ເປັນກະແສໜັກສົມຄວນສໍາລັບເລື່ອງການຕະຫຼາດຂອງສວນອາຫານແຫ່ງໜຶ່ງທີ່ມີກົນລະຍຸດແປກປະຫຼາດ ເອີ້ນແຂກເຂົ້າຮ້ານ ແລະ ຈໍາເປັນຕ້ອງເອົາຫານ ພ້ອມຈ່າຍເງິນຈໍານວນຫຼາຍ ແບບບໍ່ທັນຕັ້ງໂຕ ເຊິ່ງເລື່ອງນີ້ກາຍເປັນກະແສວິພາກວິຈານໃນສື່ສັງຄົມອອນລາຍຢ່າງໜັກ, ແຕ່ຕໍ່ມາບໍ່ດົນ ເຈົ້າຂອງສວນອາຫານດັ່ງກ່າວກໍ່ໄດ້ອອກມາຊີ້ແຈງກ່ຽວກັບປະເດັນດັ່ງກ່າວແລ້ວ.
ເຖິງແມ່ນວ່າຈະມີການອອກມາຊີ້ແຈງແລ້ວກໍ່ຕາມ ແຕ່ກະແສສວນອາຫານແຫ່ງນີ້ພັດມາແຮງແບບບໍ່ຕົກ ມີເລື່ອງໃໝ່ມາເປັນປະເດັນຢູ່ຕະຫຼອດ ໂດຍໃນຄລິບວີດີໂອທີ່ເຈົ້າຂອງສວນອາຫານອອກມາຊີ້ແຈງຕອບຄໍາຖາມໃຫ້ສັງຄົມນໍາ ກໍ່ໄດ້ມີລູກຄ້າ ຈໍານວນບໍ່ໜ້ອຍທີ່ເຂົ້າມາສະແດງຄວາມຄິດເຫັນໃນຄລິບ ພ້ອມເປີດປະເດັນໃໝ່ອີກ ເປັນຕົ້ນແມ່ນບໍ່ໃຫ້ເອົາເດັກນ້ອຍອາຍຸ 9 ເດືອນເຂົ້າໄປ ແລະ ປະເດັນເກົ່າ ການຕະຫຼາດຕູບຄາຈອງ ຖ້າຈະເອົາຕ້ອງໄດ້ເອົາອາຫານລາຄາ່ຫຼັກແສນທີ່ຜູເຈອງເກົ່າສັ່ງໄວ້ນໍາ.
ຈາກທີ່ແອັດມິນໄປສ່ອງຂໍ້ມູນມານັ້ນ ເຫັນຄອມເມັ້ນໜຶ່ງສະແດງວຄວາມເຫັນທໍານອງວ່າ ພົບເຈີກັບຕົນເອງມາແລ້ວ ເຂົ້າມາໃນສວນອາຫານແຫ່ງນີ້ ສັງເກດເຫັນຕູບຫວ່າງເຕັມ ແຕ່ພະນນັກງງານບອກວ່າຕູບເຕັມ ມີຄົນຈອງໝົດແລ້ວ ຫາກຈະເອົາຕ້ອງໄດ້ເອົາອາຫານທີ່ລູກຄ້າຜູ້ຈອງຕູບກ່ອນໜ້າສັ່ງໄວ້ນໍາ ເຊິ່ງອາຫານແຕ່ລະຢ່າງປະມານ 5 ເມນູ ລາຄາຫຼັກແສນຂຶ້ນ ແຖມກ່ອງອາຫານ ແລະ ໝາກໄມ້ເລັກໜ້ອຍ ພ້ອມບອກບໍ່ໃຫ້ເອົາເດັກນ້ອຍ 9ເດືອນເຂົ້າມາໃນສວນອາຫານແຫ່ງນີ້.
ແນວໃດກໍ່ຕາມ ຂໍ້ມູນທີ່ແອັດນໍາສະເໜີນັ້ນ ເປັນພຽງໜຶ່ງໃນຫຼາຍຄວາມຄິດເຫັນທິີ່ປາກົດຢູ່ໃນຄລິບຊີ້ແຈງເທົ່ານັ້ນ ສ່ວນຄວາມຈິງ ຫຼື ກົດລະບຽບຂອງທາງຮ້ານມີແນວໃດແທ້ນັ້ນ ແອັດເອງກໍ່ບໍ່ສາມາດຕອບແທນໄດ້ ຕ້ອງລໍຖ້າຕິດຕາມຕອນຕໍ່ໄປນໍາກັນ.