ຫລາຍໆ ຄົນຄົງຈະຈື່ໄດ້ ສຳລັບສາວ ດວງດີ ຢ່າງ ເຈ້ອໍ ຫລື ວັນທະນະລີ ປັນຍາໃສ ທີ່ຖືກລາງວັນຫລາຍເຖິງ 90 ລ້ານ ລ່າສຸດລາວໄດ້ມາເປີດໃຈໃນລາຍການ ຕີສິບເດ ເຖິງຊີວິດທີ່ຜ່ານມາ ກ່ອນທີ່ຈະມາເປັນເສດຖີ
ລາວໄດ້ເລົ່າວ່າ ຕອນອາຍຸ 17-18 ບໍ່ໄດ້ຮຽນຫນັງສື ຕ້ອງມາຊ່ວຍແມ່ຫາເງິນ ມີຄວາມຝັນວ່າຢາກມີສາມີຝຣັ່ງ ແລ້ວວັນຫນຶ່ງກໍ່ເປັນຄວາມຈິງ ລາວໄດ້ຜົວເປັນຊາວສະວິດເດນ ຢູ່ກັນມາເກືອບ 13 ປີ ແລ້ວຜົວກໍ່ເສຍຊີວິດໄປ
ລາວຖືກລາງວັລທີ່ 1 ໃນປີ 2561 ຕອນນັ້ນເບິ່ງຂ່າວ ເຫັນບໍ່ໄຟໄໝ້ລົດຕູ້ ກໍ່ບໍ່ໄດ້ສົນໃຈທະບຽນລົດ ແຕ່ສົນໃຈເທິງໄຟ ທີ່ຫັນໄປເບິ່ງ ເລກ 840 ລອຍອອກມາຈາກແປວໄຟ ເປັນຕົວເລກຊັດເຈນ ກໍ່ຫັນໄປເບິ່ງອີກລອບທີ່ສອງ ລອຍມາອີກແລ້ວ 840ຄືເກົ່າ 2 ລອບ ລາວໂທໄປຫາເຈົ້າຂອງປະຈຳລອດເຕີລີ່ ຊຸດລະ 90 ລ້ານ ເພາະຊຸດລະ 120 ລ້ານບໍ່ມີ ຕອນເລກອອກ 149 ຮູ້ວ່າຖືກເລກຫນ້າແລ້ວ ເປັນຊຸດສຸດທ້າຍທີ່ສັ່ງຊື້ ພໍ 840ອອກມາລາວຕົບມືເລີຍ 149840 ເປັນລາງວັນ 90 ລ້ານ ແລະເລກທ້າຍ 58 ອີກ 80 ໃບ ກໍ່ຖືກອີກ
ແຟນລາວຖາມລວມວ່າເລກນີ້ເຫລິ້ນໄປທໍ່ໃດ ກໍ່ບອກບໍ່ຫລາຍດອກ 6 ແສນກວ່າ ຕອນຢູ່ກັບເຂົານະ ແຕ່ຕອນນີ້ລົດລົງແລ້ວ ຕັ້ງແຕ່ຊື້ເລກມາ ບໍ່ມີຄັ້ງໃດທີ່ບໍ່ຖືກ ໄດ້ເງິນມາກໍ່ແບ່ງໃຫ້ຍາດຝ່າຍອະດີດແຟນ ແລະຕົວເອງ ພໍ່ແມ່ແບ່ງຄົນລະ 5 ແສນ ຍາດອະດີດແຟນ ມີຈັກຄົນໃຫ້ຫມົດ ຄົນລະແສນ ແລ້ວຕໍ່ສ້ອມແປງບ້ານໃຫ້ທຸກຄົນ
ເຈ້ອໍ ເລົ່າວ່າ ໄດ້ເລີກກັບອະດີດແຟນແລ້ວ ໂດຍໂອນເງິນໃຫ້ຈ່ຳນວນ 30 ລ້ານ ກັບໄປກຸມພະວາປີກໍ່ໂອນໃຫ້ເລີຍ ລົດອີກ 3 ຄັນ ເຄື່ອງເພັດທອງຕ່າງຫາກ ເຫດຜົນທີ່ໃຫ້ຕອນນັ້ນຄື ພ້ອມຢ່າ ເພາະເລີ່ມອຶດອັດໃນພຶດຕິກຳເຂົາແລ້ວ ບໍ່ເຮັດຫຍັງ ບໍ່ມີຄວາມເປັນຜູ້ນຳ ທີ່ໂອນໃຫ້ຈະໄດ້ບໍ່ຕ້ອງມາວຸ່ນວາຍຕໍ່ກັນອີກ