ດວງຊາຕາ 5 ວັນເກີດໂຊກລາບຈະບັງເກີດທຸກປະການແກ່ທ່ານການທຳນາຍທາຍທັກເປັນຄວາມເຊື່ອສ່ວນບຸກຄົນ ເພາະຊີວິດຄົນເຮົາ ເກີດວັນດຽວກັນ ແຕ່ຊີວິດກໍບໍ່ຄືກັນ ສະນັ້ນການທຳນາຍນີ້ ກໍແມ່ນຈາກອາຄົນໜື່ງທີ່ໄດ້ເຜີຍແຜ່ທາງໂຊຊຽວ ຕາມແຕ່ລະວັນເກີດ ດວງຊາຕາຊີວິດຈະເປັນແນວໃດນັ້ນມາອ່ານເບີ່ງດັ່ງນີ້ຕາມວັນເກີດຂອງທ່ານເບີ່ງ
+ ຄົນເກີດວັນພະຫັດ : ຍິງຊາຍໃດເກີດໃນວັນພະຫັດນີ້ສ່ວນຫຼາຍຈະເປັນຄົນບໍ່ຖືຕົວ ເຂົ້າກັບຄົນງ່າຍ ອັດຖະຍາໄສດີ ທ່າທີສະຫງ່າ ຊັງໃຜຊັງແທ້ ກ້າໄດ້ກ້າເສຍ ເລື່ອງໜ້າທີ່ການງານແມ່ນຮອບຄອບ ແຕ່ຢາກມີການອໍ້ແອ້ ຢອກ ອາລົມຂັນ ເລັກນ້ອຍ ເປັນຄົນມັກມ່ວນ ໝູ່ເພື່ອນຫຼາຍ ແຕ່ບາງຄັ້ງກໍ່ຜິດພາດ ຜິດຫວັງຈາກໝູ່ເພື່ອນ ຈົນເຮັດໃຫ້ເສຍເງິນທອງ ຕາມການທຳນາຍໄວ້ວ່າ ອາຍຸ 10-15 ປີເປັນຄົນມີສຳມາຄາລະວະດີ ອ່ອນນ້ອມຖ່ອມຕົນດີ ລ້ຽງງ່າຍ ໂຊກລາບມາມື ອາຍຸ 15-20 ປີ ທິດເໝືອບໍ່ເປັນມຸງຄຸນ ທິດໃຕ້ໃຫ້ໂຊກ ລາບລື່ນ ແທ້ແລ 20-25 ຄວນລະວັງຄົນຜິວຂາວເຫຼືອງ ຈະໃຫ້ໂທດ ອາຍຸ 25-30 ປີ ກຳລັງຈະພົ້ນຈາກຄວາມສັບສົນ ເງິນໄຫຼນອງທອງໄຫຼມາ ແຕ່ລະວັງຍັກກຸມພັນມັນກິນເງິນ ຄວນຕັດຖິ້ມເສຍ ອາຍຸ 30-35ປີ ເປັນຊ່ວງທຳມາຄ້າຂຶ້ນ ທານໜ້ອຍໄດ້ຫຼາຍທານພາຍໄດ້ກອບ ບໍ່ຄວນປ່ອຍປະລະເລີຍໃນການທຳບຸນ ຫຼາຍເກີນໄປ ອາຍຸ 35-40 ປີ ລະວັງການເດີນທາງຂຶ້ນລົດລົງເຮືອ ກໍ່ດີ ໃຫ້ລະມັດລະວັງຫຼາຍຂຶ້ນ ຈະເກີດອາຄາດ ຄວນຕັດຖິ້ມເສຍ ອາຍຸ 40-45 ປີ ໂຊກລາບກຳລັງເກີດ ໃຫ້ທຳບຸນຮັບເອົາສາ ການຄ້າ ກໍ່ກຳລັງລາບລື່ນ45-50ປີ ລະວັງເລື່ອງສຸຂະພາບໃນຊ່ວງນີ້ ອາຍຸ 50-55ປີ ວາຈາໃຫ້ຮຽບຮ້ອຍ ຈະມີຜູ້ຊ່ວຍອຸປະຖຳ 55-60ປີ ທິດບົວລະພາ ເປັນມຸງຄຸນ ຈົ່ງຈະເລິນເມຕຕາພາວະນາຮັບໂຊກໄຊດ້ວຍ 60-65ປີ ຄວາມຂີ້ໄຮ້ເກີດເປັນດີ ຄວາມອັບປີຈະເກີດເປັນໂຊກ 65-70ປີ ຈະມີກິນມີໃຊ້ຢ່າງສະນຸກສຸກສະບາຍ ເງິນໄຫຼນອງທອງໄຫຼເຂົ້າ ມີໂຊກ ແທ້ແລ 70-75 ປີຄວນ ທຳບຸນກໍ່ຄຸນ ກຳຈັດໄພ ລາຊາໄພ ໂຈລະໄພ ຖິ້ມເສຍ 75-80 ປີ ລະວັງສຸຂະພາບ ການໄປມາ ໄພຮ້າຍປອງຫາ ຄວນຕັດຖິ້ມ ເພື່ອຈະຢູ່ສຸກສະບາຍຫາຍໂລກໄພໄຂ້ເຈັບ.
