ຈາກເຫດການທີ່ໂຈນດຶງກະເປົານັກສຶກສາສາວ ເຫດການເກີດຂື້ນຕອນທ່ຽງວັນທີ 22 ຕຸລາ 2020 ຖະຫນົນກຳແພງເມືອງ ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ສາວໃຈກ້າຂີ່ລົດໄລ່ຕຳລົດໂຈນລົ້ມ ຕໍ່ມາມີພົນລະເມືອງດີຊ່ວຍຈັບໄວ້
ເຊື່ອວ່າ ຫຼາຍທ່ານ ທີ່ເຫັນຄອມເມັ້ນ ທີ່ໃສ່ຊື່ວ່າ Our Story ຄົງຈະມີຢາກຕອບໂຕ້ທັນທີ ເພາະວ່າບໍ່ມີໃຜ ຢາກພ້ອມໂຈນ ແລະ ສົ່ງເສີມການກະທໍາຜິດ. ແອັດມິນກໍ່ເຊັ່ນກັນ ເພາະການກະທໍາຂອງລາວ ແມ່ນໄຮ້ມະນຸດສະທໍາ ຮຸນແຮງ ແລະ ເປັນອັນຕະລາຍ ສ້າງຄວາມເສຍຫາຍແກ່ບຸກຄົນອື່ນ.
ມື້ນີ້, ກໍ່ເລີຍ ນັ່ງຟັງຄລິບ ປກສ ນະຄອນຫຼວງ ວຽງຈັນ ຖະແຫຼງຂ່າວການສືບສວນ ອີກຮອບ. ຖືວ່າຜູ່ກໍ່ເຫດແມ່ນເຮັດມາຫຼາຍຄັ້ງ ແລະ ຖືເປັນໄພອັນຕະລາຍແກ່ສັງຄົມ.