ເລື່ອງລາວນີ້ຈາກຕ່າງປະເທດເດີ້ ຢ່າຟ້າວດ່າແອັດ ທີ່ເວບໄຊ ໄດ້ເຍ ເລື່ອງທີ່ສາວຄົນໜຶ່ງ ຍອມໃຫ້ຜົວຂອງຕົນມີເມຍເພີ່ມອີກຄົນ ເຊິ່ງແມ່ນໝູ່ສະນິດຂອງຕົນ 555 ແນວນີ້ກະຖືກໃຈຜູ້ຊາຍແຫຼະເນາະ ແຕ່ເປັນແອັດບໍ່ຍອມເດັດຂາດ …. ທຸກຄົນເດວ່າແນວໃດ
ຍິງໃຈກວ້າງຄົນນີ້ຊື່ Khuzatul Atiqah ໄວ 31 ປີ ຫຼັງຈາກທີ່ນາງຕັ້ງທ້ອງ ຫຼື ຖືພາ ນາງ ເຫັນຄວາມຮັກ ແລະ ຄວາມຫ່ວງໃຍຂອງຜົວ Samuel Dzul ທີ່ມີຕໍ່ນາງ ແລະ ຕັ້ງໃຈເຮັດວຽກຫາເງິນລ້ຽງຄອບຄົວແບບເມື່ອຍ ເລີ່ມໂຊມຂຶ້ນນັບມື້ ດັ່ງນັ້ນນາງຈຶ່ງຢາກໃຫ້ສາມີມີເມຍອີກຄົນໄດ້ເພື່ອມາດູແລກັນແລະກັນ … ໂອໄດ້ເສີຍ ເຊິ່ງເມຍອີກຄົນກໍເປັນໝູ່ສະນິດຂອງນາງເອງ
ດ້ານໝູ່ສະນິດ Nur Fathonah Abdul Rahim ເຜີຍວ່າ ຕອນທຳອິດກໍງົງ ແລະ ຕົກໃຈກັບຂໍ້ສະເໜີ ແຕ່ເພາະວ່າພັນລະຍາຄົນທຳອິດເຫັນວ່າຕົນເອງເປັນຊິງເກິນມຳລ້ຽງລູກຄົນດຽວ 2 ຄົນ ເລີຍຢາກໃຫ້ມາຢູ່ນຳກັນ ເປັນຄອບຄົວດຽວກັນ (ປະເສີດເລີດລ້ຳ)
ຫຼັງຈາກນັ້ນນາງກໍຕັດສິນໃຈມາຮ່ວມຢູ່ນຳແບບມີຄວາມສຸກດີ ແຮັບປີ້ເວີ້… ຊີວິດ 3 ຄົນຜົວເມຍ ມີລູກພ້ອມ