ລົດເສຍຫຼັກປີ້ນທີ່ຂົວທາງລົດໄຟ ຄົນຕົກນໍ້າຍັງຊອກບໍ່ເຫັນ

ລົດເສຍຫຼັກປີ້ນທີ່ຂົວທາງລົດໄຟ ຄົນຕົກນໍ້າຍັງຊອກບໍ່ເຫັນ

ຫຼວງພະບາງ: ລາຍງານຈາກປະຊາຊົນໃຫ້ຮູ້ໃນແລງ ວັນທີ່ 15/9/2020 ນີ້ວ່າ: ເກີດອຸບັດເຫດ ທີ່ຂົວລົດໄຟຂ້າມນ້ຳຂອງ ບ້ານພອນໄຊ ນະຄອນຫລວງພຣະບາງ, ແຂວງຫຼວງພະບາງ.

ລົດທີ່ເສຍຫຼັກຕໍາຮາວກັ້ນຂົວທາງລົດໄຟແມ່ນລົດຂອງບໍລິສັດກໍ່ສ້າງທີ່ປະຕິບັດວຽກວຽກງານ. ເປັນລົດເຄນ.

ເຫດການຄັ້ງນີ້ປະຊາຊົນລາຍງານວ່າ ຄົນຕົກລົງນໍ້າ ຕອນນີ້ຍັງຊອກບໍ່ທັນເຫັນ. ຂໍໃຫ້ປອດໄພ! ຄວາມຄືບໜ້າຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

ຂ່າວແລະຮູບຈາກ : ນາງ ສອນເພັດ ສຸກສະຫວັດ

ຂ່າວທົ່ວໄປ