ເວັບໄຊອັນຮຸຍ ເນັດ ຂອງຈີນ ລາຍງານວ່າ: ພໍ່ແມ່ຊາວຈີນຖືກຈັບໃນຂໍ້ຫາຄ້າມະນຸດ ໂດຍຕັດສິນໃຈຂາຍລູກຊາຍເກີດໃໝ່ໃຫ້ຄົນແປກໜ້າທາງອອນລາຍໃນລາຄາ 18.600 ປອນ ຫລັງວ່າງວຽກເນື່ອງຈາກການລະບາດຂອງໂຄວິດ-19.ພໍ່ ແລະ ແມ່ຄົນດັ່ງກ່າວເປັນແຮງງານຂ້າມຊາດ ມີລູກຊາຍແລ້ວ 2 ຄົນ ອາຍຸ 7 ປີ ແລະ 2 ປີ ຕ້ອງຜະເຊີນແຮງກົດດັນທາງການເງິນມະຫາສານ ເນື່ອງຈາກວ່າງວຽກ ຈຶ່ງຊັກຊວນກັນຂາຍລູກຊາຍຫລ້າທີ່ມີອາຍຸພຽງ 40 ວັນ ເພື່ອຫາເງິນລ້ຽງຊີວິດ ແລະ ຫລຸດພາລະທາງການເງິນຂອງ
ຄອບຄົວ.ຜູ້ຊື້ເປັນຜູ້ຍິງຊາວຈີນຄົນໜຶ່ງທີ່ຕ້ອງການມີລູກ ແຕ່ບໍ່ສາມາດມີລູກໄດ້ ຈຶ່ງຕັດສິນໃຈຕົກລົງຊື້ເດັກນ້ອຍຄົນດັ່ງກ່າວ ໃນລາຄາ 18.600 ປອນ ພ້ອມສາຍຄໍ ແລະ ສາຍແຂນຄຳ.ຕຳຫລວດລົດໄຟສັງເກດເຫັນພຶດຕິກຳໜ້າສົງໄສ ຂະນະທີ່ຜູ້ຍິງຄົນດັ່ງກ່າວພາເດັກນ້ອຍຂຶ້ນລົດໄຟເມື່ອວັນທີ 30 ຕຸລາຜ່ານມາ ຈຶ່ງເຂົ້າສອບສວນ ໂດຍເບື້ອງຕົ້ນນາງອ້າງວ່າຮັບລ້ຽງເດັກ, ແຕ່ຫລັງຈາກສອບປາກຄຳເພີ່ມຕື່ມຈຶ່ງຍອມຮັບສາລະພາບວ່າ: ນາງຈ່າຍເງິນ ທີ່ເອີ້ນວ່າ: “ຄ່າໂພຊະນາການ” ເພື່ອແລກກັບ
ເດັກນ້ອຍ.ພາຍຫລັງຕຳຫລວດສອບສວນພໍ່ ແລະ ແມ່ຂອງເດັກ ໃນວັນທີ 3 ພະຈິກ, ທັງສອງຍອມຮັບພ້ອມໃຫ້ປາກຄຳວ່າ: ຕອນທຳອິດ ພວກເຂົາຕິດຕໍ່ກັບຜູ້ຍິງອີກຄົນໜຶ່ງ ເຊິ່ງຕ້ອງການມີລູກຊາຍເຊັ່ນກັນ ໂດຍຕົກລົງລາຄາ 11.410 ປອນ ແຕ່ບໍ່ສາມາດແຈ້ງເກີດເດັກນ້ອຍໄດ້ ເນື່ອງຈາກບໍ່ແມ່ນລູກທີ່ແທ້ຈິງ ຈຶ່ງຕິດຕໍ່ຜູ້ຊື້ຄົນທີ 2 ຕໍ່ໄປ.ປັດຈຸບັນຄະດີຢູ່ລະຫວ່າງການສືບສວນ-ສອບສວນ ໂດຍພໍ່ແມ່ເດັກ ແລະ ຜູ້ຊື້ຖືກຄວບຄຸມຕົວໃນຂໍ້ຫາຄ້າມະນຸດ ເຊິ່ງກົດໝາຍຈີນລະບຸວ່າ: ມີໂທດຕິດຄຸກ 5-10 ປີ ແລະ ບາງກໍລະນີອາດຕິດຄຸກຕະຫລອດຊີວິດ ຫລື ປະຫານຊີວິດ.