນແລ້ວ(ເປັນພຽງຜູ້ຖືກສົງໄສຊື່ໆ) ນອກຈາກນັ້ນຢູ່ເຄື່ອນໄຟຟ້ານ້ຳອູ 7 ຕາຍຈຳນວນ 6 ຄົນ ນັ້ນແມ່ນບໍ່ມີມູນຄວາມຈິງ

ຂ່າວກ່ອນໜ້ານີ້ ຫ້ອງການສາທາລະນະສຸກເມືອງຜົ້ງສາລີ ກວດພົບຄົນເຈັບ 24​ ຄົນ ເກັບຕົວຢ່າງຕ້ອງສົງໄສທັງຫມົດ 6 ຄົນ ຕອນນີ້ສົ່ງໄປວິໄຈຢູ່ສູນວິເຄາະລະບາດວິທະຍາ ນະຄອນຫລວງວຽງຈັນທັງໝົດທັງ 6 ຕົວຢ່າງ ປັດຈຸບັນນີ້ຍັງບໍ່ໄດ້ຮັບຜົນວິໄຈເທື່ອ(ຍັງລໍຖ້າຜົນຢູ່) ຢູ່ບ້ານຕ່າແສນຜົ້ງ ເມືອງຜົ້ງສາລີ ແມ່ນມີຄົນເສຍຊີວິດ ທັງໝົດ 3 ຄົນ ໃນນີ້

 

ຜູ້ທີ່ຫນຶ່ງ ຊື່: ນາງ ອາຊື່ ອາຍຸ 32 ປີ ອາຊີບປະຊາຊົນ ເລີ່ມເຈັບວັນທີ່ 21 ທັນວາ 2019 ດ້ວຍການໄຂ້ ໄອ ອິດເມື່ອຍ ໄດ້ໄປປິ່ນປົວຢູ່ໂຮງຫມໍນ້ອຍ ໃນວັນທີ 28 ແລ້ວສົ່ງຕໍ່ໄປປິ່ນປົວຢູ່ໂຮງຫມໍແຂວງໃນວັນທີ 29 ແລະຕໍ່ມາເສຍຊີວິດໃນວັນທີ 30 ມັງກອນ 2020

ຜູ້ທີສອງ ຊື່: ນາງ ເມືອຍຊຽງ ອາຍຸ 27 ປີ, ອາຊີບປະຊາຊົນ ເລີ່ມເຈັບວັນທີ 30 ທັນວາ 2019 ດ້ວຍອາການອິດເມື່ອຍ ແລະວິນຫົວ ບໍ່ໄດ້ໄປປິ່ນປົວຢູ່ໃສ ເສຍຊີວິດໃນວັນທີ 25 ມັງກອນ 2020

ແລະຜູ້ທີສາມ ຊື່: ທ້າວ ອາແມ້ເອີ ອາຍຸ 1 ເດືອນກັບ 14 ມື້ ເລີ່ມເຈັບວັນທີ 12 ມັງກອນ 2020 ແລະເສຍຊີວິດໃນວັນທີ 14 ມັງກອນ 2020 ດ້ວຍອາການໄອ ແລະໄຂ້ ບໍ່ໄດ້ໄປປິ່ນປົວຢູ່ໃສ

ຂ່າວທົ່ວໄປ