ໂດຍທົ່ວໄປກວ່າຄົນໆໜຶ່ງຈະຮຽນຈົບມະຫາວິທະຍາໄລໄດ້ຕ້ອງໃຊ້ເວລານັບ 10 ປີ ແຕ່ສໍາລັບເລື່ອງທີ່ຈະນໍາສະເໜີຕໍ່່ໄປນີ້ຄື ເດັກຊາຍຄົນໜຶ່ງເຂົາໃຊ້ເວລາຈົບການສຶກສາໃນລະບົບພຽງ 5 ປີ ໂດຍເລີ່ມເຂົ້າຮຽນຕັ້ງແຕ່ ອາຍຸ 4 ປີ… ແມ່ນແລ້ວພຽງແຕ່ 4 ປີເທົ່ານັ້ນ ຈົນປັດຈຸບັນອາຍຸໄດ້ 9 ປີ ແລະ ອີກບໍ່ພໍເທົ່າໃດເຂົາກໍຈະຮຽນຈົບການສຶກສາລະດັບປະລິນຍາຕີ.
ເຂົາຄືເດັກຊາຍ Laurent Simons ເປັນເກັດອັດສະລິຍະອາຍຸພຽງ 9 ປີ ຈາກປະເທດ ເນເທີແລນ ກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລ Eindhoven University of Technology
ໃນເດືອນທັນວາທີ່ຈະມາເຖິງນີ້ ເຂົາກໍຈະຮຽນຈົບລະດັບປະລິນຍາຕີ ໂດຍໃຊ້ເວລາຮຽນທັງໝົດ 10 ເດືອນ ທໍາລາຍສະຖິຕິໂລກຈາກການບັນທຶກກິນເນສບຸກໄປແລ້ວ ຈາກເດັກຊາຍ Michael Kearney ທີ່ເຄີຍຮຽນຈົບປະລິນຍາຕີໄວ 10 ປີ ຈາກມະຫາວິທະຍາໄລ University of Alabama ປີ 1994.
ຍ້ອນໄປຕອນທີ່ Laurent Simons ເີກມາດ້ວຍລະດັບ IQ 145 ສາມາດຈື່ ແລະ ຮຽນຮູ້ໄດ້ຢ່າງໄວວາກວ່າເດັກປົກກະຕິ ນອກນັ້ນກໍຍັງສາມາດເວົ້າໄດ້ຕັ້ງ 4 ພາສາ.
ໃນລະດັບມັດທະຍົມເຂົາສອບທຽບ ແລະ ໃຊ້ເວລາຮຽນພຽງ 18 ເດືອນ ນ້ອງຄົນນີ້ມີຄວາມຝັນຢາກເປັນນັກບິນອາວະກາດ ຫຼື ແພດຫົວໃຈ.
ສາດສະດາຈານ Peter Baltus ອາຈນຄົນປັດຈຸບັນຂອງ Laurent ໄດ້ບອກວ່າ ກ່ອນໜ້ານີ້ເຄີຍມີລູກສິດຄົນໜຶ່ງທີ່ສະຫຼາດຫຼາຍກວ່າໝູ່ໃຫ້ອງຮຽນ ແຕ່ Laurent Simons ນັ້ນສະຫຼາດກວ່າ 3 ເທົ່າ.
ດ້ວຍເຫດນີ້ ເດັກຄົນນີ້ ຈຶ່ງໄດ້ຮັບສິດໃນການເລືອກຈັດຕາຕະລາງຮຽນດ້ວຍຕົນເອງໄດ້ ເຊິ່ງປົກກະຕິແລ້ວທາງມະຫາວິທະຍາໄລອານຸຍາດໃຫ້ນັກສຶກສາທີ່ມີຊື່ສຽງໃຫ້ມະຫາໄລ ຫຼື ມີລັກສະນະພິເສດເຊັ່ນນີ້ຮັບິດນີ້ໄດ້.
ຜູ້ອໍານວຍການການມະຫາວິທະຍາໄລ Sjoerd Hulshof ບອກວ່າ: Laurent Simons ເປັນນັກສຶກສາທີ່ຮຽນຮູ້ໄວທີ່ສຸດທີ່ເຄີຍພົບມາ ບໍ່ພຽງແຕ່ເຂົາຈະສະຫຼາດເປັນເລີດ ແຕ່ເຂົາຍັງເປັນເດັກທີ່ມີຈິດໃຈທີ່ດີ ມີຄວາມເຫັນອົກເຫັນໃຈຄົນອື່ນອີກ.
ພໍ່ຂອງ Laurent Simons ເັຮດວຽກເປັນທັນຕະແພດຍອມຮັບວ່າ ທາງປູ່ ແລະ ຢ່າ ເປັນຝ່າຍສັງເຫດເຫັນຄວາມພິເສດທີ່ແຕກຕ່າງຈາກເດັກຄົນອື່ນໆ ຕັ້ງແຕ່ຕອນທີ່ເຂົາຍັງເດັກນ້ອຍແລ້ວ ໂດຍເຂົາແລະພັນລະຍາກໍບໍ່ເຊື່ອນຶກວ່າປູ່ ແລະ ຍ່າເວົ້າເກີນຈິງ.
ແຕ່ສິ່ງໜຶ່ງທີ່ພວກເຂົາກັງວົງກໍຄືການໃຊ້ຊີວິດຂອງລູກຊາຍ ທີ່ອາດຈະຕ້ອງພົບກັບຄວາມຄຽດ ແລະ ບໍ່ມີເວລາຫຼິ້ນມ່ວນແບບເດັກທົ່ວໄປ.
ແຕ່ເຖິງເປັນແນວນັ້ນເຈົ້າໂຕບອກວ່າ: ການຮຽນບໍ່ໄດ້ເຮັດໃຫ້ເຂົາຄຽດ ແລະຕອນນີ້ເຂົາສົນໃຈຮຽນແພດເພີ່ມອີກດ້ວຍ ໂດຍສະເພາະການພັດທະນາອະໄວຍະວະທຽມ ເບິ່ງມັນຄືເປັນງານໃນເວລາວ່າງທີ່ໜຸ່ມຄົນນີ້ເຮັດ ພ້ອມໆກັບກິດຈະກໍາອື່ນໆຄຶກັນກັບເດັກຄົນອື່ນເຮັດເຊັ່ນ: ຫຼິ້ນເກມ Fortnite ນອນເບິ່ງ Netflix ທີ່ເຮືອນ ຫຼື ອອກໄປຫຼິ້ນກັບໝູ່ຂ້າງນອກ.
Laurent ວາງແຜນໄວ້ວ່າຈະຮຽນ ວິສະວະກໍາໄຟຟ້າຈົນຈົບປະລິນຍາເອກ ພ້ອມດ້ວຍ ຮຽນແພດຕື່ມ ເນື່ອງຈາກມີເປົ່ໍ້າໝາຍຈະພັດທະນາເທັກໂນໂຍຢີອະໄວຍະວະທຽມໃນອານາຄົດ.