ບໍ່ເຮັດໃຫ້ແຟນຄລັບຕ້ອງຜິດຫວັງ ໃນທີ່ສຸດສາວນ້ອຍ ແຮ່ນນ້າ ຂອງເຮົາກໍສາມາດເຮັດໄດ້ ຈະໄດ້ເດບິວເປັນໜຶ່ງໃນສະມາຊິກວົງ Girl Group ແລ້ວ ຈະເອີ້ນ ແຮ່ນນ້າ ໂລເຊັ່ນບູ້ມ ກໍຈະຄືແນວໃດເນາະ ເພາະຕໍ່ໄປຄົງຈະໃຊ້ນາມວ່າ ແຮ່ນນ້າ 4EVE ໄດ້ເຕັມປາກແລ້ວ! ດີໃຈກັນຖ້ວນໜ້າທັງແຟນຄລັບລາວ ແລະ ໄທກັນເລີຍ. ແຮ່ນນ້າທັງເກັ່ງ, ໜ້າຮັກ ແບບນີ້ຈະບໍ່ໃຫ້ຫລົງໄດ້ແນວໃດ ຝັ່ງລາວກໍເຊຍກັນສຸດໆ ເທໃຫ້ໝົດໃຈ ຝັ່ງໄທກໍເອົາໃຈຊ່ວຍຈົນຕັ້ງກຣຸບ Line ແຟນຄລັບແຮ່ນນ້າເພື່ອໂຫວດກັນລົວໆ.
ສຳລັບການແຂ່ງຂັນແມ່ນຜ່ານມາ 12 ອາທິດ ເພື່ອ ຄົ້ນຫາ Girl Group ໃນ 4 EVE ລຸ້ນກັນຢ່າງໜັກວ່າໃຜຈະໄດ້ເດບິວ ໃນຄືນທີ 5 ຕຸລາ 2020 ທີ່ຜ່ານມາ, ນອກຈາກຄວາມສາມາດ ນັ້ນກໍຄືການໄດ້ເດີນຕາມຄວາມຝັນສູ່ການເປັນສິລະປິນໃນ 4 EVE. ຜົນຄະແນນມາ ຈາກ 2 ສ່ວນ. ສ່ວນທີ 1 ລຸ້ນອ້າຍເອື້ອຍ ກໍຄືກຳມະການເປັນຜູ້ທີ່ເລືອກ 4 ຄົນ. ສ່ວນທີ 2 ແມ່ນ ເລືອກ 4 ຄົນຈາກຄະແນນໂຫວດທາງບ້ານກໍຄື 8 ຄົນ. ສຳລັບໂຊສຸດທ້າຍນີ້ ແຮ່ນນ້າໄດ້ຢູ່ Group B ໂຊການຮ້ອງ, ການເຕັ້ນຢ່າງເຕັມທີ. ສາມາດສະແດງໂຊຈົນໜຸ່ມສະແຕມອອກປາກຍ້ອງວ່າແຮ່ນນ້າມີຄວາມອໍຣາເປັນ Super Star ແທ້ໆ. ເຊິ່ງເຊື່ອວ່າຫຼາຍຄົນຄົງຈະຄິດຄືກັນ ຄວາມສາມາດທີ່ຫຼາກຫຼາຍ ຮອຍຍິ້ມ ຄາບນໍ້າຕາ ຂອງຄວາມສຸກ ແລະ ມິດຕະພາບກັບການແຂ່ງຂັນຄັ້ງສຸດທ້າຍ ທຸກຄົນເຮັດໄດ້ທີ່ສຸດ.
ຈາກການແຂ່ງຮອບອໍດິຊັນ 20 ຄົນເປັນ ຄັດເຫຼືອ 13 ຄົນ ຈົນໄດ້ 7 ຄົນ. ໃຜເຊຍ ໃຜຮັບຊົມທຸກຕອນ ຮູ້ດີເລີຍວ່າເປັນນາທີທີ່ລຸ້ນກັນທີ່ສຸດວ່າກຸ່ມໃດ ຈະມີໃຜແດ່ໄດ້ເດບິວ. ຈາກການເຟັ້ນຫາ Girl Group Star ວົງໃໝ່ຂອງເມື່ອງໄທ. ທີມງານຂ່າວ Muan.la ຕ້ອງສະແດງຄວາມດີໃຈກັບຜູ້ຜ່ານເຂົ້າຮອບສຸດທ້າຍ ແລະ ໄດ້ເດບິ້ວ ເປັນສິລະປິນ ໃນນາມ 4EVE Girl Group ກຸ່ມໃໝ່ຂອງເມືອງໄທ ທີ່ຈະໄດ້ອອກເພງໃນສັງກັດ XOXO ENTERTAINMENT ໄດ້ແກ່ ອ໊ະອາຍ, ຕາອອມ, ມາຍ, ແຮ່ນນ້າ, ຝ້າຍ, ໂຈລິນ ແລະ ພັ້ນ. ໂດຍສະເພາະສາວລາວຄົນເກັ່ງທີ່ສູ້ທຸກ EP ຈົນເຮັດໃຫ້ຄວາມຝັນຂອງຕົນສຳເລັດ ແລະ ນຳຄວາມພາກພູມໃຈມາຍັງຄົນລາວ
ແນ່ນອນວ່າແຟນຄລັບແຮ່ນນ້າກຽມພົບກັບການເດບິວສາວແຮ່ນນ້າໃນໄວໆນີ້ໄດ້ເລີຍ!