ສົ່ງເມຍໄປປົວ 3 ເດືອນກັບມາມີລູກ

ສົ່ງເມຍໄປປົວ 3 ເດືອນກັບມາມີລູກ

ໜຸ່ມສຸດງົງ ສົ່ງເມຍເຂົ້າໂຮງໝໍ ເພື່ອປີ່ນປົວເປັນເວລາ 3 ເດືອນ ກ່ອນທີ່ຕົນຈະໄປວຽກຕ່າງແຂວງ ຫຼັງຈາກຄົບກຳນົດເມຍກັບມາເຮືອນປະກົດວ່າຖືພາໄດ້ 7 ອາທິດແລ້ວ.

ເຫດການນີ້ເກີດຂຶ້ນທີ່ປະເທດຈີນ ໂດຍມີຊາຍໜຸ່ມຄົນໜຶ່ງອອກມາເລົ່າເລື່ອງສຸດຊ້ຳໃຈຂອງຕົນ ເຊິ່ງຄູ່ຜົວເມຍນີ້ພົບກັນໃນບໍລິສັດຈັດຫາຄູ່ ເມຍມີອາຍຸ 22 ປີ ນິໄສເປັນຄົນງຽບໆ ແລະມີປະຕິກິລິຍາຕອບຮັບຊ້າ ຝ່າຍຊາຍຈິ່ງປຶກສາກັບພໍ່ແມ່ເມຍ ເພື່ອສົ່ງຕົວເມຍໄປຮັກສາອາການທີ່ເປັນຢູ່.

ທາງໂຮງໝໍພາຍຫຼັງກວດແລ້ວບອກວ່າ ເມຍຂອງຊາຍໜຸ່ມຕ້ອງໄດ້ຮັບການບຳບັດຈິ່ງຈະມີອາການດີຂຶ້ນ ເຊິ່ງຈະໃຊ້ເວລາປະມານ 3 ເດືອນ ໂດຍໃນລະຫວ່າງນັ້ນ ຊາຍໜຸ່ມໄດ້ອອກໄປວຽກຕ່າງແຂວງ ຈິ່ງຝາກແມ່ຂອງເມຍຊ່ວຍໄປຢ້ຽມຢາມແທນແຕ່ທາງໂຮງໝໍບໍ່ອະນຸຍາດໃຫ້ຍາດພີ່ນ້ອງໄປຢ້ຽມລະຫວ່າງເຂົ້າຮັກສາຕົວ.
ເພື່ອຮັກສາເມຍໃຫ້ຫາຍດີ ຜົວກໍ່ປະຕິບັດຕາມໝໍແນະນຳ ຫຼັງຈາກຄົບກຳນົດເວລາຜົວໄປຮັບເມຍກັບບ້ານ ຈາກນັ້ນບໍ່ດົນເມຍກໍ່ເລີ່ມມີອາການຜິດປົກກະຕິ ຮາກເລື້ອຍໆຜົວຈິ່ງພາເມຍກັບໄປກວດຢູ່ໂຮງໝໍປະກົດວ່າເມຍຖືພາໄດ້ 7 ອາທິດແລ້ວ.

ຊາຍໜຸ່ມຕົກໃຈຢ່າງແຮງ ແລະສົງໄສວ່າເມຍໂຕເອງເລີ່ມຖືພາແຕ່ຕອນນອນຮັກສາຕົວຢູ່ໂຮງໝໍ ຈິ່ງສອບຖາມທີ່ໄປທີ່ມາປະກົດວ່າ ມີໝໍຄົນໜຶ່ງທີ່ເປັນຄົນເບິ່ງແຍງໃກ້ຊິດເມຍອອກມາຍອມຮັບວ່າ ຕົນກັບເມຍຂອງຊາຍໜຸ່ມມີຄວາມສຳພັນເລິກເຊິ່ງກັນແທ້ ແຕ່ບໍ່ໄດ້ມີການບັງຄັບເປັນຄວາມສະໝັກໃຈຂອງທັງສອງຝ່າຍ.

ຂ່າວຍັງໃຫ້ຮູ້ອີກວ່າໃນມື້ເກີດເຫດຍິງສາວໄດ້ຍ່າງໄປຫາທີ່ພັກ ບາງເອີນວ່າໄດ້ພົບກັບໝໍຊາຍໜຸ່ມຄົນດັ່ງກ່າວກຳລັງນັ່ງກິນຂອງວ່າງຢູ່ ດ້ວຍຄວາມຢາກຮູ້ຢາກເຫັນນາງຈີ່ງເຂົ້າໄປຫາ ແລະປະກົດວ່າ ຄວາມໃກ້ຊິດເຮັດໃຫ້ທັງສອງຫັກຫ້າມໃຈບໍ່ໄດ້ຈິ່ງເກີດມີເດັກຕາມມາ.

ແນວໃດກໍ່ຕາມເລື່ອງນີ້ທັງຊາຍໜຸ່ມຜູ້ເປັນຜົວ ແລະພໍ່ແມ່ຂອງຝ່າຍຍິງຕ່າງກໍ່ເວົ້າກັນວ່າ ຜູ້ຍິງໃນລະຫວ່າງທີ່ນອນຮັກສາຢູ່ໂຮງໝໍ ຖືວ່າເປັນຄົນປ່ວຍຄົນໜຶ່ງ ແລະເປັນຜູ້ປ່ວຍທາງຈິດຈິ່ງຖືວ່າຝ່າຍຊາຍບັງຄັບຂືນໃຈ ຕ້ອງຟ້ອງສານເພື່ອດຳເນີນຕາມຂະບວນການທາງກົດໝາຍ ແຕ່ຄະດີແມ່ນບໍ່ມີຄວາມຄືບໜ້າເລີຍ ມີແຕ່ທາງໂຮງໝໍໄດ້ໄລ່ພະນັກງານຄົນດັ່ງກ່າວອອກຈາກວຽກແລ້ວ.

ສາລະໜ້າຮູ້