ຂ່າວດີ!!! ບໍລິສັດທາງລົດໄຟລາວ-ຈີນ ຈະຮັບຄົນລາວເຂົ້າຮ່ວມເຝິກອົບຮົມອີກ 500ກວ່າຄົນ

ຂ່າວດີ!!! ບໍລິສັດທາງລົດໄຟລາວ-ຈີນ ຈະຮັບຄົນລາວເຂົ້າຮ່ວມເຝິກອົບຮົມອີກ 500ກວ່າຄົນ

ກ່ອນໜ້ານີ້ ແອັດເຄີຍນໍາສະເໜີໄປແລ້ວຫຼາຍຄັ້ງກ່ຽວກັບການຮັບສະໝັກຄົນລາວເຂົ້າຮ່ວມເຝິກອົບຮົມກັບບໍລິສັດທາງລົດໄຟລາວ-ຈີນ ໃນຈໍານວນຫຼາຍຮ້ອຍຄົນ, ຫຼ້າສຸດ ບໍລິສັດປະກາດຮັບອີກຄັ້ງ ໃນຈໍານວນ 550ຄົນ ເຊິ່ງກໍານົດຄັດເລືອກແມ່ນເລີ່ມແຕ່ 10 ຫາ 12 ສິງຫາ ນີ້ເທົ່ານັ້ນ.

ທາງລົດໄຟ

ບໍລິສັດ ທາງລົດໄຟລາວ-ຈີນ ຈະຄັດເລືອກບຸກຄະລາກອນ ເຂົ້າຮ່ວມຝຶກອົບຮົມ 550 ຄົນ ໃນລະຫວ່າງວັນທີ 10-12 ສິງຫາ 2020 ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດຕັ້ງຄັດເລືອກບຸກຄະລາກອນ ຊຸດທີ 2 ແລະ ຊຸດທີ 3 ເພື່ອເຂົ້າຮ່ວມຝຶກອົບຮົມວິຊາສະເພາະ ໃນໄລຍະດໍາເນີນການ ຂອງໂຄງການລົດໄຟລາວ-ຈີນ, ເຊິ່ງມີຜູ້ເຂົ້າສະໜັກຫລາຍກວ່າ 1 ພັນກວ່າຄົນ ແລະ ຈະຄັດເອົາພຽງ 550 ຄົນ.

ຜູ້ທີ່ຜ່ານຮອບສຳພາດ ຈະໄດ້ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບທາງລົດໄຟ ຈາກວິທະຍາກອນ ທີ່ມີປະສົບການທາງລົດໄຟ ຈາກ ສປ ຈີນ. ທັງນີ້, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານບຸກຄະລາກອນຂອງລາວ ໃຫ້ມີຄວາມຊໍານິຊໍານານໃນການປະກອບສ່ວນ ເຂົ້າໜ້າວຽກທາງລົດໄຟ ລາວ-ຈີນ.

ພາຍຫລັງສຳເລັດການຝຶກອົບຮົມ ຈະໄດ້ຖືກບັນຈຸເຂົ້າຮ່ວມເຮັດວຽກໃນຫລາຍຕຳແໜ່ງ ເຊັ່ນ: ຂົນສົ່ງໂດຍສານ, ຂົນສົ່ງສິນຄ້າ, ຜູ້ປະຈຳສະຖານີ, ສ້ອມແປງ, ກູ້ໄພ ແລະ ຕຳແໜ່ງກ່ຽວຂ້ອງອື່ນໆ.

ຂ່າວທົ່ວໄປ