+ ຍິງຊາຍໃດ ທີ່ເກີດໃນວັນສຸກ : ຄວາມທຸກໃຈບໍ່ມີ ເຈລະຈາພາທີໜ້າເຊື່ອຖື ແລະ ຊື່ສັດທຸກປະການແຕ່ຍາດວົງວານບໍ່ຄ່ອຍຫຼາຍ ເມື່ອຍັງນ້ອຍນັ້ນ ທ່ານມີຄວາມລຳບາກ ບາງຕອນກໍຈະເກືອບ ເອົາຊີວິດເປັນເຄື່ອງວັດແທກ ເມື່ອຜ່ານໄປເຖິງ ໄວກາງຄົນ ກໍເໝືອນກັບເສດຖີ ມີເງິນທອງຊັບສິນ ທຸກຢ່າງ ເປັນຄົນທີ່ໂມໂຫ ມັກເວົ້າມັກວ່າຈົນບໍ່ໄດ້ຄິດວ່າຜູ້ຟັງລຳຄານ ຄົນເກີດໃນວັນນີ້ ມັກມີເມຍ ຫຼື ຜົວຫຼາຍຄົນ ການເວົ້າຈາມີເນືອຫາສາລະ ເຈົ້າຊູ້ຫຼາຍໃຈ ຍິ່ງຈະມີໂຊກລາບ ເພາະຜູ້ຍິງ ແລະ ເພື່ອນຝູງ ຄົນເກີດໃນວັນນີ້ ຖືເງິນໄວ້ກັບຕົນເອງບໍ່ໄດ້ນານ ເລື່ອງຂອງສັງຂານແມ່ນແມ່ຈາກໄປກ່ອນພໍ່ ແລະ ຄົນເກີດໃນວັນສຸກນີ້ ມັກເປັນຄົນເຈົ້າອາລົມ ຕອນຍັງນ້ອຍກໍສ້າ ງຄວາມທຸກໃຫ້ພໍ່ແມ່ຫຼາຍ ພ້ອມທັງລ້ຽງຍາກ ອາຍຸ 1 – 3 ປີ ຊ່ວງນີ້ພໍ່ແມ່ກໍສະບາຍໃຈແນ່ ເມື່ອເຖິງ 4 ປີ ນາງສີດາຄອງເມືອງສະບາຍ ອາຍຸ 5 – 6 ປີ ມັກເຈັບໄຂ້ໄດ້ປ່ວຍ ອາຍຸ 7 ປີ ເພິ່ງແມວ ທຸກໃຈເລັກນ້ອຍ ອາຍຸ 8 ປີ ໂຊກລາບດີ ອາຍຸ 9 ປີ ໄດ້ເພິ່ງເສືອ ຈະຖືກຫຼອກລວງ ແຕ່ຈະມີໂຊກກາງປີ ອາຍຸ 10 ປີ ເພິ່ງນາກ ຈະມີໂຊກນຳຜູ້ໃຫຍ່ ອາຍຸ 11 ປີ ເພິ່ງໝູ ຈະມີຄວາມທຸກເລັກໜ້ອຍ ອາຍຸ 12 ປີ ມັກເຈັບຫົວມົວຕາ ອາຍຸ 13 ປີ ເພິ່ງງົວ ຮ້ອນອົກຮ້ອນໃຈ ຈະມີໂຊກກາງປີ ອາຍຸ 14 ປີ ຈະໄດ້ຈາກພໍ່ແມ່ ໄປຮ່ຳຮຽນ ອາຍຸ 15 ປີ ໃຫ້ລະວັງການປາກເວົ້າກັບພີ່ນ້ອງ ແລະ ພໍ່ແມ່ ອາຍຸ 16 ປີ ເພິ່ງສິງ ຕົກທີ່ນັ່ງນັກບວດໂຊກໃຫຍ່ ຈະທຳການງານຫຍັງກໍໄດ້ດີ ແລະ ສຳເລັດດັ່ງຄວາມປາຖະໜາ ອາຍຸ 17 ປີ ເພິ່ງເສືອໃຫ້ລະວັງຄົນຕົວະຕົ້ມ ຈະມີໂຊກຕາມມາ ອາຍຸ 18 ປີ ຕົກລາຫູ ໃຫ້ລະວັງສຸຂະພາບ ອາຍຸ 19 – 22 ປີ ຈະໄດ້ສ້າງຄອບຄົວມີແຕ່ຄວາມສຸກ ອາຍຸ 23 ປີ ຈະມີໂຊກມາທາງທິດອີສານ ແລະ ອາຄະເນ ຫຼືບໍ່ດັ່ງນັ້ນຈະໄດ້ໂຊກຈາກຜູ້ຍິງ ອາຍຸ 24 ປີ ຖ້າມີຄອບຄົວຈະໄດ້ບຸດທີ່ປະເສີດ ຖ້າໄດ້ລູກແລ້ວກໍ ຈະມີໂຊກຕາມມາຄື: ຊັບສິນເງິນທອງມາພ້ອມ ອາຍຸ 25 ປີ ໃຫ້ລະວັງສຸຂະພາບ ອາຍຸ 26 ປີ ຈະໄດ້ຄອງຊັບສິນເງິນທອງອັນມີຄ່າມະຫາສານ ມີຊັບສົມບັດເປັນອັນທີ່ເພິ່ງພໍໃຈ ອາຍຸ 27 ປີ ຕ້ອງເສຍເຄາະບູຊາ ຈິ່ງຈະດີ ອາຍຸ 28 ປີ ຈະໄດ້ເປັນໃຫຍ່ທຳການຄ້າຂາຍກໍດີ ອາຍຸ 29 ປີ ຈະມີຄວາມຮ້ອນອົກຮ້ອນໃຈ ອາຍຸ 30 ປີ ຕົກທີ່ນັ່ງລາຫູ ໃຫ້ລະວັງເລື່ອງການຈ່າຍເງິນທອງ ອາຍຸ 31 ປີ ມີເງິນ ແລະ ມີທັງຄວາມສຸກ ອາຍຸ 32 ປີ ຈິດໃຈເລື່ອນລອຍໃນເບື້ອງຕົ້ນກໍຝືດເຄືອງແຕ່ຜ່ານໄປພໍປະມານກໍມີຄົນຊ່ວຍທຸກຢ່າ ຈິ່ງຈະດີຂື້ນ ອາຍຸ 33 ປີ ໃຫ້ລະວັງການເຈລະຈາ ຈະນຳຄວາມເດືອດຮ້ອນມາສູ່ຕົວທ່ານເອງ ອາຍຸ 34 ປີ ເພິ່ງນາກ ຈະມີໂຊກລາບ ແລະ ຫຼັກຖານດີ ອາຍຸ 35 ປີ ຈະໄດ້ໂຊກຈາກຜູ້ຍິງ ອາຍຸ 36 ປີ ເຈັບຫົວມົວຕາ ຈາກນັ້ນກໍຈະໄດ້ຮັບໂຊກຕໍ່ ອາຍຸ 37 ປີໂຊກຊາຕາພໍປານກາງ ອາຍຸ 38 – 39 ປີ ຈະພົບໂຊກກ້ອນໃຫຍ່ ອາຍຸ 40 ປີ ຈະໄດ້ສັດ 4 ຂາ 2 ຂາອາຍຸ 41 ປີ ໃຫ້ລະວັງເລື່ອງຄົນຕົວະຕົ້ມເລື່ອງເງິນທອງ ອາຍຸ 42 ປີ ບໍ່ໃຫ້ໃຊ້ເງິນກ້ອນໃຫຍ່ກັບຄົນອື່ນ ເພາະເຂົາຈະໂກງກິນ ຕໍ່ຈາກຮ້າຍຜ່ານໄປໂຊກວາດສະໜາຈະເຂົ້າຊ່ວຍໃຫ້ທ່ານມີຊັບສິນເງິນທອງໃຫ້ທ່ານມີຄວາມສຸກຕະຫຼອດໄປ.
