ຮຽນຈົບຫຍັງມາບໍ່ໄດ້ສຳຄັນອີກຕໍ່ໄປ ການໃຊ້ຊີວິດລອດ ການຢູ່ແບບມີຄວາມສຸກຕ່າງຫາກທີ່ສຳຄັນ ໝົດຍຸກໃບປະລິນຍາແປະຝາເຮືອນ ການຮຽນຈົບສູງໆ ບໍ່ໄດ້ເປັນຕົວບົ່ງຊີ້ວ່າທຸກຄົນຈະມີວຽກເຮັດ ສິ່ງທີ່ສຳຄັນກວ່າໃບປະລິນຍາ ຄືທັກສະອາຊີບ ຊຶ່ງສາມາດໃຊ້ປະກອບອາຊີບ ລ້ຽງຕົວເອງ ແລະ ຄອບຄົວໄດ້
ຈະຈົບຫຍັງມາກໍ່ບໍ່ສົນໃຈແລ້ວໃນເມື່ອທັກສະນີ້ສາມາດສ້າງລາຍໄດ້ດີເຊັ່ນກັນ ໂດຍບໍ່ຕ້ອງງໍ້ໃບປະລິນຍາ ສະນັ້ນແລ້ວໃຜທີ່່ຍັງບໍ່ມີໂອກາດໄດ້ເຂົ້າເຖິງການສຶກສາ ບໍ່ໄດ້ຮຽນສູງໆ ແຕ່ຫາກບໍ່ລະຊຶ່ງຄວາມພະຍາຍາມ ບໍ່ໄຮ້ຄວາມສາມາດໃດໆ ກໍ່ຍັງມີວຽກເຮັດແນ່ນອນ ແຕ່ບໍ່ແມ່ນວ່າການສຶກສາມັນບໍ່ສຳຄັນ ສຳລັບຄົນທີ່ມີໂອກາດຮຽນ ກໍ່ຄວນຮຽນໃນສິ່ງທີ່ສົນໃຈ ເພື່ອນຳໄປໃຊ້ໃນການປະກອບອາຊີບໃນວັນຂ້າງໜ້າ ໄວຮຽນເປັນໄວທີ່ສຸກສະບາຍສຸດໆແລ້ວ ຄຽດສຸດກໍ່ແມ່ນເວລາວຽກບ້ານຫຼາຍ ເກຼດຕົກ
ຮຽນບໍ່ດີ ເຮັດຜິດໝົດທຸກຢ່າງ ທີ່ຜິດພາດໃນລະບົບການສຶກສາຂອງນັກຮຽນສາມາດແກ້ໄຂໄດ້ ຮຽນໃໝ່ ເສັງຄືນ ເຮັດເພີ່ມໄດ້ໝົດ ແຖມໄວຮຽນຍັງມີຊ່ວງເວລາລອງຜິດລອງຖືກ ຝຶກຝົນວິຊາຕ່າງໆ ຄົ້ນຫາໃນສິ່ງທີ່ຕົວເອງມັກ ມີເວລາເຮຮາກັບໝູ່ຄູ່ ແຕ່ສຳລັບໄວເຮັດວຽກຊ່ວງເວລາເຫຼົ່ານັ້ນຈະຫາຍໄປໝົດ ການໃຊ້ຊີວິດຈະຕ່າງອອກໄປ ຢ່າລືມວ່າໃນວັນທີ່ຈົບການສຶກສາເປັນກ້າວທຳອິດວ່າເຈົ້າຈະເຮັດວຽກຫຍັງ ໝົດເວລາຂໍເງິນພໍ່ແມ່ແລ້ວ