+ ຍິງຊາຍໃດເກີດວັນຈັນ : ການທຳນາຍໄວ້ວ່າ ອາຍຸ 10-15ປີ ເປັນລູກທີ່ລ້ຽງງ່າຍ ບໍ່ຄ່ອຍເຈັບເປັນພໍປານໃດ ມີຄວາມຄິດສ້າງສັນ 15-20ປີ ມັກຈະຍາກເປັນອິດສະຫຼະ ແຕ່ຄວນລະວັງໄພຮ້າຍ ໃຫ້ຫຼາຍຂຶ້ນ ທິດຕາເວັນຕົກບໍ່ເປັນມຸງຄຸນ 20-25ປີ ທຳຄຸນກັບໝູ່ເພື່ອນ ເໝືອນຖິ້ມຂອງລົງນ້ຳ ຄົນຜິວດຳເຂັ້ມ ບໍ່ຄວນຄົບພົບຫາ 25-30ເລື່ອງການງານ ການຄ້າ ຈະດີຫຼາຍ ຈະມີຊັບສິນ ເງິນທອງ ແຕ່ຄວນລະວັງຍັກກຸມພັນຈະກິນເງິນ 30-35 ຄວນລະວັງເລື່ອງສຸຂະພາບໃຫ້ຫຼາຍຂຶ້ນ ເພາະທິດອີສານ ຕາເວັນຕົກສ່ຽງໄຕ້ ຈະໃຫ້ໄພ 35-40 ໃຫ້ບູຊາພຣະໃນວັນສິລ ແລະ ຄວນຍາດເວລາ ທຳບຸນແດ່ຈະໄດ້ມີຄວາມສຸກ 40-45 ປີ ມັກມີຄວາມເດືອດຮ້ອນກະວົນກະວາຍ ເພາະ ຢາກໄດ້ເກີນທີ່ຄວາມສາມາດ ຫາມາໄດ້45-50 ປີ ໃຫ້ລະວັງ ຄົນການເດີນທາງ ໂດນສະເພາະ ທາງທິດຕາເວັນອອກສຽງເໜືອ 50-55ປີ ໃຫ້ຮັກສາສຸຂະພາບ ລະວັງພະຍາດບຽດບຽນ ພາໃຫ້ເສຍເງິນ ຄວນຫາແນວແກ້ຮັບໂຊກ ຈະດີຫຼາຍ 55-60ຊັບສິນເງິນທອງຈະມາມື ມີຄວາມສຸກຮັ່ງມີ ແຕ່ຢ່າຂາດ ທຳບຸນໄປພ້ອມ ເສີມຊາຕາໄປນຳ 60-65 ທີ່ເພິ່ງພາອາໄສມີ ແຕ່ຄວນລະວັງໃນການປາກເວົ້າ ຈະເປັນຄົນເວົ້າແຮງແຕ່ໃຈອ່ອນ 65-70 ມີຄວາມສຸກ ແຕ່ຈະມີຄວາມທຸກເລັກນ້ອຍແຊກເຂົ້າມາ ຄວນລະວັງ 70-75 ໃຈຮ້ອນ ຄຽດງ່າຍ ໃຫ້ຄວນລະວັງ ເລື່ອງການເງິນການງານ ແມ່ນຍັງດີລາບລື່ນ 75-80 ປີຄວາມຂີ້ຮ້າຍກາຍເປັນດີ ຄວາມອັບປີກາຍເປັນໂຊກ ລູກຫຼານທີ່ເພິ່ງພາບໍ່ຂາດ ຂ້າທາດບໍລິວານ ແຕ່ຄວນລະວັງສຸຂະພາບ ຢ່າຂາດເຂົ້າວັດຟັງທຳທຸກວັນສິລ ດີແທ້ແລ.
+ ຄົນເກີດໃນວັນອັງຄານ : ຕາມການທຳນາຍແລ້ວຊາຍຍິງໃດເກີດໃນວັນອັງຄານນີ້ ເປັນຄົນຈິດໃຈອ່ອນ ໄຫວ ປາກແຂງ ແຕ່ໃຈອ່ອນ ເລື່ອງໜ້າທີ່ການງານແມ່ນລາບລື່ນ ມັກຜິດຫວັງໃນສິ່ງທີ່ຕົນເອງຫວັງ ເປັນຄົນມີສະເໜ່ ດູດີ ເນື່ອຄູ່ເປັນຄົນ ຜິວດຳແດງ ຈະດີຫຼາຍ ມັກຈະຊ່ວຍເຫຼືອຜູ້ອື່ນ ປາກຮ້າຍ ເວົ້າແຂງກະດ້າງແຕ່ໃຈດີ ເຮັດບຸນເອົາໄວ້ໂລກໄພບໍ່ບຽດບຽນ ຕາມການທຳນາຍໄວ້ວ່າ 10-15ປີ ມັກຈະມີຄວາມລຳບາກ ເລັກໆນ້ອຍໆ ເປັນເດັກລ້ຽງຍາກ ຈົ່ງລະວັງ ມັກຈະເຈັບໄຂ້ຕະຫຼອດ ເຮັດໃຫ້ເສຍເງິນຄຳ 15-20 ປີ ກິດຈະການທຸກຢ່າງຈະໄດ້ຜົນເກີນຄາດ ທັງລາບຊັບສົມບັດຈະຫຼັ່ງໄຫລເຂົ້າມາຫາ 20-25ປີ ໃຫ້ລະວັງຟືນໄຟໂຈນຜູ້ຮ້າຍ ແລະການ ຜິດຖຽງກັນໃນຄອບຄົວ ມັກຈະເກີດຄະດີຄວາມໃນລະຫວ່າງຍາດ ຄົນຜິວຂາວເຫຼືອງຄົບບໍ່ໄດ້ ທິດຕາເວັນອອກສຽງໄຕ້ ແລະສຽງເໝືອບໍ່ເປັນມຸງຄຸນ 25-30 ປີ ມິດສະຫາຍຈະນຳລາບສັກກາລະ ມາໃຫ້ຮັ່ງມີເງິນທອງ ຊາຍຜິວດຳຍິງຜິວຂາວຢ່າໄວ້ໃຈຄວນບູຊາພະສຸກພະເສົາ ທຸກໄພຈະຫາຍຈະຢູ່ດີທີສຸກ 30-35 ມີຄອບຄົວມີຖານະດີຄົນຜິວເຫຼືອງສູງຈະໃຫ້ເຈົ້າ 35-40 ລະວັງໂລກໄພໄຂເຈັບຈະບຽດບຽນ ທິດອີສານ ທິດຕາເວັນຕົກເປັນມຸງຄຸນ 40-45 ຕົ້ນດີປາຍຄົດ ຍິງຜິວຂາວບໍ່ໜ້າໄວ້ໃຈ ທິດໄຕ້ ດີຫຼາຍ 45-50ປີ ຄວນລະວັງຊັບສິນເງິນທອງຂອງຕົນ ມັນຈະເຊື່ອຄົນງ່າຍ50-55ທິດຕາເວັນອອກສຽງໄຕ້ ໃຫ້ໂທດ ຕາເວັນຕົກສຽງເໜືອເປັນມຸງຄຸນ 55-60ໃຫ້ລະວັງເລື່ອງເລືອດຕົກຍາງອອກ ເລື່ອງນ້ອຍມັກຈະເກີດໄພ 60-65 ໃຫ້ລະວັງເລື່ອງສຸຂະພາບ ຫາຄວາມສຸກໃສ່ໂຕຈະດີຫຼາຍ 65-70ປີ ຈະມີຄວາສຸກຍາດພີ່ນ້ອງພໍໄດ້ໃຫ້ເພິ່ງພາອາໄສ 70-75 ຊັບສິນມາມື ລູກຫຼານແລະ ຈະມີຄົນມາອຸປະຖຳ 75-80 ໃຫ້ລະວັງວາຈາ ໃນການເຈລະຈາໃຫ້ຫຼາຍຂຶ້ນ.
+ ຄົນເກີດວັນພຸດ : ຊາຍຍິງໃດເກີດໃນວັນພຸດນີ້ເປັນຄົນອາລົມປ່ຽນໄວ ໃຈກ້າ ກ້າໄດ້ກ້າເສຍ ເສຍສະຫຼະ ເຫັນໃຈຄົນອື່ນ ແຕ່ເຮັດນຳຄົນ ເໜືອນຖິ້ມຂອງລົງນ້ຳ ເຂົາບໍ່ຄ່ອຍເຫັນຄ່າ ແຕ່ກໍ່ຍັງຕັ້ງໜ້າຕໍ່ຄວາມດີ ເປັນຄົນມັກຄວາມສະຫງົບດ້ານການງານແມ່ນມີຄວາມລະອຽດຮອບຄອບ ໄວ້ວາງໃຈໄດ້ ເປັນຄົນມີສະເໜ່ ເລື່ອງຄວາມຮັກແມ່ນບໍ່ຄ່ອຍສົມຫວັງ ແຕ່ເປັນຄົນມີສະເໜ່ ຮັກໃຜຮັກແທ້ ຊັງໃຜກໍ່ຊັງຈິງ ໃຈດຳຈົນ ບໍ່ເຫັນຟືນເຫັນໄຟ ຈຳໃສ່ໃຈຕະຫຼອດ ຕາມການທຳນາຍໄວ້ວ່າ ອາຍຸ 10-15ປີເປັນລູກທີ່ລ້ຽງງ່າຍ ພໍ່ແມ່ບໍ່ຄ່ອຍເສຍເງິນທອງຍ້ອນ ອາຍຸ 15-20 ປີ ມັກຄວາມອິດສະຫຼະ ແຕ່ຕ້ອງລະວັງເຫດຮ້າຍແດ່ ອາຍຸ 20-25ປີ ຄວນລະວັງຄົນຜິວດຳເຂັ້ມ ຈະພາໃຫ້ເສຍຊັບສິນ ຍ້ອນໝູ່ຄູ່ ອາຍຸ25-30 ປີ ຈະມີໂຊກລາບ ຈາກຜູ້ໃຫຍ່ ໃຫ້ລະວັງວາຈາ ຕັ້ງໜ້າຕັ້ງຕາໃນສິລທັມໃຫ້ຫຼາຍຂຶ້ນອາຍຸ 30-35ປີທິດບູລະພາ ເປັນມຸງຄຸນໃຫ້ໂຊກ ການຄ້າຂາຍດີອາຍຸ 35-40 ປີ ຈະເກີດເຫດຮ້າຍ ແຕ່ບໍ່ເຖິງກັບໝັກ ຄວນແກ້ ຕັດຖິ້ມເສຍ ອາຍຸ 40-45 ປີ ລະວັງເພື່ອນຝຸງ ບາງຄົນຈະໃຫ້ໂຊກ ບາງຄົນກໍ່ໃຫ້ໂທດ ອາຍຸ45-50 ການງານຈະລາບລື່ນເງິນທອງໄຫຼມາ ແຕ່ລະວັງສຸຂະພາບດ້ວຍອາຍຸ 50-55 ປີ ລະວັງຍັກກຸມພັນກິນເງິນທອງ ເໝືອຖິ້ມເງິນທອງລົງນ້ຳ ແຫ້ງຄາບມາກາມັກຈະຄາບໜີອາຍຸ 55-60ປີ ອາລົມຈະຮ້ອນເໝືອນໄຟເຜົາຈົ່ງໃຊ້ທັມບັນເທົາມອດໃຫ້ໄດ້ອາຍຸ 60-65 ປີ ໃນຊ່ວງເວລາ ຈະມີຄວາມສຸກ ຫຼາຍ ຍ້ອນພາຍເງິນຄຳຈະມາຫາ ຄຸນຄວາມດີທີ່ທຳມານຳສົ່ງຜົນໃຫ້ ໃຫ້ລະວັງຄວາມຄິດຂອງຕົນ ທີ່ຈະເຮັດໃຫ້ຄວາມສຸກເສຍໄປ ອາຍຸ 65-70 ປີ ທຳໜ້ອຍໄດ້ຫຼາຍ ທຳພາຍກໍ່ໄດ້ກອບ ແຕ່ຄວນລະວັງ ຄົນຮອບຂ້າງຜິວຂາວເຫຼືອງອາຍຸ 70-75 ປີ ເລື່ອງສຸຂະພາບໃຫ້ລະວັງ ທິດເໝືອໃຫ້ໂຊກ ທິດໃຕ້ ລະວັງດີແລ 75-80ປີ ມີເງິນທອງໃຊ້ ຍ້ອນລູກຫຼານ ໝູ່ເພື່ອນ ແຕ່ຄວນລະວັງ ວາຈາ ຄຳເວົ້າໃຫ້ຫຼາຍ ຢ່າເປັນຄົນໃຈຮ້ອນ ຈະພາໃຫ້ເສຍລາບສັກກາລະທັງຫຼາຍ ການເງິນເສດຖະກິດ ແມ່ນດີຫຼາຍ ເຄາະຄ່ອຍເບົາບາງລົງ ຄວນລະວັງໃນວາຈາໃຫ້ຫຼາຍຂຶ້ນ ເພື່ອຈະມີຄວາມສຸກຕະຫຼອດໄປ.